• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າປຸ້ນ ລວມມິດກັບປີງທະເລ

ເຂົ້າປຸ້ນລວມມິດກັບປີງທະເລ ເປັນລາຍການ ອາຫານໃໝ່ ຊຶ່ງສະແດງໃຫ້ເຫັນ ການປະສົມປະສານ ທີ່ຄ່ອງແຄ້ວ ຂອງ ຜູ້ປຸງແຕ່ງ ກັບເຄື່ອງປຸງຫຼາຍຢ່າງ ເພື່ອສ້າງເປັນຜົນງານ ສິ້ນເອກ ທີ່ສ້າງຄວາມປະທັບໃຈ ຈາກນັກຊີມທັງຫຼາຍ. 

 

ທ່ານ​ນາງ ຫງວຽນ​ທິ​ຫງອກ​ກວຽນ, ຫົວ​ໜ້າພໍ່ຄົວ​ໂຮງ​ແຮມ Movenpick ຮ່າ​ໂນ້ຍ ​ແມ່ນ​ຜູ້​​ປະດິດສ້າງ ຜົນງານ ສິ້ນເອກ ເຂົ້າ ປຸ້ນລວມມິດກັບປີງທະເລ, ລາຍການອາຫານ ທີ່ໄດ້ສ້າງເປັນຂີດໝາຍດ້ານອາຫານການກິນ ໃນງານລ້ຽງ ສາກົນ ໂດຍ ຫວຽດ ນາມ ເປັນຜູ້ຈັດຕັ້ງ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນນະ ຄອນຫຼວງ ທັງລອງ - ຮ່າໂນ້ຍ ຄົບຮອບ 1000 ປີ. ເຂົ້າປຸ້ນ ຂົ້ວ ລວມມິດກັບປີງທະເລ ໄດ້ຮັບການປຸງແຕ່ງຈາກວັດຖຸປະກອບ ແລະ ເຄື່ອງປຸງກວ່າ 20 ຢ່າງເຊັ່ນ: ປີ້ງທະເລ, ຊີ້ນໄກ່, ກຸ້ງແຫ້ງ, ຫົວຜັກກາດ ແຫ້ງ, ຢໍ່ຊີ້ນໝູ ບໍ່ມີມັນ, ໄຂ່ໄກ່, ໄຂ່ນົກກະທາ, ແປ້ງຊີ້ນໄກ່, ກະປິກຸ້ງ, ຜັກແພວ, ໝາກເຜັດ, ໝາກນາວ, ນໍ້າສົ້ມ, ເຫັດຫອມແຫ້ງ, ຜັກບົ່ວແຫ້ງ, ນໍ້າຕານຂາວ. 

 

ເຂົ້າປຸ້ນລວມມິດກັບປີງທະເລ ໃສ່ນ້ຳແກງ ແລະ ກິນເວລາຍັງຮ້ອນ.
ລາຍການອາຫານ ເຂົ້າປຸ້ນລວມມິດກັບປີງທະເລ. 

ຢູ່ທະເລ​ ​ຫວຽດ​ນາມ ມີປີງທະເລ ຫຼາຍກວ່າ 50 ຊະນິດ​ ​ໄດ້​ຖືກ​ຄົ້ນ​ພົບ​. ຕາມ​ການຄົ້ນຄວ້າ ທີ່ໄດ້ປະກາດ ໃນ​ວາລະສານແພດ ສາດ New England ​ໃນ​ປີ 2006 ຢືນຢັນ​ວ່າ​ ການ​ເສີມ chondroitin sulfate ທີ່​ມີໃນ ປີງທະເລ ມີປະສິດທິຜົນທີ່ດີ ໃນການປິ່ນປົວບັນຫາຕ່າງໆ ກ່ຽວກັບ ຫຼຸດຜ່ອນຄວາມເຈັບປວດ, ຊ່ວຍຄວບຄຸມ ແລະ ສະກັດກັ້ນ ພະຍາດມະເຮັງ, ປັບປຸງບົດ ບາດຂອງຕັບ ແລະ ໝາກໄຂ່ຫຼັງ, ເພີ່ມລະບົບພູມຕ້ານທານ, ຂັບໄລ່ ສານພິດ, ຊ່ວຍການປິ່ນປົວພະຍາດຫົວໃຈ, ຊ່ວຍປິ່ນ ປົວພະຍາດເລືອດຈາງ. ຂະແໜງການແພດພື້ນເມືອງ ໃນເມື່ອກ່ອນຖືວ່າ ປີງທະເລ ແມ່ນອາຫານທີ່ດີເລີດ, ມີຄຸນປະໂຫຍດບຳລຸງຮ່າງກາຍ.

ທີ່ຢູ່ຮ້ານອາຫານ:
ໂຮງແຮມ Movenpick ຮ່າໂນ້ຍ
ເລກທີ 83A ຖະໜົນ ຫຼີເຖື່ອງກຽດ, ຮ່າໂນ້ຍ. ເບີໂທ: 024.38222800

ການປຸງແຕ່ງລາຍການອາຫານ ເຂົ້າປຸ້ນລວມມິດກັບປີງທະເລສຳຄັນທີ່ສຸດ ແມ່ນຂັ້ນຕອນຕົ້ມນໍ້າແກງ ຈາກກະດູກໝູ, ກະດູກໄກ່ໄດ້ລວກ (ຊີ້ນຈີກເປັນເສັ້ນ ແລະ ເອົາໄວ້ຕ່າງຫາກ), ກຸ້ງແຫ້ງ, ປີງທະເລ ແລະ ເຫັດຫອມ. ເມື່ອນ້ຳແກງ ມີກິ່ນຫອມ ຂອງ ເຫັດຫອມ, ມີຄວາມຫວານນົວ ຈາກກະດູກ ແລະ ກຸ້ງແຫ້ງ ແລ້ວເອົານໍ້າປາລົງ ແລະ ເຄື່ອງປຸງໃຫ້ພໍກິນ. ອາດຈະຕື່ມ ຂີ້ກະເດືອນທະເລ ປີ້ງ ໃສ່ໝໍ້ນໍ້າແກງ ເພື່ອໃຫ້ມີຄວາມຫວານນົົວ ຍິ່ງຂຶ້ນຕື່ມ. ເຂົ້າປຸ້ນຈຸ່ມນໍ້າຮ້ອນ, ຕັກໃສ່ຖ້ວຍແລ້ວ ວາງອາຫານທີ່ປຸງແຕ່ງແລ້ວໃສ່ຖ້ວຍໃຫຍ່ເຊັ່ນ: ຊີ້ນໄກ່ຈີກ, ຢໍໍ່ຊອຍເປັນເສັ້ນ, ໄຂ່ໄກ່ ຈືນບາງໆ ແລ້ວຊອຍເປັນເສັ້ນ, ກຸ້ງແຫ້ງ, ປີງທະເລ ຊອຍເປັນເສັ້ນ, ໃບຜັກບົ່ວແຊະ. ຕັກນໍ້າແກງຮ້ອນໃສ່ຖ້ວຍເຂົ້າປຸ້ນ ຖືວ່າ ລາຍການອາຫານນີ້ ໄດ້ສຳເລັດ. ລາຍການອາຫານ ເຂົ້າປຸ້ນລວມມິດກັບປີງທະເລ ອາດຕື່ມກະປິ, ໝາກນາວ, ນໍ້າເຊື້ອ ແມງດາ ໂຕຜູ້ ຈະຍິ່ງແຊບ.

ລາຍການອາຫານນີ້ ຖືວ່າ ເປັນ “ລາຍການອາຫານພິເສດສຸດ” ທ່ີຜູ້ມາທ່ຽວຊົມ ​ຮ່າ​ໂນ້ຍ​ ລ້ວນ​ແຕ່​ຢາກ​ຊີມລອງ.

ປະຕິບັດໂດຍ: ແທງຢາງ - ແປໂດຍ: ບິກລຽນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top