• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າປຸ້ນ ຊີ້ນປີ້ງ ໄຊງ່ອນ

ໄຊງ່ອນ ຫຼັງຈາກ ສີ່ເດືອນ ປະຕິບັດ ການແຍກຫ່າງ ທາງສັງຄົມ ຍ້ອນການແຜ່ລະບາດ ໂຄວິດ-19, ຍ່າງຢູ່ຕາມຖະຫນົນ, ບັງເອີນ ໄດ້ພົບກິ່ນຫອມ ຂອງ ຊີ້ນປີ້ງ ເຮັດໃຫ້ນັກຊິມ ກະຕຸ້ນ ຄວາມຮູ້ສຶກ ຂອງ ອິນຊີທັງຫ້າ.
ເຂົ້າປຸ້ນຊີ້ນປີ້ງ ແມ່ນໜຶ່ງໃນບັນດາເຍື່ອງອາຫານ ທີ່ເປັນເອກະ ລັກ ຂອງ ຫວຽດນາມ. ແຕ່ລະເຂດພາກ ແລະ ທ້ອງຖິ່ນ ຈະແຕກຕ່າງກັນ, ແຕ່ໂດຍທົ່ວໄປແລ້ວ ລາຍການອາຫານ ເຂົ້າປຸ້ນຊີ້ນປີ້ງ ຕ້ອງມີຊີ້ນປີ້ງ, ນ້ຳແຈ່ວ ລົດສົ້ມຫວານ, ເຂົ້າປຸ້ນ ແລະ ຜັກດິບກິນແກ້ມ. ສຳລັບເຂົ້າປຸ້ນຊີ້ນປີ້ງ ຜູ້ປຸງແຕ່ງ ຈະມີເຄັດລັບສະເພາະຂອງຕົນ, ຖ້າຜູ້ຂຽນຮູ້ໄດ້ ຈະບໍ່ມີຊື່ເອີ້ນ ສະເພາະຂອງ ແຕ່ລະທ້ອງຖິ່ນ.

ແວ່ເຂົ້າ ເຮືອນເລກທີ 84 ຖະໜົນ ເຈືອງກວ່ຽນ, ຕາແສງ  6, ເມືອງ 3, ນະຄອນ ໂຮ່ຈີມິນ, ສັ່ງເຂົ້າປຸ້ນຊີ້ນປີ້ງ ເຕັມຊຸດໜຶ່ງ. ຊີ້ນປີ້ງ ໄດ້ປຸງແຕ່ງດ້ວຍເຄ່ືອງເທດ ພໍດີຄໍາ, ເມື່ອປີ້ງ ຈະມີສີງາມ, ລົດຊາດຫອມ, ບໍ່ແຫ້ງ ແລະ ບໍ່ມັນຈົນເກີນໄປ. ນ້ຳປຸງລົດທ່ີ ຮ້ອນໆ, ຕື່ມໝາກຫຸ່ງ, ກາຣົດ ຕັດເປັນປ່ຽງ, ກອບ ຊຶ່ງສ້າງຄວາມພໍໃຈ ສຳລັບ ຜູ້ມັກລົດຊາດອາຫານ ທີ່ເຂັ້ມຂຸ້ນ. 


ບາງທີດ້ວຍເຫດນັ້ນ, ເມື່ອມາຍັງ ໄຊງ່ອນ, ບັນດາເພື່ອນໆຕ່າງກໍ່ຊຸບຊິມກັນວ່າ: “ຕ້ອງກິນເຂົ້າປຸ້ນຊີ້ນປີ້ງ!” ແລະ ວິທີເຊີນ ຊວນນັກຊີມ ຂອງ ບັນດາຮ້ານອາຫານ ເຂົ້າປຸ້ນຊີ້ນປີ້ງ ຢູ່ ໄຊງ່ອນ ລ້ວນແຕ່ ດ້ວຍຮູບແບບ ປີ້ງຊີ້ນ ໃຫ້ກິ່ນຫອມ ແຜ່ກະຈາຍ ໄປຕາມຖະໜົນ, ເຮັດໃຫ້ນັກທ່ອງທ່ຽວ ຕ້ອງຍ່າງ ຕາມຫາກິ່ນແລ້ວຈະຕ້ອງເຂົ້າຮ້ານ ສັ່ງເຂົ້າປຸ້ນຊີ້ນປີ້ງ ຊຸດໜຶ່ງ ເພື່ອຮັບປະທານ ໂດຍບໍ່ຮູ້ຕົວ.  


ຊີ້ນ ແລະ ຈ໊າປີ້ງ (ຈ໊າ: ເຮັດຈາກຊີ້ນ, ປາ, ກຸ້ງ ຟັກໃຫ້ມຸ່ນ ເອືອບເຄື່ອງເທດ ແລ້ວນໍາໄປຈືນ ຫຼື ປີ້ງ) ມີກິ່ນຫອມ, ນ້ຳແຈ່ວຕ້ອງມີລົດສົ້ມ, ເຜັດ, ເຄັມ ແລະ ຫວານ ທີ່ກົມກຽວກັນ.  
 

ສ່ວນເຂົ້າປຸ້ນຊີ້ນປີ້ງ ທີ່ສົມບູນແບບ ປະກອບມີ: ຊີ້ນໝູສາມຊັ້ນ ປີ້ງ, ຈ໊າປີ້ງ, ເຂົ້າປຸ້ນ, ນໍ້າແຈ່ວລົດສົ້ມຫວານ ແລະ ຜັກຫອມ ທຸກຊະນິດ.

ທີ່ຢູ່ຮ້ານອາຫານ:
- ເຂົ້າປຸ້ນຊີ້ນປິ້ງ ເວິນແອງ:
ເວລາ ເປີດຮ້ານ: 8:00 ໂມງເຊົ້າ - 22:00 ໂມງ
ທີ່ຢູ່: ເຮືອນເລກທີ 36 ຖະໜົນ ຮົ່ງຮ່າ, ຕາແສງ 2, ເມືອງ ເຕິນບິ່ງ, ນະຄອນ ໂຮ່ຈີມິນ
- ເຂົ້າປຸ້ນຊີ້ນປີ້ງ ຈືບ໋າດເຢີ໋ຍ:
ເວລາ ເປີດຮ້ານ: 9 ໂມງເຊົ້າ - 17 ໂມງແລງ
                                                ທີ່ຢູ່: ເຮືອນເລກທີ 84 ຖະໜົນ ເຈືອງກວ່ຽນ, ຕາແສງ 6, ເມືອງ 3, ນະຄອນ ໂຮ່ຈີມິນ
                                                                                                    
ປະຕິບັດ: ຫງວຽນລວນ - ແປໂດຍ: ບິກລຽນ          

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top