• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຮ້ານຄຳນ້ອຍໆ ຢູ່ໃຈກາງຖະໜົນໃຫຍ່

 

ທ່າມກາງຖະໜົນ ຮ່າງບາກ ທີ່ຄຶກຄື້ນດ້ວຍບັນດາຮ້ານຄຳທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ຮ້ານຄຳ ຮົ່ງເຈົາ ຂອງນາຍຊ່າງ ຫງວຽນຈີ໋ແທ່ງ ພັດປະກົດຕົວແບບລຽບງ່າຍດ້ວຍສຽງຄ້ອນຕີເຫຼັກດັງຂຶ້ນຢ່າງສະໝ່ຳສະເໝີ. ເກີດໃນຄອບຄົວທີ່ມີມູນເຊື້ອເຮັດອາຊີບຊ່າງຄຳມາ 5 ເຊັ່ນຄົນ, ທ່ານ ແທ່ງ ໄດ້ຜູກພັນກັບໂຕະເຮັດເງິນມາຕັ້ງແຕ່ອາຍຸ 14 ປີ, ເພື່ອປົກປັກຮັກສາເຕັກນິກການຜະລິດດ້ວຍມືແບບມູນເຊື້ອຂອງ ຮ່າໂນ້ຍສະໄໝກ່ອນ.

ໃນຂະນະທີ່ເຕັກໂນໂລຊີທັນສະໄໝສາມາດຜະລິດເຄື່ອງປະດັບໄດ້ເປັນຈຳນວນຫຼວງຫຼາຍ ໃນເວລາພຽງບໍ່ເທົ່າໃດຊົ່ວໂມງ, ແຕ່ທ່ານ ແທ່ງ ຍັງຄົງມີຄວາມລະອຽດລະອໍ ໃຊ້ເວລາຫຼາຍວັນ ເພື່ອເຮັດສຳເລັດແຫວນ ຫຼື ຕຸ້ມຫູແຕ່ລະຄູ່. ສຳລັບເພິ່ນແລ້ວ, ຜະລິດຕະພັນແຕ່ລະອັນ ບໍ່ພຽງແຕ່ແມ່ນເຄື່ອງປະດັບເທົ່ານັ້ນ ແຕ່ຍັງບັນຈຸ “ລາຍນິ້ວມື” ແລະ ລົມຫາຍໃຈຂອງນາຍຊ່າງ. ເຄື່ອງມືທີ່ລຽບງ່າຍເຊັ່ນ: ຄ້ອນນ້ອຍ, ຫຼິ້ມຖູ, ເຕົາເປົ່າໄຟ... ແມ່ນຈິດວິນຍານທີ່ຊ່ວຍໃຫ້ເພິ່ນສ້າງສັນຜົນງານທີ່ມີອາລົມຈິດ ເຊິ່ງເຄື່ອງຈັກບໍ່ສາມາດທົດແທນໄດ້.

ຮ້ານຄຳນ້ອຍໆ ແຫ່ງນັ້ນ ບໍ່ພຽງແຕ່ດຶງດູດຜູ້ທີ່ຮັກຫອມຄຸນຄ່າເກົ່າແກ່ເທົ່ານັ້ນ, ແຕ່ຍັງດຶງດູດນັກທ່ອງທ່ຽວສາກົນທີ່ຢາກຮູ້ຢາກເຫັນ ກ່ຽວກັບວັດທະນະທຳ ຮ່າໂນ້ຍໃນເມື່ອກ່ອນ. ປັດຈຸບັນ, ອ້າຍ ຫງວຽນດຶກ - ລູກຊາຍຂອງເພິ່ນ - ພວມສືບທອດມູນເຊື້ອຂອງຄອບຄົວ, ຮ່ວມກັບພໍ່ປົກປັກຮັກສາແປວໄຟແຫ່ງອາຊີບຢ່າງບໍ່ຢຸດຢັ້ງ ທ່າມກາງຈັງຫວະຊີວິດທີ່ຟ້າວຟັ່ງຂອງຕົວເມືອງ.

 


ປະຕິບັດໂດຍ: ແຄ໋ງລອງ/VNP

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ດ້ວຍທິວທັດທໍາມະຊາດງົດງາມໃຫຍ່ໂຕມະໂຫຖານ ທີ່ເປັນເອກະລັກ ຢູ່ເຂດຊາຍແດນ ພາກຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມ, ນ້ຳຕົກຕາດ ບ້ານຢົກ ຢູ່ ແຂວງ ກາວບັ່ງ ກຳລັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ. ທາງທ້ອງຖິ່ນກຳລັງເພີ່ມທະວີ ການປັບປຸງພື້ນຖານໂຄງລ່າງ, ຫັນເປັນຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ, ດ້ວຍຄວາມມຸ່ງຫວັງທີ່ຈະເຮັດໃຫ້ນ້ຳຕົກຕາດແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ເປັນມິດ ແລະ ຍືນຍົງ.

Top