• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຮ່າໂນ້ຍ ມຸ່ງໄປເຖິງວັນບຸນທົ່ວປວງຊົນໄປປ່ອນບັດເລືອກຕັ້ງ

ໃນຊຸມວັນຕົ້ນເດືອນ ມີນາ, ຢູ່ທົ່ວທຸກແຫ່ງຫົນຖະໜົນສາຍຕ່າງໆຂອງນະຄອນຫຼວງ ຮ່າໂນ້ຍ ເຕັມໄປດ້ວຍສີແດງຂອງທຸງຊາດ, ປ້າຍຄຳຂວັນ ແລະ ປ້າຍໂຄສະນາ ມຸ່ງໄປເຖິງວັນບຸນທົ່ວປວງຊົນໄປປ່ອນບັດເລືອກຕັ້ງ ວັນທີ 15 ມີນາ 2026. ຈາກບັນດາເສັ້ນທາງຢູ່ເຂດໃຈກາງຕະຫຼອດຮອດແຕ່ລະເຂດຊຸມຊົນ, ວຽກງານການກະກຽມໃຫ້ແກ່ເຫດການການເມືອງສຳຄັນນີ້ ພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ, ສ້າງບັນຍາກາດທີ່ເຄັ່ງຂຶມ ແຕ່ກໍເຕັມໄປດ້ວຍຄວາມພາກພູມໃຈ.

(ແຫຼ່ງຄັດຈາກ VOV)

ກຳລັງຮັກສາສັນຕິພາບ ຫວຽດນາມ ສ້າງຄວາມຫວັງ ຢູ່ Abyei

ກຳລັງຮັກສາສັນຕິພາບ ຫວຽດນາມ ສ້າງຄວາມຫວັງ ຢູ່ Abyei

ໃນຂະນະທີ່ ເຫຼືອເວລາພຽງ 1 ເດືອນ ຈະສິ້ນສຸດ ໄລຍະການປະຕິບັດງານ, ກອງທະຫານຊ່າງເລກທີ 4 ຂອງ ຫວຽດນາມ ພວມກະກຽມ ສະຫຼຸບ ພາລະກິດ ເກືອບ 1 ປີ ທີ່ຄະນະປະຕິບັດງານ ຮັກສາສັນຕິພາບ ຊົ່ວຄາວ ຂອງ ສປຊ ຢູ່ ອາບີເຢ (UNISFA). ຜ່ານບັນດາ ໂຄງການ ພື້ນຖານໂຄງລ່າງ ທີ່ຈຳເປັນ, ບັນດານັກຮົບ ຮັກສາສັນຕິພາບ ຫວຽດນາມ ບໍ່ພຽງແຕ່ ຊ່ວຍໜູນໃຫ້ ບັນດາການເຄື່ອນໄຫວຂອງຄະນະປະຕິບັດງານ ບັນລຸປະສິດທິຜົນເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ເຂົ້າໃນການປັບປຸງການໄປມາ, ການລ້ຽງຊີບ ແລະ ຊີວິດການເປັນຢູ່ປະຈຳວັນຂອງ ປະຊາຊົນ ທ້ອງຖິ່ນ ອີກດ້ວຍ.

Top