ນະໂຍບາຍ “ອະນຸລັກຮັກສາ ບັນດາຄຸນຄ່າ ວັດທະນະ ທຳ ໃນການພັດທະນາເສດຖະກິດ, ທ່ອງທ່ຽວ” ຊຶ່ງແຂວງ ເລິມດົ່ງ, ດັກລັກ, ຢາລາຍ, ກອນຕຸມ ໄດ້ຜັນຂະຫຍາຍຢ່າງຄົບຊຸດ. ປັດຈຸບັນ, ຮູບແກະສະຫຼັກໄມ້ ເຮືອນເປົ້າສົບ ຢູ່ ໄຕງວຽນ ບໍ່ ພຽງແຕ່ ຕັ້ງຢູ່ຢ່າງງຽບໆ ໃນບັນດາ ເຮືອນເປົ້າສົບທີ່ ສັກສິດ ເທົ່ານັ້ນ, ແຕ່ໄດ້ປະກົດຕົວ ຢູ່ຕາມຫໍພິພິທະພັນ, ສະຖານທີ່ ສາທາລະນະ ແລະ ເຂດທ່ອງທ່ຽວ ອີກດ້ວຍ. |
ບ່ອນຝັງສົບ ຂອງ ປະຊາຊົນບັນດາເຜົ່າ ຢູ່ ໄຕງວຽນ ບໍ່ແມ່ນ ອະນຸສອນ ສໍາລັບຄົນຕາຍ, ແຕ່ເປັນເຮືອນ ພ້ອມທຸກສິ່ງທຸກຢ່າງ ທີ່ຈຳເປັນໃນຊີວິດ ໃຫ້ຜູ້ທ່ີລ່ວງລັບ ໄປສູ່ສຸຂະຕິ. ຫຼັງງານ ພິທີກໍາຈັດສົບ, ຄົນຕາຍ ຈະເອົາເຮືອນເປົ້າສົບ ພ້ອມກັບທຸກສິ່ງ ທຸກຢ່າງ ທີ່ຄົນຍັງມີຊີວິດ ໄດ້ບັນໃຫ້. ດ້ວຍເຫດນັ້ນ, ປະຊາຊົນຢູ່ ໄຕງວຽນ ເອີ້ນການອຳລາຄັ້ງສຸດທ້າຍນີ້ວ່າ ແມ່ນພິທີກໍາຈັດສົບ.
ສ້າງຫຼັງຄາເຮືອນເປົ້າສົບ ຂອງ ຊາວຊົນເຜົ່າ ບານາ, ໝູ່ບ້ານ ເປີຢາງ, ເທດສະບານ ກົງເຈີຣໍ, ແຂວງ ຢາລາຍ (ຮູບຖ່າຍປີ 2009). ພາບ: ເຈິ່ນຟອງ
ບັນດານັກສິລປິນ ຢູ່ ໄຕງວຽນ ແກະສະຫຼັກເຮືອນ ເປົ້າສົບ. ພາບ: ເຈິ່ນຟອງ
ໜ້າຄົນ ຊາວຊົນເຜົ່າ ຢາຣາຍ, ໝູ່ບ້ານ ຈຳ, ເມືອງ ອີອາ ກລາຍ, ແຂວງ ຢາລາຍ (ຮູບຖ່າຍປີ 1986). ພາບ: ເຈິ່ນ ຟອງ
ຮູບແກະສະຫຼັກ ຊາວຊົນເຜົ່າ ບານາ, ໝູ່ບ້ານ ດັກຢາ, ຕາ ແສງ ອີອາໂຮ້ຍ, ເມືອງ ດັກເປີ, ແຂວງ ຢາລາຍ (ຮູບຖ່າຍ ປີ 1986). ພາບ: ເຈິ່ນຟອງ
ເຮືອນເປົ້າສົບ ຂອງຊາວຊົນເຜົ່າ ຢາລາຍ, ໝູ່ບ້ານ ບອງ, ເມືອງ ເກີບາງ, ແຂວງ ຢາລາຍ (ຮູບຖ່າຍປີ 2015). ພາບ: ເຈິ່ນຟອງ
ຮູບແກະສະຫຼັກແມ່ຍິງ ຊາວຊົນເຜົ່າ ບານາ, ໝູ່ບ້ານ ດັກຢາ, ຕາແສງ ອີອາໂຮ້ຍ, ເມືອງ ດັກເປີ, ແຂວງ ຢາ ລາຍ (ຮູບຖ່າຍປີ 2013). ພາບ: ເຈິ່ນຟອງ
ຮູບແກະສະຫຼັກແມ່ຍິງ ຊາວຊົນເຜົ່າ ບານາ, ໝູ່ບ້ານ ບອງ, ຕາແສງ ເລີກູ, ເມືອງ ເກີບາງ, ແຂວງ ຢາລາຍ (ຮູບຖ່າຍປີ 2004). ພາບ: ເຈິ່ນຟອງ ຮູບແກະສະຫຼັກ ໄປລ່າເນື້ອ, ຊາວຊົນເຜົ່າ ບານາ, ໝູ່ບ້ານ ບຣື, ຕາແສງ ເຈີລອງ, ເມືອງ ກົງເຈີຣໍ, ແຂວງ ຢາລາຍ (ຮູບຖ່າຍປີ 1990). ພາບ: ເຈິ່ນຟອງ
ຮູບແກະສະຫຼັກ ຄົນຕໍາເຂົ້າ ຊາວຊົນເຜົ່າ ບານາ, ໝູ່ ບ້ານ ເດແງ ເກີແຕ, ເທດສະບານ ເກີ ອົງ ເຈີຣໍ, ແຂວງ ຢາ ລາຍ (ຮູບຖ່າຍປີ 1986). ພາບ: ເຈິ່ນຟອງ
ຮູບແກະສະຫຼັກ ຄູ່ບ່າວສາວ ຢືນຢູ່ຕໍ່ໜ້າເຮືອນເປົ້າ ສົບ ຊາວຊົນເຜົ່າ ຢາຣາຍ, ໝູ່ບ້ານ ແກັບປິງ, ຕາແສງ ອີອາ ເມີ ນົງ, ເມືອງ ຈືປາ, ແຂວງ ຢາລາຍ (ຮູບຖ່າຍປີ 2014). ພາບ: ເຈິ່ນຟອງ
ຮູບແກະສະຫຼັກ ຄົນເຕະບານ ຊາວຊົນເຜົ່າ ຢາລາຍ, ບ້ານ ຟຸມ, ຕາແສງ ອີອາ ເຣີ ຊີອອມ, ເມືອງ ກຣົງ ປາ, ແຂວງ ຢາລາຍ (ຮູບຖ່າຍປີ 1986) ພາບ: ເຈິ່ນຟອງ
ເຮືອນເປົ້າສົບ ຂອງຊາວຊົນເຜົ່າ ຢາລາຍ, ໝູ່ບ້ານ ແກັບປິງ, ຕາແສງ ອີອາ ເມີນົງ, ເມືອງ ຈື ປາ, ແຂວງ ຢາ ລາຍ (ຮູບຖ່າຍປີ 2006). ພາບ: ເຈິ່ນຟອງ |
ເຮືອນເປົ້າສົບ ຢູ່ ໄຕງວຽນ ປະກອບດ້ວຍສອງສ່ວນຫຼັກຄື: ເຮືອນ ແລະ ຮົ້ວອ້ອມຮອບ. ເຮືອນ ມີໜ້າທີ່ປົກປິດ ຫຼຸມຝັງສົບ ຢູ່ດ້ານລຸ່ມ ເພື່ອເກັບຮັກສາ ຊັບສົມບັດ ທີ່ຄົນຍັງມີຊີວິດ ແບ່ງປັນໃຫ້, ທັງເປັນຂອບ, ເປັນສາກກັ້ນ ໃຫ້ບັນດາ ພາບແກະສະ ຫຼັກ, ຮູບແຕ້ມ ແລະ ການປະດັບປະດາຕ່າງໆ ທີ່ເຕັມໄປດ້ວຍສີສັນ, ລຶກລັບ, ມີສະເໜ່ ແລະ ມີຊີວິດຊີວາ. ສ່ວນທາງເຂົ້າ ບໍ່ພຽງແຕ່ ປ້ອງກັນສັດເທົ່ານັ້ນ, ແຕ່ຍັງເປັນສ່ວນໜຶ່ງ ໃນການສ້າງຄຸນຄ່າ ດ້ານຄວາມງາມ ໃຫ້ເຮືອນເປົ້າສົບອີກດ້ວຍ. ບັນດາ ເສົາຮົ້ວໄມ້ ສູງ ກາຍເປັນຮູບແກະສະຫຼັກ ແລະ ມີຊີວິດຊີວາ ຊຶ່ງ ເຂັ້ມຂຸ້ນ ໄປດ້ວຍຈິດໃຈແຫ່ງມະນຸດສະທຳຂອງ ຜູ້ຄົນໄຕງວຽນ. ຢູ່ທີ່ນັ້ນ ກໍປະກົດຕົວ ບັນດາຜົນງານປະດິດແຕ່ງ ຄວັດແກະສະຫຼັກ ພື້ນເມືອງ ທີ່ເປັນເອກະລັກ ຂອງ ຜູ້ຄົນ ໄຕງວຽນ.
“ຂ້າພະເຈົ້າ ແລະ ແຜ່ນດິນ ທີ່ຂ້າພະເຈົ້າອາໄສຢູ່, ແຫຼ່ງວັດທະ ນະທຳ ກຳລັງຫຼັ່ງໄຫຼ ພ້ອມສາບານວ່າ ຈະເປັນ “ເລຂາ” ເພື່ອ ບັນທຶກ ເລື່ອງລາວຕ່າງໆ ທີ່ກຳລັງເກີດຂຶ້ນ ກັບ ສິລະປະແກະ ສະຫຼັກໄມ້ ຢູ່ໄຕງວຽນ ເໝືອນດັ່ງເຄື່ອງໝາຍ ລະຫວ່າງອະດີດ
ແລະ ອະນາຄົດ”.
ນັກສິລະປິນຊ່າງພາບ ເຈິ່ນຟອງ
|
ຖ້ານໍາຊື່ທັງໝົດ ທ່ີເອີ້ນ ຈັດເຂົ້າບັນຊີລາຍຊື່, ທ່ານຈະມີຄວາມ ຮູ້ສຶກຕົກຕະລຶງ ຕໍ່ຄວາມຫຼາກຫຼາຍຮູບແບບ ແລະ ອຸດົມສົມບູນ ກ່ຽວກັບ ເນື້ອໃນ ຂອງເຮືອນເປົ້າສົບ ໄຕງວຽນ ເພາະຊີວິດສ່ວນ ໃຫຍ່ຂອງ ພວກເຂົາຕ່າງ ກໍໄດ້ ນັກສິລະປິນພື້ນເມືອງ ສະແດງ ໃຫ້ເຫັນ ໃນຜົນງານປະດິດແຕ່ງ ຂອງຕົນ. ບັນດາຮູບແກະສະ ຫຼັກຜູ້ຄົນ, ສັດ ຢູ່ຮູບແກະສະຫຼັກ ຊັ້ນທີສອງ ໃນເຮືອນເປົ້າສົບ ເຊັ່ນ: ຄົນຕີກອງ, ຜູ້ຍິງຕຳເຂົ້າ, ຊ່າງຕີເຫຼັກ, ຍິງສາວ, ໝາກນໍ້າເຕົ້າ, ຄົນເຕະບານ, ໂຕຊ້າງ, ໂຕນົກ ແລະ ອີື່ນໆ ເໝືອນດັ່ງ ພາບແຕ້ມ ທີ່ມີຊີວິດຊີວາ ກ່ຽວກັບ ຊີວິດເພື່ອໃຫ້ ຄົນຕາຍເອົາໄປນຳ ຫຼັງພິທີກໍາຈັດສົບ. ໂດຍອີງໃສ່ ເນື້ອໃນ ຮູບປະພັນ ແລະ ພາສາ ແຕ້ມຮູບ, ພວກຂ້າພະເຈົ້າ ເອີ້ນ ແບບລີລາທີສອງ ຂອງ ເຮືອນເປົ້າສົບໄມ້ ຢູ່ໄຕງວຽນ ແມ່ນແບບ ພັນລະນາ ຢ່າງຊື່ຕົງ-ເລົ່າ ລາຍລະອຽດ ເລື່ອງທີ່ຜ່ານມາ ຊຶ່ງມີ ຄວາມໃກ້ຊິດ ກັບ ກອນລຳປະຫວັດສາດ.
ບາງທີດ້ວຍເຫດນັ້ນ ບັນດາຮູບແກະສະຫຼັກໄມ້ ຢູ່ໄຕງວຽນ ຈະບໍ່ໃຫ່ຍ, ຕ້ອງພໍດີ ກັບຂະໜາດ ຂອງລຳຕົ້ນ ຍັງສືບຕໍ່ກຳເນີດ ແລະ ບືນຂຶ້ນ ທ່າມກາງ ປ່າດົງພົງໄພ ຂອງ ໄຕງວຽນ.
ເປັນເວລາກວ່າ 30 ປີ ພ້ອມກັບກອງຖ່າຍຮູບ ຕິດຕົວ, ບັນທຶກ ກ່ຽວກັບ ວິວັດທະນາການພັດທະນາ ຂອງຮູບແກະສະຫຼັກໄມ້, ຂ້າພະເຈົ້າເຫັນໄດ້ວ່າ ປັດຈຸບັນ, ທົ່ວທຸກໝູ່ບ້ານ ຢູ່ ໄຕງວຽນ ພວກເຮົາ ຈະບໍ່ມີໂອກາດ ໄດ້ຊື່ນຊົມ ບັນດາຮູບແກະສະຫຼັກ ໄມ້ ທີ່ມີຄຸນຄ່າດ້ານສິລະປະ ຄືຫຼາຍປີຜ່ານມາ. ຍ້ອນ ຮູບແກະ ສະຫູັກໄມ້, ເຮືອນເປົ້າສົບ ໃນຍຸກນີ້ ໄດ້ກໍ່ດ້ວຍຊີມັງ, ຫຼັງຄາ ມຸງດ້ວຍສັງກະສີ. ຍ້ອນບັນດານັກສິລະປິນພື້ນເມືອງ ອາຍຸແກ່ ໄດ້ລ່ວງລັບໄປ ແລະ ຮູບແກະສະຫຼັກໄມ້ເກົ່າແກ່ ໄດ້ຄ່ອຍໆ ຊຸດໂຊມໄປຕາມວັນເວລາ ແລະ ກໍາລັງຕົກຢູ່ໃນອັນຕະລາຍ.
ເຂດເຮືອນເປົ້າສົບ ຂອງ ຊາວຊົນເຜົ່າ ບານາ, ໝູ່ບ້ານ ເປີ ຢາງ, ເທດສະບານ ກົງ ເຈີຣໍ, ແຂວງ ຢາລາຍ (ຮູບຖ່າຍປີ 2015). ພາບ: ເຈິ່ນຟອງ ພິທີກໍາຈັດສົບ ຂອງ ຊາວຊົນເຜົ່າ ບານາ, ຕາແສງ ເລີກູ, ເມືອງ ເກີບາງ, ແຂວງ ຢາລາຍ (ຮູບຖ່າຍປີ 2007). ພາບ: ເຈິ່ນຟອງ ພິທີກໍາຈັດສົບ ຂອງຊາວຊົນເຜົ່າ ຢາລາຍ, ໝູ່ບ້ານ ແກັບ ປິງ, ຕາແສງ ເມີ ນົງ, ເມືອງ ຈື ປາ, ແຂວງ ຢາລາຍ (ຮູບຖ່າຍ ປີ 2004). ພາບ: ເຈິ່ນຟອງ ດື່ມເຫຼົ້າໄຫ ໃນພິທີກໍາຈັດສົບ ຂອງ ຊາວຊົນເຜົ່າ ຢາ ຣາຍ, ໝູ່ບ້ານ ແຈບ, ຕາແສງ ອາຢຸນ, ເມືອງ ຈື ເຊ, ແຂວງ ຢາລາຍ (ຮູບຖ່າຍປີ 2011). ພາບ: ເຈິ່ນຟອງ |
ກ່ອນໜ້ານີ້ສິບປີ, ຂ້າພະເຈົ້າມັກໄປປະຕິບັດງານຢູ່ ງານເທສະ ການ ກາເຟ, ງານວັດທະນະທຳ ຄ້ອງ ແລະ ບັນດາເຫດການ ສຳຄັນ ຂອງ ແຂວງ ດັກລັກ, ຢາລາຍ, ກອນຕຸມ ໄດ້ເຫັນສາກ ສະແດງ, ການແກະສະຫຼັກຮູບດ້ວຍໄມ້ ໃຫ້ບໍລິການແກ່ ນັກ ທ່ອງທ່ຽວ. ດ້ານອື່ນ, ບັນດານາຍຊ່າງແກະສະຫຼັກຮູບ ດ້ວຍໄມ້ ທີ່ຫາຍາກ ຂອງ ຊາວຊົນເຜົ່າ ບານາ, ເອເດ, ຢາຣາຍ... ກໍໄດ້ ຂະແໜງ ວັດທະນະທຳ ເຊື້ອເຊີນໄປຍັງ ນະຄອນຫຼວງ ຮ່າໂນ້ຍ ສະແດງສິລະປະ ການແກະສະຫຼັກ ເຮືອນເປົ້າສົບ ຢູ່ ໝູ່ບ້ານ ວັດທະນະທຳ ບັນດາຊົນເຜົ່າ ຫວຽດນາມ, ຫໍພິພິທະພັນ ຊົນ ຊາດວິທະຍາ... ຢູ່ສະຖານທີ່ເຫຼົ່ານັ້ນ, ບັນດາຮູບແກະສະຫຼັກ ໄມ້ ໄຕງວຽນ ໄດ້ຮັບການຟື້ນຟູຄືນໃໝ່, ໄດ້ແນະນຳສູ່ມວນຊົນ ແລະ ນັກທ່ອງທ່ຽວ ທັງຢູ່ໃກ້ ແລະ ຢູ່ໄກ ເປັນຈຳນຫຼວງຫຼາຍ. ຢູ່ບັນດາ ສະຖານທີ່ດັ່ງກ່າວ ຮູບແກະສະຫຼັກດ້ວຍໄມ້ ບໍ່ພຽງແຕ່ສະຫງວນ ໃຫ້ຜູ້ທີ່ໄດ້ລ່ວງລັບໄປແລ້ວ, ແຕ່ຄ່ອຍໆ ສົ່ງເສີມບົດບາດ ຂອງ ມັນ, ເປັນເສັ້ນທາງແນະນຳໃຫ້ນັກທ່ອງທ່ຽວ ໄດ້ຮູ້ຈັກ ແລະ ຄົ້ນຫາ ໄຕງວຽນ ທ່ີກວ້າງໃຫຍ່ໄພສານ ອີກດ້ວຍ.
ປຶ້ມຮູບແກະ ສະຫຼັກໄມ້ ຢູ່ໄຕງວຽນ ກັບບັນດາຮູບພາບທີ່ ເຂັ້ມຂຸ້ນໄປດ້ວຍ ລັກສະນະ ສິລະປະ ແຕ່ກໍເຕັມລົ້ນໄປດ້ວຍລົມຫາຍໃຈຂອງຊີວິດ, ເຕັມໄປດ້ວຍ ຂໍ້ມູນຂ່າວສານ ຊຶ່ງນັກສິລະປິນ ຊ່າງພາບ ເຈິ່ນ ຟອງ ໄດ້ພະຍາຍາມ, ອົດທົນ ປະດິດແຕ່ງ ຕະຫຼອດໄລຍະເວລາ 30 ປີ ແລະ ປັດຈຸບັນ, ມີຫຼາຍຮູບ, ພິທີກໍາທາງວັດທະນະທຳ ນັ້ນ ໄດ້ຖືກສູນຫາຍໄປຕາມວັນເວລາແລ້ວ. |
ບົດ ແລະ ພາບ: ເຈິ່ນຟອງ