• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮູບເງົາໄດ້ເຊື່ອມຕໍ່ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ຫວຽດນາມ

ບັນດາການສຳຫຼວດ, ຄົ້ນຄວ້າຈາກເວັບໄຊສະເພາະການທ່ອງທ່ຽວ ແລະ ບັນດາບໍລິສັດທ່ອງທ່ຽວທີ່ມີຊື່ສຽງໃນໂລກ, ມີແຂກທ່ອງທ່ຽວໃນໂລກປະມານ 7% ໄປທ່ອງທ່ຽວຜ່ານການເບິ່ງຮູບເງົາ.
  ຮູບເງົາ “Kong: Skull Island”, ອ່າວຮະລອງ (ກວ໋າງນິງ), ຖ້ຳ ຟອງຍາແກ໋ບາງ (ກວ໋າງບິ່ງ), ເຂດຊີວະພາບ ຈ່າງອານ, ຕາມກົກ... ໄດ້ປະກົດຕົວອອກຕາມລຳດັບໃນຮູບເງົາບາງຕອນ (ພາບ: vtv.vn)  

ໃນໄລຍະຜ່ານມາ, ບັນດາຄຸນຄ່າວັດທະນະທຳ, ມໍລະດົກວັດທະນະທຳ ຫວຽດນາມ ໄດ້ຖືກ “ປຸກລຸກ” ດ້ວຍຫຼາຍວິທີທີ່ແຕກຕ່າງກັນ, ຈາກວັດທະນະທຳ, ດົນຕີ, ບັນດາລາຍການສະແດງສິລະປະ. ແຕ່ໃນໄລຍະປະຈຸບັນ, ຮູບເງົາໄດ້ປະກອບສ່ວນຢ່າງມີປະສິດທິຜົນຫຼາຍກວ່າ. ຮູບເງົາໄດ້ສ່ອງແສງທຸກແງ່ມູມຂອງຊີວິດສັງຄົມຢ່າງມີຊີວິດຊີວາກວ່າ, ຜ່ານນັ້ນ, ຕັ້ງໜ້າປະກອບສ່ວນໃນຫຼາຍແງ່ມູມທີ່ແຕກຕ່າງກັນ, ໃນນັ້ນມີການໂຄສະນາກ່ຽວກັບຄຸນຄ່າວັດທະນະທຳ, ມໍລະດົກ ເຖິງມະຫາຊົນ, ຊຸກຍູ້ການທ່ອງທ່ຽວໃຫ້ພັດທະນາ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ.

ຫວຽດນາມ ເຄີຍເລືອກຖ່າຍທຳບາງຕອນຂອງຮູບເງົາບາງເລື່ອງຂອງຕ່າງປະເທດຄື: ອິນດູຈີນ, ຊາວ ອາເມລິກາ ສະຫງົບງຽບ, ລູກສາວຂອງເຈົ້າຂອງສວນຕົ້ນຢາສະໝູນໄພ… ແຕ່ມາຮອດປີ 2017, ເມື່ອຮູບເງົາທີ່ມີຊື່ສຽງຂອງ ອາເມລິກາ Kong: Skull Island ໄດ້ອອກສາຍຢູ່ໃນໂຮງຮູບເງົານັ້ນ, ຂີດໝາຍກ່ຽວກັບທຳມະຊາດທີ່ໃຫຍ່ໂຕມະໂຫຖານຂອງ ຫວຽດນາມ ໃນຮູບເງົາສາກົນຈຶ່ງໄດ້ລົງເລິກ ແລະ ໄດ້ເວົ້າເຖິງຫຼາຍທີ່ສຸດ. ໃນຮູບເງົາ “Kong: Skull Island”, ອ່າວຮະລອງ (ກວ໋າງນິງ), ຖ້ຳ ຟອງຍາແກ໋ບາງ (ກວ໋າງບິ່ງ), ເຂດຊີວະພາບ ຈ່າງອານ, ຕາມກົກ… ໄດ້ປະກົດຕົວອອກຕາມລຳດັບໃນຮູບເງົາບາງຕອນ. ສິ່ງດັ່ງກ່າວເຮັດໃຫ້ຜູ້ຊົມຊາວ ຫວຽດນາມ ມີຄວາມພໍອົກພໍໃຈ ແລະ ເອກອ້າງທະນົງໃຈ ເມື່ອປະເທດ ຫວຽດນາມ ໄດ້ປະກົດຕົວຢູ່ຫຼາຍປະເທດໃນໂລກ. ແລະປະຈຸບັນ, ບັນດານັກສະແດງມີຊື່ສຽງຂອງ Hollywood ກໍ່ສະແດງໃຫ້ເຫັນຄວາມປະທັບໃຈ, ນິຍົມຊົມຊອບທິວທັດທຳມະຊາດ, ຊາວ ຫວຽດນາມ ຢູ່ທີ່ນີ້ ໃນວິວັດການຖ່າຍທຳຮູບເງົາ. ຜູ້ກຳກັບການສະແດງ Jordan Vogt Roberts, ເຄີຍແບ່ງປັນວ່າ:

 “ຂ້າພະເຈົ້າຫວັງວ່າ ເມື່ອຜູ້ຊົມ ຊົມເບິ່ງຮູບເງົາຈະເຫັນໄດ້ທິວທັດທຳມະຊາດນີ້, ເພື່ອໃຫ້ເຂົາເຈົ້າຮູ້ວ່າ ມັນແມ່ນແທ້ ບໍ່ແມ່ນສ້າງຂຶ້ນຈາກຄອມພິວເຕີ. ເຂົາເຈົ້າຕ້ອງຖາມວ່າ ນີ້ແມ່ນຢູ່ແຫ່ງໃດ ເປັນຫຍັງຈຶ່ງມີທິວທັດທຳມະຊາດທີ່ສ້າງຄວາມປະທັບໃຈຄືແນວນັ້ນ. ເບື້ອງຫຼັງຂອງທິວທັດທຳມະຊາດສວຍງາມນັ້ນ ຍັງຊ້ອນແຝງໄປດ້ວຍຜູ້ຄົນ, ວັດທະນະທຳ, ອາຫານການກິນຂອງ ຫວຽດນາມ ອີກດ້ວຍ. ຂ້າພະເຈົ້າຫວັງວ່າ, ຜ່ານຮູບເງົານີ້ຈະຊ່ວຍໃຫ້ຜູ້ຊົມເຫັນໄດ້ວ່າມັນຄົບຖ້ວນ ແລະ ຢາກມາທ່ອງທ່ຽວ”.

  ທິວທັດທະມະຊາດຂອງເຂດທ່ອງທ່ຽວຢູ່ແຂວງ ກວ໋າງບິ່ງ (ພາບ :ngaymoionline.com.vn)  

ບັນດາການສຳຫຼວດ, ຄົ້ນຄວ້າຈາກເວັບໄຊສະເພາະການທ່ອງທ່ຽວ ແລະ ບັນດາບໍລິສັດທ່ອງທ່ຽວທີ່ມີຊື່ສຽງໃນໂລກ, ມີແຂກທ່ອງທ່ຽວໃນໂລກປະມານ 7% ໄປທ່ອງທ່ຽວຜ່ານການເບິ່ງຮູບເງົາ. ມີສະຖານທີ່ຫຼາຍແຫ່ງໄດ້ກາຍເປັນເຂດທ່ອງທ່ຽວທີ່ສ້າງຄວາມດຶງດູດໃຈ ພາຍຫຼັງໄດ້ຖ່າຍທຳໃນຮູບເງົາທີ່ມີຊື່ສຽງ. ໃນສະພາບຫັນເປັນໂລກາພິວັດນັ້ນ, ເລື່ອງຍູ້ແຮງການເຊື່ອມໂຍງເຂົ້າກັບຮູບເງົາສາກົນສືບຕໍ່ໄດ້ຍົກສູງຂຶ້ນ ປະກອບສ່ວນໂຄສະນາປະເທດຊາດ, ມະນຸດ, ການທ່ອງທ່ຽວ ຫວຽດນາມ ເຖິງເພື່ອນມິດສາກົນ. ທ່ານ ຟານແທັງຫາຍ, ຫົວໜ້າພະແນກວັດທະນະທຳ, ກິລາ, ທ່ອງທ່ຽວ ແຂວງ ເທື່ອທຽນ - ເຫ້ວ, ຖືວ່າ:

“ຈາກບົດຮຽນ, ປະສົບການຕົວຈິງມາເປັນຫຼາຍປີ ໄດ້ສະແດງໃຫ້ເຫັນວ່າ ເມື່ອບັນດາຮູບເງົາມີຊື່ສຽງເລືອກເອົາ ນະຄອນ ເຫ້ວ ເປັນບ່ອນຖ່າຍທຳນັ້ນ ລ້ວນແຕ່ສ້າງຜົນກະທົບຈາກການໂຄສະນາເຜີຍແຜ່ທີ່ໃຫຍ່ຫຼວງ. ແລະກໍ່ຍ້ອນເຫດນັ້ນ ໄດ້ປະກອບສ່ວນໃດສ່ວນໜຶ່ງທີ່ສຳຄັນເພື່ອນຳ ນະຄອນ ເຫ້ວ ກາຍເປັນໜຶ່ງໃນບັນດາສູນທ່ອງທ່ຽວຂອງ ຫວຽດນາມ ດ້ວຍຈຳນວນແຂກທ່ອງທ່ຽວຊາວຕ່າງປະເທດມາຢ້ຽມຢາມ ເປັນຈຳນວນຫຼວງຫຼາຍ. ຕົວຢ່າງຄື, ພາຍຫຼັງຮູບເງົາ “ອິນດູຈີນ” ໄດ້ສາຍ ແລະ ໄດ້ຮັບລາງວັນສູງຈາກສາກົນນັ້ນ, ຈຳນວນແຂກທ່ອງທ່ຽວຂອງ ຝລັ່ງ ໄດ້ມາຢ້ຽມຢາມ ນະຄອນ ເຫ້ວ ເພິ່ມຂຶ້ນຢ່າງຫຼວງຫຼາຍ  ແລະ ບໍ່ພຽງແຕ່ໃນເວລາສັ້ນໆເທົ່ານັ້ນ ຫາກຍັງໃນໄລຍະຍາວອີກດ້ວຍ”.

ໃນບັນດາຮູບແບບວັດທະນະທຳ, ສິລະປະ, ອາດເວົ້າໄດ້ວ່າ ຮູບເງົາໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຊື່ອມຕໍ່ ແລະ ແຜ່ຂະຫຍາຍຄຸນຄ່າວັດທະນະທຳຂອງແຕ່ລະປະເທດເວົ້າລວມ ແລະ ວັດທະນະທຳ, ປະເທດຊາດ, ຊາວ ຫວຽດນາມ ເວົ້າສະເພາະ. ໃນຕົວຈິງ, ຮູບເງົາໃນປະຈຸບັນໄດ້ສະແດງໃຫ້ເຫັນການໂຄສະນາວັດທະນະທຳຜ່ານບັນດາຮູບເງົາແມ່ນວິທີໂຄສະນາໄວທີ່ສຸດ, ບັນລຸປະສິດທິຜົນທີ່ສຸດ, ສົ່ງຜົນກະທົບຢ່າງແຮງ ແລະ ໃນທັນທີຕໍ່ມະຫາຊົນເປັນຈຳນວນຫຼວງຫຼາຍ. ນັກສະແດງ, ຜູ້ກຳກັບການສະແດງ ມາຍທູຮວ່ຽນ, ແບ່ງປັນວ່າ:

“ເພື່ອຖ່າຍຮູບເງົາເລື່ອງໜຶ່ງນັ້ນ, ສິ່ງສຳຄັນທີ່ສຸດນັ້ນແມ່ນໄປສຳຫຼວດເຂດທີ່ຈະຖ່າຍທຳ . ຍິ່ງໄປຫຼາຍບ່ອນ ຂ້າພະເຈົ້າຍິ່ງເຫັນວ່າ ຫວຽດນາມ ສວຍງາມທີ່ສຸດ ແລະ ມີຫຼາຍສິ່ງທີ່ຜູ້ກຳກັບການສະແດງສາມາດຂຸດຄົ້ນໄດ້. ເມື່ອບັນດາຮູບເງົາ ຫວຽດນາມ ໄດ້ນຳມາສາຍຢູ່ໃນງານມະໂຫລານສາກົນ ຫຼື ສາຍຢູ່ໃນໂຮງຮູບເງົາໃນຕະຫຼາດຕ່າງປະເທດນັ້ນ, ສິ່ງທີ່ພວກຂ້າພະເຈົ້າເຫັນໄດ້ຢູ່ໃນຕົວຂອງຜູ້ຊົມນັ້ນແມ່ນ: “ ໂອ! ເປັນຫຍັງປະເທດ ຫວຽດນາມ ຂອງພວກເພື່ອນຈຶ່ງສວຍງາມຄືແນວນັ້ນ?”; “ຂ້າພະເຈົ້າຫວັງຢາກມາ ຫວຽດນາມ ເພື່ອມາເຫັນບັນດາເຂດທີ່ໄດ້ຖ່າຍຖຳໃນຮູບເງົານັ້ນ”….

ຜ່ານວິທີການສະແດງທີ່ແຕກຕ່າງກັນ, ໃນບັນດາຮູບເງົາ, ຄຸນຄ່າວັດທະນະທຳມໍລະດົກ, ທິວທັດທຳມະຊາດ, ອາຫານການກິນໄດ້ປະກົດຂຶ້ນ, ມີຊີວິດຊີວາ, ສ້າງຄວາມມັກຊອກຮູ້ຊອກເຫັນ, ການຄົ້ນຫາ ແລະ ເຂົ້າຮ່ວມຂອງຜູ້ຊົມ. ດ້ວຍວິທີຮູ້ສຶກຜ່ານການຟັງ - ເບິ່ງ, ບັນດາຄຸນຄ່າວັດທະນະທຳໄດ້ແຜ່ຂະຫຍາຍຈາກຮູບເງົາໄປເຖິງທຸກເປົ້າໝາຍຂອງຜູ້ຊົມ./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top