• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດແໜ້ນນຳ້ໃຈສາມັກຄີ, ມິດຕະພາບລະຫວ່າງເຍົາວະຊົນ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ

ທີ່ລາຍການ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງການຈັດຕັ້ງລາຍການ, ການເຄື່ອນໄຫວມີຄວາມໝາຍສຳລັບ ຊາວໜຸ່ມ, ເຍົາວະຊົນ - ອະນຸຊົນ ຂອງ 3 ປະເທດ, ຍົກຕົວຢ່າງຄືງານມະໂຫລານເຍົາວະຊົນ - ອະນຸຊົນ 3 ປະເທດ
  ການສະແດງສິລະປະຂອງພວກນ້ອງເຍົາວະຊົນ - ອະນຸຊົນ 3 ປະເທດ (ພາບ:TTXVN)  

ຕອນຄຳ່ວັນທີ 13 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳເຍົາວະຊົນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2022. ລາຍການນອນໃນບັນດາການເຄື່ອນໄຫວ ຂອງໄວໜຸ່ມ 3 ປະເທດ ຫວຽດນາມ - ລາວ -  ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2022”, ສະເຫຼີມສະຫຼອງ 60 ປີແຫ່ງວັນ ສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ແລະ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022”, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ.

ທີ່ລາຍການ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງການຈັດຕັ້ງລາຍການ, ການເຄື່ອນໄຫວມີຄວາມໝາຍສຳລັບ ຊາວໜຸ່ມ, ເຍົາວະຊົນ - ອະນຸຊົນ ຂອງ 3 ປະເທດ, ຍົກຕົວຢ່າງຄືງານມະໂຫລານເຍົາວະຊົນ - ອະນຸຊົນ 3 ປະເທດ, ທ່ານ ຫວໍວັນເຖືອງ ຫວັງວ່າ, ບັນດານ້ອງໆເຍົາວະຊົນ - ອະນຸຊົນ ຍາມໃດກໍ່ຮັກສາ ແລະ ພັດທະນານຳ້ໃຈແທດຈິງ, ອົບອຸ່ນ, ດີງາມກ່ຽວກັບປະເທດຊາດ, ຊາວ ຫວຽດນາມ, ກ່ຽວກັບນະຄອນ ໂຮ່ຈີມິນ ທີ່ສະໜິດສະໜົມ, ຮັກແພງແຂກຄົນ. ໄປຄຽງຄູ່ກັນນັ້ນ, ບັນດານ້ອງເຍົາວະຊົນ - ອະນຸຊົນ ທີ່ເຂົ້າຮ່ວມງານມະໂຫລານຄັ້ງນີ້ ຈະກາຍເປັນບັນດານັກການທູດ, ສືບຕໍ່ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍການ ພົວພັນມິດຕະພາບແບບພິເສດລະຫວ່າງ 3 ປະເທດກ່ວາອີກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top