• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັງກິດ: ລັດຖະມົນຕີ 2 ທ່ານ ລາອອກຈາກຕຳແໜ່ງ, ນາຍົກລັດຖະມົນຕີ Sunak ປະຕິຮູບຄະນະລັດຖະບານ

ລັດຖະບານ ອັງກິດ ໄດ້ແຕ່ງຕັ້ງທ່ານສະມາຊິກລັດຖະສະພາ Leo Docherty ເປັນລັດຖະມົນຕີກຳລັງປະກອບອາວຸດ ແລະ ທ່ານສະມາຊິກລັດຖະສະພາ Luke Hall ເປັນລັດຖະມົນຕີກະຊວງສຶກສາ ແທນໃຫ້ທ່ານ Halfon ແລະ ທ່ານ Heappey.
ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak (ພາບ:TTXVN)

ວັນທີ 26 ມີນາ, ທ່ານ Robert Halfon ລັດຖະມົນຕີກະຊວງສຶກສາອັງກິດ  ແລະ ທ່ານ James Heappey ລັດຖະມົນຕີກຳລັງປະກອບອາວຸດ ໄດ້ປະກາດ ລາອອກຈາກຕຳແໜ່ງແລ້ວ, ອັນໄດ້ເຮັດໃຫ້ ທ່ານນາຍົກລັດຖະມົນຕີອັງກິດ Rishi Sunak ຈຳເປັນຕ້ອງດຳເນີນການປະຕິຮູບຄະນະລັດຖະບານ. ຕາມນັ້ນແລ້ວ, ລັດຖະບານ ອັງກິດ ໄດ້ແຕ່ງຕັ້ງທ່ານສະມາຊິກລັດຖະສະພາ Leo Docherty ເປັນລັດຖະມົນຕີກຳລັງປະກອບອາວຸດ ແລະ ທ່ານສະມາຊິກລັດຖະສະພາ Luke Hall ເປັນລັດຖະມົນຕີກະຊວງສຶກສາ ແທນໃຫ້ທ່ານ Halfon ແລະ ທ່ານ Heappey.

ເລື່ອງລັດຖະມົນຕີ 2 ທ່ານ ລ່າອອກຈາກຕຳແໜ່ງ ແມ່ນການຜັນແປຫຼ້າສຸດໃນທ່າອ່ຽງຖອນຕົວຂອງບັນດານັກການເມືອງພັກນິຍົມຮັກສາເດີມກຳອຳນາດ ເມື່ອພັກນີ້ມີຄວາມສ່ຽງຖືກປະລາໄຊໃນການຫາສຽງເລືອກຕັ້ງທົ່ວປະເທດເຊິ່ງຈະຈັດຂຶ້ນໃນໄລຍະຈະມາເຖິງ. ພາຍຫຼັງປະກາດລາອອກຈາກຕຳແໜ່ງ, ທັງສອງທ່ານ ກໍໃຫ້ຮູ້ວ່າ ຈະບໍ່ເຂົ້າຮ່ວມການຫາສຽງເລືອກຕັ້ງໃນບັ້ນຫາສຽງເລືອກຕັ້ງທົ່ວປະເທດຮອບຕໍ່ໄປຢູ່ ອັງກິດ, ເຊິ່ງຄາດວ່າຈະດຳເນີນໃນທ້າຍປີນີ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top