• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຂອງ ສ​ປ​ຊ

ທ່ານນາງຮອງເລຂາທິການໃຫຍ່ ສປຊ Amina Mohammed ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະ ແມ່ນເພື່ອນມິດຂອງ ສປຊ ແລະ ທ່ານນາງ ມີຄວາມຫວັງ ສືບຕໍ່ພັດທະນາການພົວພັນຢ່າງຮອບດ້ານ, ມີປະສິດທິຜົນກ່ວາອີກ.

ທ່ານນາງຮອງເລຂາທິການໃຫຍ່ ສປຊ Amina Mohammed ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະ ແມ່ນເພື່ອນມິດຂອງ ສປຊ ແລະ ທ່ານນາງ ມີຄວາມຫວັງ ສືບຕໍ່ພັດທະນາການພົວພັນຢ່າງຮອບດ້ານ, ມີປະສິດທິຜົນກ່ວາອີກ.

    

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ ຮອງເລຂາທິການໃຫຍ່ ສປຊ, Amina Mohammed (ພາບ: VGP)

ຕອນເຊົ້າວັນທີ 16 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານ ສປຊ ນະຄອນນິວຢອກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການພົບປະກັບທ່ານນາງ ຮອງເລຂາທິການໃຫຍ່ ສປຊ, Amina Mohammed. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່ງແຮງຕໍ່ລັດທິຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍໂລກທີ່ອີງໃສ່ກົດໝາຍສາກົນ ແລະ ກົດບັດສປຊ, ສະໜັບສະໜູນບົດບາດໃຈກາງຂອງ ສປຊ ໃນລະບົບບໍລິຫານທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ສະເໜີ ສປຊ ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນການແກ້ໄຂບັນຫາຢູ່ພາກພື້ນ, ໃນນັ້ນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ໜູນຊ່ວຍມຽນມາ ຮັກສາສະຖຽນລະພາບສະພາບການ ຜ່ານການໂອ້ລົມສົນທະນາ ແລະ ເກ່ຍໄກ່, ຮັບປະກັນຄວາມປອດໄພ ໃຫ້ແກ່ປະຊາຊົນ, ສຳຜັດມະນຸດສະທຳ.

ທ່ານນາງຮອງເລຂາທິການໃຫຍ່ ສປຊ Amina Mohammed ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະ ແມ່ນເພື່ອນມິດຂອງ ສປຊ ແລະ ທ່ານນາງ ມີຄວາມຫວັງ ສືບຕໍ່ພັດທະນາການພົວພັນຢ່າງຮອບດ້ານ, ມີປະສິດທິຜົນກ່ວາອີກ. ສປຊ ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍບັນດາບຸລິມະສິດພັດທະນາຂອງ ຫວຽດນາມ ຕາມທິດຂຽວ, ຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງກ່ວາອີກ.

        ທີ່ການພົບປະກັບທ່ານປະທານສະມັດຊາໃຫຍ່ ສປຊ Abdulla Shahid, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນວິວັດການປະຕິຮູບ ສປຊ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະຜັນຂະຫຍາຍບັນດາຄຳໝັ້ນສັນຍາ ຢູ່ກອງປະຊຸມ COP 26, ຖືນີ້ແມ່ນໜ້າທີ່ຈຸດສຸມ, ຮີບດ່ວນ; ຫວຽດນາມ ກໍ່ຫວັງວ່າ ສປຊ ຈະຊຸກຍູ້ບັນດາປະເທດ ພວມພັດທະນາປະຕິບັດຄຳໝັ້ນສັນຍາຢ່າງຄົບຖວ້ນກ່ຽວກັບການໜູນຊ່ວຍບັນດາປະເທດພວມພັດທະນາ, ເປັນຕົ້ນແມ່ນກ່ຽວກັບດ້ານການເງິນການປ່ຽນແປງດິນຟ້າອາກາດ, ການຖ່າຍທອດເຕັກໂນໂລຢີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top