ທ່ານ ສືຈິນຜິງ ປະທານປະເທດ ຈີນ ເນັ້ນໜັກວ່າ ດ້ວຍເລື່ອງເປັນເຈົ້າພາບຈັດກອງປະຊຸມ APEC 2026, ປະເທດ ຈີນ ຈະກຳໂອກາດເພື່ອເຕົ້າໂຮມທຸກຝ່າຍນຳກັນ ໃຫ້ແກ່ເປົ້າໝາຍສ້າງປະຊາຄົມ ອາຊີ-ປາຊີຟິກ ເຕີບໂຕ ແລະ ວັດທະນາຖາວອນ...
ຫົວເລື່ອງ APEC 2026 ແມ່ນ “ສ້າງປະຊາຄົມ ອາຊີ-ປາຊີຟິກ ພ້ອມກັນມີຄວາມວັດທະນາຖາວອນ”. ນີ້ແມ່ນຂ່າວໂດຍຜູ້ຕາງໜ້າຂອງ ຈີນ ໄດ້ຍົກອອກມາທີ່ກອງປະຊຸມເຈົ້າໜ້າທີ່ອະວຸໂສບໍ່ເປັນທາງການ ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (ISOM), ຈັດຂຶ້ນໃນັທີ 11-12 ທັນວາ ຢູ່ ຈີນ. ນີ້ແມ່ນເຫດການທຳອິດ ໂດຍ ຈີນ ຈັດຂຶ້ນໃນຖານະແມ່ນປະເທດເຈົ້າພາບກອງປະຊຸມ APEC ຄັ້ງທີ 33 ຊື່ງຄາດວ່າຈະຈັດຂຶ້ນຢູ່ Shenzhen ໃນເດືອນພະຈິກປີ 2026. ແລະ ກໍ່ຢູ່ກອງປະຊຸມ, ຈີນ ໄດ້ສະເໜີ 3 ເນື້ອໃນບຸລິມະສິດຂອງ APEC 2026 ແມ່ນ “ເປີດປະຕູ, ປ່ຽນແປງໃໝ່ ແລະ ຮ່ວມມື”.
ກ່ອນໜ້ານັ້ນ, ວັນທີ 1 ພະຈິກ, ທີ່ພິທີມອບໜ້າທີ່ເປັນເຈົ້າພາບຈັດກອງປະຊຸມ ຢູ່ ສ.ເກົາຫຼີ, ທ່ານ ສືຈິນຜິງ ປະທານປະເທດ ຈີນ ເນັ້ນໜັກວ່າ ດ້ວຍເລື່ອງເປັນເຈົ້າພາບຈັດກອງປະຊຸມ APEC 2026, ປະເທດ ຈີນ ຈະກຳໂອກາດເພື່ອເຕົ້າໂຮມທຸກຝ່າຍນຳກັນ ໃຫ້ແກ່ເປົ້າໝາຍສ້າງປະຊາຄົມ ອາຊີ-ປາຊີຟິກ ເຕີບໂຕ ແລະ ວັດທະນາຖາວອນ, ເພີ່ມທະວີການຮ່ວມມືຕົວຈິງໃນບັນດາບັນດາບຸລິມະສິດ.
(ແຫຼ່ງຄັດຈາກ VOV)