• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ ລະ​ຫວ່າງ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ກາ​ນາ​ດາ - ອາຊຽນ ແລະ ນະ​ຄອນ ໂຮ່​ຈີ​ມິນ ເປັນ​ລະ​ອຽດ

ນະຄອນໂຮ່ຈີມິນ ແລະ ການາດາ ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນຫຼາຍຂົງເຂດ ນັບແຕ່ກະສິກຳ, ອຸດສາຫະກຳ, ການບໍລິການ ຕະຫຼອດຮອດວິທະຍາສາດ - ເຕັກໂນໂລຢີ…
ບັນຍາກາດການເຮັດວຽກ (ພາບ: TTXVN)

ເຖິງຢ່າງໃດກໍຕາມ, ສອງຝ່າຍຕ້ອງຫັນບັນດາຂົງເຂດຮ່ວມມືເປັນລະອຽດ ໂດຍຜ່ານການລົງນາມໃນບົດບັນທຶກຊ່ວຍຈຳ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນເພື່ອກຳໄດ້ເຖິງຄວາມຕ້ອງການ, ຄວາມປາດຖະໜາຂອງກັນເພື່ອແນໃສ່ຊຸກຍູ້ການພັດທະນາໃຫ້ທັງສອງຝ່າຍ. ນີ້ແມ່ນເນື້ອໃນໂດຍທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ເນັ້ນໜັກເຖິງໃນການຕ້ອນຮັບທ່ານ Nicholas Stipp, ຫົວໜ້າຄັງເງິນສະພາດຳເນີນທຸລະກິດ ການາດາ - ອາຊຽນ ໃນວັນທີ 27 ມີນາ.     

ເມື່ອແລກປ່ຽນກັບຜູ້ຕາງໜ້າການນຳນະຄອນ ໂຮ່ຈີມິນ, ບັນດາສະມາຊິກສະພາດຳເນີນທຸລະກິດ ການາດາ - ອາຊຽນ ໄດ້ແບ່ງປັນກ່ຽວຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຄວາມປອດໄພໄຊເບີ… ຜ່ານການຮ່ວມມື, ວິສາຫະກິດການາດາ ມີຄວາມປາດຖະໜາຢາກກາຍເປັນຂົວຕໍ່ຊ່ວຍວິສາຫະກິດ ຫວຽດນາມ ສຳຜັດກັບຕະຫຼາດໂລກ ກໍຄື ແນະນຳນັກລົງທຶນຕ່າງປະເທດມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

49 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ການນຳພັກ, ລັດ ເຂົ້າ ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ

49 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ການນຳພັກ, ລັດ ເຂົ້າ ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ

ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກກອມມູນິດ ຫວຽດນາມ ແລະ ຊາດ ຫວຽດນາມ.

Top