ໂຮງງານຜະລິດຊິບເຄິ່ງຊັກນຳໄຟຟ້າ ທຳອິດຂອງ ຫວຽດນາມ ຈະຢັ້ງຢືນບາດກ້າວກະໂດດຂັ້ນກ່ຽວກັບການເປັນເຈົ້າເຕັກໂນໂລຢີຫຼັກແຫຼ່ງ, ຍົກສູງກຳລັງຄວາມສາມາດຂອງປະເທດຊາດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ສັງກາດໃໝ່ຂອງປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)
ຕອນເຊົ້າວັນທີ 16 ມັງກອນ, ຢູ່ເຂດເຕັກໂນໂລຢີສູງ ຮວ່າລາກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດຊິບເຄິ່ງຊັກນຳໄຟຟ້າແຫ່ງທຳອິດຢູ່ ຫວຽດນາມ. ນີ້ແມ່ນໂຄງການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ສ້າງຂີດໝາຍເປັນຄັ້ງທຳອິດ ຫວຽດນາມກຳນົດຄວາມສາມາດບົ່ມຊ້ອນໃນການຜະລິດຊິບເຄິ່ງຊັກນຳໄຟຟ້າພາຍໃນປະເທດ. ໂຄງການໂດຍກຸ່ມບໍລິສັດເຕັກໂນໂລຢີ - ໂທລະຄົມມະນາຄົມກອງທັບ ຜັນຂະຫຍາຍໃນໄລຍະ 2026 – 2030. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:
ສຸມໃສ່ສ້າງກຳລັງວິສາຫະກິດເຄິ່ງຊັກນຳໄຟຟ້າມີຄວາມເຂັ້ມແຂງຢ່າງພຽງພໍ, ສ້າງພື້ນຖານເພື່ອປະຕິບັດສຳເລັດລະບົບມູນຄ່າເຄິ່ງຊັກນຳໄຟຟ້າພາຍໃນປະເທດ ແລະ ເຊື່ອມຕໍ່ກັບເຂດ FDI ຕ່ອງໂສ້ສະໜອງທົ່ວໂລກ ຢ່າງມີປະສິດທິຜົນ. ຮອດປີ 2030, ສູ້ຊົນມີຢ່າງນ້ອຍສຸດ ວິສາຫະກິດອອກແບບຊິບ100 ແຫ່ງ, 1 ໂຮງງານຜະລິດຊິບເຄິ່ງຊັກນຳໄຟຟ້າ; ໂຮງງານຕິດຕັ້ງ, ຫຸ້ມຫໍ່, ກວດກາ ປະມານ 10 ແຫ່ງ.ພັດທະນາແຫຼ່ງຊັບພະຍາກອນມະນຸດຂົງເຂດຊິບເຄິ່ງຊັກນຳໄຟຟ້າ ກ່ຽວກັບຈຳນວນ ແລະ ຄຸນນະພາບ, ຮັບປະກັນມີພະນັກງານຢ່າງພຽງພໍໃຫ້ແກ່ທຸກຂັ້ນຕອນ.
ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ໂຮງງານຜະລິດຊິບເຄິ່ງຊັກນຳໄຟຟ້າ ທຳອິດຂອງ ຫວຽດນາມ ຈະຢັ້ງຢືນບາດກ້າວກະໂດດຂັ້ນກ່ຽວກັບການເປັນເຈົ້າເຕັກໂນໂລຢີຫຼັກແຫຼ່ງ, ຍົກສູງກຳລັງຄວາມສາມາດຂອງປະເທດຊາດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ສັງກາດໃໝ່ຂອງປະເທດຊາດ. ທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະຕິບັດພິທີເລີ່ມລົງມືກໍ່ສ້າງ ໂຮງງານ ປະດິດຊິບເຄິ່ງຊັກນຳໄຟຟ້າເຕັກໂນໂລຢີສູງ
(ແຫຼ່ງຄັດຈາກ VOV)