• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ການ​ຮ່ວມ​ມື​ສາ​ກົນ ໃນ​ການ​ຮັບ​ມື​ກັບ​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບັນດາເຫດການເກີດຂຶ້ນຫວ່າງແລ້ວນີ້ ຄືຜົນສະທ້ອນຈາກພາຍຸ Yagi ຢູ່ ຫວຽດນາມ, ຟີລິບປິນ, ຈີນ ພ້ອມກັບນ້ຳຖ້ວມຢູ່ບາງກລາເທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜົນເສຍຫາຍຢ່າງໜັກໜ່ວງໂດຍປະກົດການດິນຟ້າອາກາດທີ່ຮ້າຍແຮງກໍ່ຂຶ້ນ.
ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ໃນຂອບເຂດກອງປະຊຸມຊຸດທີ 57 ຂອງສະພາສິດທິມະນຸດ ສປຊ ຢູ່ເຊີແນວ, ປະເທດສະວິດ, ວັນທີ 13 ກັນຍາ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າກຸ່ມຫຼັກແຫຼ່ງ (ລວມມີ ຫວຽດນາມ, ບາງກລາເທດ, ຟີລິບປິນ), ກ່າວຄຳເຫັນທີ່ການເຈລະຈາກ່ຽວກັບບົດລາຍງານຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວຂ້ອງເຖິງຜົນກະທົບຂອງບັນດາຜົນເສຍຫາຍ ໂດຍການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ, ການຊົມໃຊ້ສິດທິມະນຸດຢ່າງຄົບຖ້ວນ.

ທ່ານເອກອັກຄະລັດຖະທູດ ມາຍຕຽນຢຸງ ໄດ້ຢັ້ງຢຶນວ່າ ການປ່ຽນແປງຂອງດິນຟ້າອາກາດພວມກໍ່ຜົນກະທົບຢ່າງຮ້າຍແຮງ, ສົ່ງຜົນສະທ້ອນໂດຍກົງຕໍ່ການຮັບປະກັນສິດທິມະນຸດໂດຍພື້ນຖານ. ບັນດາເຫດການເກີດຂຶ້ນຫວ່າງແລ້ວນີ້ ຄືຜົນສະທ້ອນຈາກພາຍຸ Yagi ຢູ່ ຫວຽດນາມ, ຟີລິບປິນ, ຈີນ ພ້ອມກັບນ້ຳຖ້ວມຢູ່ບາງກລາເທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜົນເສຍຫາຍຢ່າງໜັກໜ່ວງໂດຍປະກົດການດິນຟ້າອາກາດທີ່ຮ້າຍແຮງກໍ່ຂຶ້ນ.

ທ່ານເອກອັກຄະລັດທູດ ໄດ້ຮຽກຮ້ອງປະຊາຄົມສາກົກນ ຕ້ອງຮີບດ່ວນເພີ່ມທະວີບັນດາແຫຼ່ງກຳລັງດ້ານການເງິນ ແລະ ໝູນໃຊ້ມາດຕະການຕ່າງໆໂດຍອີງຕາມສິດທິມະນຸດ ເພື່ອຮັບມືກັບຜົນເສຍຫາຍໂດຍການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ, ຮັບປະກັນບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ.

(ແຫຼ່ງຄັດຈາກ VOV)

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ທ່ານ Donald Trump ຖິ້ມໂທດໃຫ້ຝ່າຍປະຊາທິປະໄຕກ່ຽວກັບເລື່ອງທ່ານຖືກລອບສັງຫານ

ຕາມທ່ານແລ້ວ, ບັນດາການອອກສຽງຂອງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຖືທ່ານແມ່ນໄພນາບຂູ່ຕໍ່ພື້ນຖານປະຊາທິປະໄຕ ອາເມລິກາ.

Top