• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຫລາຍ​ອົງ​ການ​ສາ​ກົນ​ຫນູນ​ຊ່ວຍ​ປະ​ຊາ​ຊົນ ຫວຽດ​ນາມ ​ທີ່ຖືກ​ຜົນ​ເສຍ​ຫາຍ​ຍ້ອນ ພາ​ຍຸ Yagi

ທ່ານ Thomas Gass ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມໄດ້ມອບບັນດາອຸປະກອນ, ລະບົບເຮືອນຢູ່ປອດໄພ, ນ້ຳສະອາດຮັບປະກັນຫລັກອະນາໄມ ດ້ວຍຈຳນວນ 26 ໂຕນ, ມູນຄ່າຄາດວ່າເກືອບ 430.000 USD ໃຫ້ແກ່ ຫວຽດນາມ.
ອົງການ Samaritan’s Purse ມອບເຄື່ອງຊ່ວຍເຫຼືອ (ພາບ: VGP)

ຕອນບ່າຍວັນທີ 16 ກັນຍາ ຢູ່ ສະຫນາມບິນ ໂນ້ຍບ່າຍ, ອົງການ Samaritan’s Purse (ອົງການບໍ່ຂຶ້ນກັບລັດຖະບານ ສາກົນ ດ້ວຍພາລະກຳຫນູນຊ່ວຍມະນຸດສະທຳ ແລະ ພັດທະນາປະຊາຄົມ” ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນຢູ່ເຂດປະສົບໄພທຳມະຊາດ ດ້ວຍຍອດມູນຄ່າປະມານ 116.000 USD. ຈຳນວນເຄື່ອງຊ່ວຍເຫລືອດັ່ງກ່າວ ໄດ້ສົ່ງເຖິງ 3 ແຂວງ ອຽນບາຍ, ລາວກາຍ, ກາວບັ່ງ ໃນວັນທີ 16 ແລະ 17 ກັນຍາ.

ໃນວັນດຽວກັນ, ທ່ານ Thomas Gass ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມໄດ້ມອບບັນດາອຸປະກອນ, ລະບົບເຮືອນຢູ່ປອດໄພ, ນ້ຳສະອາດຮັບປະກັນຫລັກອະນາໄມ ດ້ວຍຈຳນວນ 26 ໂຕນ, ມູນຄ່າຄາດວ່າເກືອບ 430.000 USD ໃຫ້ແກ່ ຫວຽດນາມ. ສະວິດ ກໍ່ໄດ້ສົ່ງຜູ້ຊ່ຽວຊານ 8 ຄົນທີ່ມີບົດຮຽນປະສົບການໃນບັນດາຂົງເຂດນ້ຳສະອາດ, ວຽກງານທຳຄວາມສະອາດ, ເຮືອນຢູ່ປອດໄພ…ເພື່ອຜັນຂະຫຍາຍການສຳຫລວດ, ຄົ້ນຄ້ວາເລິກກ່ຽວກັບຄວາມຕ້ອງການຂອງແຂວງ ອຽນບາຍ, ຍົກອອກບັນດາວິທີການກໍ່ສ້າງເຮືອນຊານບ້ານຊ່ອງໃຫ້ແກ່ປະຊາຊົນຄືນໃຫມ່ ດ້ວຍຮູບການທີ່ເໝາະສົມ.

ນັບແຕ່ວັນທີ 11 ກັນຍາ ມາຮອດປະຈຸບັນ, ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຮັບຄວາມເອົາໃຈໃສ່ຫນູນຊ່ວຍຈາກ 10 ສະຖານທູດ ແລະ 16 ອົງການຈັດຕັ້ງສາກົນ ດ້ວຍຄຳໝັ້ນສັນຍາຫນູນຊ່ວຍເຄື່ອງບັນເທົາທຸກ 160  ໂຕນຜ່ານທາງອາກາດ.

 

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ອົບພະຍົບ ແລະ ຊາວຕ່າງດ້າວ ອີຢິບ Badr Abdelatty.

Top