• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ທ່ານນາງ ເລທິທູຮັ່ງ ປາດຖະໜາວ່າບັນດາເອກອັກຄະລັດຖະທູດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຜັນຂະຫຍາຍບັນດາຈຸດສຸມໃນການຮ່ວມມືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບ ບັນດາເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ບໍ່ປະຈຳຢູ່ ຫວຽດນາມ (ພາບ: baoquocte.vn)

ວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີການຕ້ອນຮັບບັນດາເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ບໍ່ປະຈຳຢູ່ ຫວຽດນາມ ເນື່ອງໃນໂອກາດທີ່ເຂົາເຈົ້າ ມາຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ກອງປະຊຸມໃຫຍ່ແມ່ນຂີດໝາຍສຳຄັນພິເສດໃນວິວັດການພັດທະນາຂອງ ຫວຽດນາມ; ເນັ້ນໜັກວ່າໃນສັງກາດໃໝ່, ຫວຽດນາມ ສືບຕໍ່ຢຶດໝັ້ນແນວທາງເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫັນເປັນຫຼາຍຮູບແບບ; ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ.

ທ່ານນາງ ເລທິທູຮັ່ງ ປາດຖະໜາວ່າບັນດາເອກອັກຄະລັດຖະທູດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຜັນຂະຫຍາຍບັນດາຈຸດສຸມໃນການຮ່ວມມືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່. ສ່ວນບັນດາເອກອັກຄະລັດຖະທູດ ໄດ້ຢັ້ງຢືນຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ, ປາດຖະໜາຢາກເພີ່ມທະວີ ການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນກວ່າອີກ, ຢັ້ງຢືນຈະມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທ້ຈິງ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ປັບ​ປຸງ​ກຳ​ລັງ​ພາຍ​ໃນ, ຍົກ​ລະ​ດັບ​ຖາ​ນະ​ບົດ​ບາດ ຫວຽດ​ນາມ

ກອງ​ປະ​ຊຸມ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ປັບ​ປຸງ​ກຳ​ລັງ​ພາຍ​ໃນ, ຍົກ​ລະ​ດັບ​ຖາ​ນະ​ບົດ​ບາດ ຫວຽດ​ນາມ

ກອງປະຊມໃຫຍ່ຄັ້ງທີ XIV ບໍ່ພຽງແຕ່ມີຄວາມໝາຍກຳນົດທິດທາງພັດທະນາ ພາຍໃນປະເທດເທົ່ານັ້ນ ຫາກຍັງ ຮັບໜ້າທີ່ກຳນົດ ທີ່ຕັ້ງຫວຽດນາມ ບົນເວທີສາກົນອີກດ້ວຍ, ຜ່ານນັ້ນ ປັບປຸງຖານະບົດບາດ, ເພີ່ມທະວີຄວາມສາມາດເປັນເຈົ້າຍຸດທະສາດ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນໂດຍມີການຄັດເລືອກ.

Top