• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ບັນ​ດາ​ເປົ້າ​ໝາຍ​ກ່ຽວ​ກັບ​ການ​ປົກ​ປ້ອງ, ຊຸກ​ຍູ້​ສິດ​ທິ​ເດັກ​ຂອງ UNICEF

ທ່ານນາງ Catherine Russell ຢັ້ງຢືນວ່າ UNICEF ຈະສືບຕໍ່ຜັນຂະຫຍາຍໂຄງການແຫ່ງຊາດ ຫວຽດນາມ - UNICEF ໄລຍະ 2022 – 2026 ຢ່າງຕັ້ງໜ້າ ເພື່ອຕອບສະໜອງບັນດາບຸລິມະສິດຂອງ ຫວຽດນາມ.

ທ່ານນາງ Catherine Russell ຢັ້ງຢືນວ່າ UNICEF ຈະສືບຕໍ່ຜັນຂະຫຍາຍໂຄງການແຫ່ງຊາດ ຫວຽດນາມ - UNICEF ໄລຍະ 2022 – 2026 ຢ່າງຕັ້ງໜ້າ ເພື່ອຕອບສະໜອງບັນດາບຸລິມະສິດຂອງ ຫວຽດນາມ.

 

ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານນາງ Catherine Russell ຜູ້ອຳນວຍການຝ່າຍບໍລິຫານກອງທຶນເພື່ອເດັກ ແຫ່ງສປຊ (UNICEF) (ພາບ: VGP)

ວັນທີ 16 ພຶດສະພາ ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Catherine Russell ຜູ້ອຳນວຍການຝ່າຍບໍລິຫານກອງທຶນເພື່ອເດັກ ແຫ່ງສປຊ (UNICEF). ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ UNICEF ແລະ ຕີລາຄາສູງບັນດາການປະກອບສ່ວນສຳຄັນແຖວໜ້າຂອງ UNICEF ໃນຂົງເຂດການປົກປ້ອງ ແລະ ເບິ່ງແຍງດູແລເດັກໃນໂລກ. ທ່ານ ຟ້າມມິງຈິງ ກໍ່ປະກາດວ່າ ຫວຽດນາມ ຈະປະກອບເງິນເປັນຈຳນວນ 100.000 USD ໃຫ້ແກ່ຄວາມມານະພະຍາຍາມໜູນຊ່ວຍດ້ານມະນຸດສະທຳ ຂອງ UNICEF ປະຈຳ ຢູແກຼນ. ບ້ວງເງິນນີ້ຈະນອນໃນຍອດເງິນຈຳນວນ 500.000 USD ໂດຍ ຫວຽດນາມ ຈະປະກອບສ່ວນໃຫ້ແກ່ການເຄື່ອນໄຫວໜູນຊວ່ຍດ້ານມະນຸດສະທຳຢູ່ ຢູແກຼນ.

ສ່ວນທ່ານນາງ Catherine Russell ຢັ້ງຢືນວ່າ UNICEF ຈະສືບຕໍ່ຜັນຂະຫຍາຍໂຄງການແຫ່ງຊາດ ຫວຽດນາມ - UNICEF ໄລຍະ 2022 – 2026 ຢ່າງຕັ້ງໜ້າ ເພື່ອຕອບສະໜອງບັນດາບຸລິມະສິດຂອງ ຫວຽດນາມ, ພ້ອມທັງຮ່ວມເດີນທາງກັບບັນດາອົງການໃນກົນໄກ COVAX ເພື່ອໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top