ແຕ່ວັນທີ 18 ກຸມພາ ຫາວັນທີ 20 ກຸມພາ 2026, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ຈະມີການປະຕິບັດງານຢູ່ ອາເມລິກາ, ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ ວໍຊິງຕັນ, ນະຄອນຫຼວງ ອາເມລິກາ, ດ້ວຍຖານະເປັນສະມາຊິກກໍ່ຕັ້ງ.
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ (ພາບ: TTXVN)
ເນື່ອງໃນໂອກາດນີ້, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ໄດ້ຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ວໍຊິງຕັນ. ທ່ານຢັ້ງຢືນວ່າ ການປະຕິບັດງານສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບຄວາມມານະພະຍາຍາມສັນຕິພາບສາກົນ:
“ທ່ານເລຂາທິການໃຫຍ່ຈະພ້ອມກັບບັນດາສະມາຊິກອື່ນຂອງສະພາຈະແລກປ່ຽນ, ກຳນົດບັນດາວຽກງານເຊິ່ງສະພາຈະດຳເນີນ ເພື່ອແນໃສ່ຜັນຂະຫຍາຍແຜນການສັນຕິພາບໃຫ້ແກ່ເຂດ ກາຊາ ຕາມມະຕິສະບັບເລກທີ 2830 ຂອງສະພາຄວາມໝັ້ນຄົງ ສປຊ. ການເຂົ້າຮ່ວມຂອງການນຳສູງສຸດຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນການສະໜັບສະໜູນ ແລະ ຄວາມພ້ອມເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອສັນຕິພາບ ແລະ ການພັດທະນາ.”
ຕາມທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ແລ້ວ, ເລື່ອງ ຫວຽດນາມ ກາຍເປັນສະມາຊິກກໍ່ຕັ້ງຂອງສະພາສັນຕິພາບ ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍໃນແນວທາງການຕ່າງປະເທດ, ເຊື່ອມໂຍງ, ປະຕິບັດບັນດາພາລະກຳລວມ. ການປະຕິບັດງານຄັ້ງນີ້ ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມືຢ່າງແທດຈິງ ແລະ ສ້າງກຳລັງໜູນເພີ່ມເຕີມໃຫ້ແກ່ສາຍພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)