ຕາມການສະຫຼຸບຈາກຄະນະປະຕິບັດງານ, ຫວຽດນາມ ໄດ້ມີບັນດາບາດກ້າວໃຫຍ່ເພື່ອເລີ່ມເຄື່ອນໄຫວຄືນໃໝ່ ແລະ ຍູ້ໄວຄວາມຄືບໜ້າໃນການປະຕິບັດໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ນິງທ້ວນ ກໍຄືພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ. ກຸ່ມນັກຊ່ຽວຊານກໍຮັບຮູ້ 2 ໝາກຜົນທີ່ດີຂອງ ຫວຽດນາມ ທີ່ອາດຈະກາຍເປັນບົດຮຽນໃຫ້ແກ່ບັນດາປະເທດທີ່ພວມພັດທະນາໄຟຟ້ານິວເຄຼຍ.
ສະຖານທີ່ຈະກໍ່ສ້າງໂຄງການໄຟຟ້ານິວເຄຼຍ ນິງທ້ວນ (ພ່າບ: TTXVN)
ແຕ່ວັນທີ 01 – 11 ທັນວາ, ຢູ່ຮ່າໂນ້ຍ, ກົມຮັບປະກັນຄວາມປອດໄພດ້ານປະກາຍລັງສີ ແລະ ນິວເຄຼຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຕິບັດງານຂອງອົງການພະລັງງານປະລະມານູສາກົນ (IAEA) ໂດຍທ່ານ Eric Mathet, ຫົວໜ້າພະແນກພັດທະນາພື້ນຖານໂຄງລ່າງນິວເຄຼຍຂອງ IAEA ເພື່ອຕີລາຄາພື້ນຖານໂຄງລ່າງໄຟຟ້ານິວເຄຼຍແຫ່ງຊາດຢ່າງຮອບດ້ານ. (Intergrated Nuclear Infrastructure Review Mission – INIR Mission).
ທີໜຶ່ງແມ່ນ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິສະບັບເລກທີ 189/2025/QH15, ສະແດງໃຫ້ເຫັນຄຳໝັ້ນສັນຍາທາງດ້ານການເມືອງທີ່ແຂງແຮງສຳລັບໂຄງການໄຟຟ້ານິວເຄຼຍ, ພ້ອມທັງສ້າງຕັ້ງກົນໄກສະເພາະຊ່ວຍຫັນລະບຽບການລົງທຶນເປັນງ່າຍດາຍ, ຍູ້ໄວການບຸກເບີກໜ້າພຽງ, ທະວີຄູນຄວາມສາມາດລະດົມແຫຼ່ງທຶນ ແລະ ຄັດເລືອກຜູ້ຮັບເໝົາ, ກໍຄືເພີ່ມທະວີການສົມທົບລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ທີສອງ, ຫວຽດນາມ ໄດ້ໝູນໃຊ້ບົດຮຽນຢ່າງມີປະສິດທິຜົນ ແລະ ຕາໜ່າງການເລັງ ແລະ ວັດແທກສິ່ງແວດລ້ອມທີ່ພວມມີຢູ່ໃນປັດຈຸບັນເພື່ອຮັບໃຊ້ວິວັດທະນາການກະກຽມໂຄງການໄຟຟ້ານິວເຄຼຍ. ສອງໝາກຜົນຕົວຈິງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ພວມເຂົ້າເຖິງກັບໂຄງການໄຟຟ້ານິວເຄຼຍຕາມທິດມີແບບມີແຜນ, ສອດຄ່ອງກັບມາດຕະຖານສາກົນ ແລະ ສະແດງໃຫ້ເຫັນຄວາມຕັດສິນໃຈຜັນຂະຫຍາຍຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)