• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊ່ວຍ​ ລາວ ຊຸກ​ຍູ້​ການ​ຜະ​ລິດ​ກະ​ສິ​ກຳ

ຕອນບ່າຍວັນທີ 21 ຕຸລາ, ຢູ່ແຂວງ ຄຳມ່ວນ ໄດ້ດຳເນີນພິທີນຳລະບົບຊົນລະປະທານເມືອງ ໜອງບົກ, ແຂວງ ຄຳມ່ວນ ເຂົ້າເຄື່ອນໄຫວ.
ພິທີນຳລະບົບຊົນລະປະທານເມືອງ ໜອງບົກ, ແຂວງ ຄຳມ່ວນ ເຂົ້າເຄື່ອນໄຫວ (ພາບ: TTXVN)

ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ນຳໃຊ້ທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ມອບໃຫ້ ລາວ, ຄະນະກຳມະການປະຊາຊົນແຂວງ ຮ່າຕິງ ໄດ້ຮັບການມອບໝາຍເປັນເຈົ້າຂອງໂຄງການ ສົມທົບກັບແຂວງ ຄຳມ່ວນ ແລະ ກະຊວງກະສິກຳ ແລະ ປ່າໄມ້ລາວ ຈັດຕັ້ງປະຕິບັດ.

ກ່າວຄຳເຫັນນະທີ່ນີ້, ທ່ານ ຫວໍຈ້ອງຫາຍ, ປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິງ, ໃຫ້ຮູ້ວ່າ ກິດຈະກຳທີ່ມີຄວາມໝາຍນີ້ ແມ່ນເພື່ອແນໃສ່ຮັບໃຊ້ໃຫ້ຂະແໜງກະສິກຳຂອງເມືອງ ໜອງບົກ ເວົ້າສະເພາະ, ແຂວງ ຄຳມ່ວນ ເວົ້າລວມ ຜ່ານນັ້ນ ກໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນຫຼາຍກວ່າອີກ. ໂຄງການໄດ້ນຳເຂົ້າເຄື່ອນໄຫວຈະຊ່ວຍຮັບໃຊ້ລະບົບນ້ຳໃຫ້ເນື້ອທີ່ນາ 500 ເຮັກຕາ ຂອງ 4 ບ້ານໃນເມືອງໜອງບົກ, ແຂວງ ຄຳມ່ວນ.

ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງແຂວງ ຮ່າຕິງ ໂດຍທ່ານປະທານຄະນະກຳມະການປະຊາຊົນແຂວງ ຫວໍຈ້ອງຫາຍ ນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ມີການເຮັດວຽກກັບການນຳແຂວງ ຄຳມ່ວນ, ແລະ ມອບເງິນຊ່ວຍເຫຼືອ 1 ຕື້ດົ່ງ ໃຫ້ແກ່ແຂວງ ຄຳມ່ວນ; ໄປຖະຫວາຍທູບທຽນຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງຫວາງ, ເມືອງ ໜອງບົກ, ແຂວງ ຄຳມ່ວນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ເນື່ອງໃນໂອກາດທ່ານເລືອງເກືອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສສ. ຫວຽດນາມ, ວັນທີ 21 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ໄດ້ສົ່ງຈົດໝາຍຊົມເຊີຍ.

Top