• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ການ​ຢາ​ໃຫ້​ກາຍ​ເປັນ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ປາຍ​ແຫລມ

ຕອນເຊົ້າວັນທີ 22 ຕຸລາ ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລື ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍການຢາ.
ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ (ພາບ:quochoi.vn)

ຮ່າງກົດໝາຍສະບັບນີ້ແມ່ນໄດ້ປັບປຸງຕາມທິດດັດປັບຮອບດ້ານມາດຕາ 7 ຂອງກົດໝາຍວ່າດ້ວຍການຢາທີ່ພວມປະກາດໃຊ້ໃນປະຈຸບັນ ເພື່ອກຳນົດນະໂຍບາຍລວມຂອງລັດກ່ຽວກັບການຢາ; ກຳນົດນະໂຍບາຍຫນູນຊ່ວຍການລົງທຶນໃນການພັດທະນາອຸດສາຫະກຳການຢາ. ທ່ານ ຫງວຽນເຕີມຮຸ່ງ, ສະມາຊິກສະພາແຫ່ງຊາດ ແຂວງ ບ່າເຣ້ຍ - ຫວູງເຕົ່າ ປະກອບຄຳເຫັນວ່າ:

“ກ່ຽວກັບການພັດທະນາຂະແຫນງອຸດສາຫະກຳການຢາ ຄວນເພີ່ມເຕີມ, ກຳນົດຢ່າງຈະແຈ້ງບັນດານະໂຍບາຍບຸລິມະສິດກ່ຽວກັບພາສີອາກອນ, ທຶນກູ້ຢຶມ ຫລື ບັນດາໂຄງການໃຫ້ແກ່ບັນດາວິສາຫະກິດລົງທຶນ, ຄົ້ນຄ້ວາພັດທະນາຢຸກຢາໃຫມ່ ພິເສດ ແມ່ນຢຸກຢາເຕັກໂນໂລຊີສູງເພື່ອສາມາດພັດທະນາ ແລະ ແກ້ງແຍ້ງກັບຕະຫລາດສາກົນ. ບັນດານະໂຍບາຍບຸລິມະສິດນີ້ ຈະສົ່ງເສີມວິສາຫະກິດພາຍໃນປະເທດລົງທຶນຢ່າງແຮງເຂົ້າຂົງເຂດນີ້”

ຕາມບັນດາສັນຍາການຄ້າເສລີ, ຫວຽດນາມ ຍັງບໍ່ທັນໃຫ້ຄຳໝັ້ນສັນຍາເປີດປະຕູໃຫ້ແກ່ການຈຳຫນ່າຍຜະລິດຕະພັນການຢາ ແຕ່ກໍ່ບໍ່ຮັກສາສິດເຂົ້າເຖິງຕະຫລາດສຳລັບບັນດານັກລົງທຶນຕ່າງປະເທດໃນຂົງເຂດ logistics ໄດ້.

(ແຫຼ່ງຄັດຈາກ VOV)

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ເນື່ອງໃນໂອກາດທ່ານເລືອງເກືອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສສ. ຫວຽດນາມ, ວັນທີ 21 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ໄດ້ສົ່ງຈົດໝາຍຊົມເຊີຍ.

Top