• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ພະ​ລັງ​ງານ​ທົດ​ແທນ​ສາ​ກົນ

ຫວຽດນາມ ໄດ້ກາຍເປັນສະມາຊິກທາງການຂອງອົງການພະລັງງານທົດແທນສາກົນ (IRENA) ແຕ່ວັນທີ 7 ພະຈິກ, ພາຍຫຼັງທີ່ສຳເລັດລະບຽບການຕ່າງໆຕາມຂໍ້ກຳນົດກົດລະບຽບ.
ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮວ່າງລອງ ພ້ອມດ້ວຍຜູ້ຕາງໜ້າ IRENA ໃນວາລະເຮັດວຽກຂອງຕອນເຊົ້າວັນທີ 15/12 (ພາບ: VGP)

 ຕາມທ່ານ ຫງວຽນຮວ່າງລອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ສິ່ງດັ່ງກ່າວໄດ້ສ້າງຂີດໝາຍຕໍ່ບາດກ້າວເດີນສຳຄັນໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງຂະແໜງພະລັງງານ, ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ເພີ່ມທະວີການແລກປ່ຽນນະໂຍບາຍ, ເຂົ້າເຖິງຖານຂໍ້ມູນ, ການວິເຄາະວິໄຈ ແລະ ໜູນຊ່ວຍທາງດ້ານເຕັກນິກ ແນໃສ່ຮັບໃຊ້ວຽກງານວາງແຜນຜັງ, ພັດທະນາພະລັງງານທົດແທນ ແລະ ຫັນປ່ຽນພະລັງງານຕາມກຳນົດທິດທີ່ໄດ້ຮັບການອະນຸມັດຜ່ານ.

ໃນຂະນະນັ້ນ, ຜູ້ຕາງໜ້າອົງການ IRENA ໄດ້ຢັ້ງຢືນວ່າ ອົງການນີ້ຕີລາຄາສູງນະໂຍບາຍພັດທະນາພະລັງງານ, ໃນນັ້ນ ມີພະລັງງານທົດແທນຂອງ ຫວຽດນາມ ແລະ ເຊື່ອໝັ້ນວ່າ ເລື່ອງ ຫວຽດນາມ ເຂົ້າຮ່ວມ IRENA ຈະເປີດຫຼາຍໂອກາດຮ່ວມມືທີ່ແທດຈິງ ໃນການໜູນຊ່ວຍນະໂຍບາຍ, ພັດທະນາໂຄງການ ແລະ ລະດົມແຫຼ່ງກຳລັງໃຫ້ແກ່ການຫັນປ່ຽນພະລັງງານ.

IRENA ແມ່ນອົງການແຖວໜ້າໂລກໃນຂົງເຂດພະລັງງານທົດແທນ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009, ປັດຈຸບັນມີ 170 ປະເທດ ແລະ ສະຫະພາບເອີຣົບ ເປັນສະມາຊິກ.

(ແຫຼ່ງຄັດຈາກ VOV)

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.

Top