• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຸຍບາ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ແບ່ງປັນກ່ຽວກັບບົດຮຽນທິດສະດີ ແລະ ພຶດຕິກຳຕົວຈິງໃນພາລະກິດກໍ່ສ້າງສັງຄົມນິຍົມຂອງແຕ່ລະປະເທດ; ເຫັນດີເປັນເອກະພາບບາງມາດຕະການເພີ່ມທະວີການຮ່ວມມືກ່ຽວກັບກະສິກຳ
  ພິທີຕ້ອນຮັບທາງການທີ່ສຳນັກງານນາຍົກລັດຖະມົນຕີ (ພາບ:Thi Uyên/ VOV)  

ຕອນບ່າຍວັນທີ 29 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz, ທີ່ການຕ້ອນຮັບ, ທ່ານ ເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເນັ້ນໜັກເຖິງນ້ຳໃຈສາມັກຄີ, ການສະໜັບສະໜູນເປັນຈິດໜຶ່ງໃຈດຽວຂອງພັກ ແລະ ປະຊາຊົນ ຫວຽດນາມ ສຳລັບພາລະກິດເປັນທຳຂອງພັກ ແລະ ປະຊາຊົນ ກຸຍບາ; ຢັ້ງຢືນພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງພ້ອມກັບພັກ, ລັດ ແລະ ປະຊາຊົນ ກຸຍບາ.

ສ່ວນທ່ານນາຍົກລັດຖະມົນຕີ ກຸຍບາ ເນັ້ນໜັກວ່າ: ບັນດາຜົນງານ ແລະ ບົດຮຽນໃນການປ່ຽນແປງໃໝ່ຂອງ ຫວຽດນາມ ແມ່ນແຫຼ່ງລະດົມກຳລັງໃຈ ແລະ ມີຄຸນຄ່າສຳຄັນຕໍ່ພັກກອມມູນິດ ກຸຍບາ ໃນວິວັດການນຳພາການປະຕິວັດ.

  ພິທີຕ້ອນຮັບທາງການທີ່ສຳນັກງານນາຍົກລັດຖະມົນຕີ (ພາບ: ອານດັງ/TTXVN)  

ກ່ອນໜ້ານັ້ນ, ຕອນເຊົ້າດຽວກັນ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທາງການທ່ານນາຍົກລັດຖະມົນຕີ ສ. ກຸຍບາ Manuel Marrero Cruz ພ້ອມກັບຄະນະຜູ້ແທນຂັ້ນສູງ ລັດຖະບານ ກຸ່ຍບາ ຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 28 ກັນຍາ ຫາວັນທີ 2 ຕຸລາ 2022. ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ແບ່ງປັນກ່ຽວກັບບົດຮຽນທິດສະດີ ແລະ ພຶດຕິກຳຕົວຈິງໃນພາລະກິດກໍ່ສ້າງສັງຄົມນິຍົມຂອງແຕ່ລະປະເທດ; ເຫັນດີເປັນເອກະພາບບາງມາດຕະການເພີ່ມທະວີການຮ່ວມມືກ່ຽວກັບກະສິກຳ, ການປະມົງ ແລະ ຄ້ຳປະກັນສະບຽງອາຫານ, ສາທາລະນະສຸກ, ການຢາ, ພະລັງງານ… ພ້ອມກັບຂໍ້ຕົກລົງຮູບແບບຮັກສາການພົວພັນການຄ້າສອງຝ່າຍເປັນປົກກະຕິ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດດຳເນີນທຸລະກິດ, ລົງທຶນຢ່າງສະດວກ.

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີເປັນເອກພາບສືບຕໍ່ປືກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແຈ້ງໃຫ້ຊາບກ່ຽວກັບຂໍ້ຕົກລົງຂອງພັກ, ລັດ ຫວຽດນາມ ສະໜັບສະໜູນຈຳນວນເຂົ້າສານ 5.000 ໂຕນໃຫ້ແກ່ປະຊາຊົນກຸຍບາ ເພື່ອປະກອບສ່ວນແກ້ໄຂບັນດາຄວາມຫຍຸ້ງຍາກ ກ່ຽວກັບເສດຖະກິດສັງຄົມຫວ່າງແລ້ວນີ້.

ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບຫຼຽນໄຊ ໂຮ່ຈີມິນຂອງລັດ ຫວຽດນາມ ໃຫ້ແກ່ທ່ານນາຍົກລັດຖະມົນຕີ ກຸຍບາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top