• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງເພີ່ມທະວີການຮ່ວມມືຢ່າງແທດຈິງໃນທຸກລະດັບເພື່ອຮັບປະກັນຄວາມໝັ້ນຄົງທາງທະເລ

ຫວຽດນາມ ຢືດໝັ້ນຫຼັກໝັ້ນສະເໝີຕົ້ນສະເໝີປາຍແມ່ນແກ້ໄຂທຸກການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS.
(ທ່ານອັກຄະລັດຖຸທູດ ຫງວ໊ຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

ໃນລະຫວ່າງວັນທີ 11 – 12 ສິງຫາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວເລື່ອງ: “ຄວາມໝັ້ນຄົງທາງທະເລ: ການປ້ອງກັນສະກັດກັ້ນ,  ການປ່ຽນແປງໃໝ່ ແລະ ການຮ່ວມມືສາກົນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນ”. ເຫດການຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ ປານາມາ, ປະເທດປະທານສະພາຄວາມໝັ້ນຄົງສະຫະປະຊາຊາດເດືອນ ສິງຫາ.

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານອັກຄະລັດຖຸທູດ ຫງວ໊ຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ , ຢືນຢັນວ່າ ສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ພ້ອມກັບບັນດາເອກະສານນິຕິກຳສາກົນກ່ຽວກັບການເດີນທະເລ, ສິ່ງແວດລ້ອມ ແລະ ການປ້ອງກັນ ຕ້ານອາດຊະຍາກຳທາງທະເລ ໄດ້ສ້າງເປັນກອບນິຕິກຳຢ່າງຮອບດ້ານໃຫ້ແກ່ການຄຸ້ມຄອງມະຫາສະໝຸດ ແລະ ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ທະເລ.

ໂດຍແມ່ນປະເທດເຂດແຄມທະເລ, ດ້ວຍຜົນປະໂຫຍດຍຸດທະສາດດ້ານເສດຖະກິດ ແລະ ເສດຖະກິດ ຕິດພັນກັບສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ຫວຽດນາມ ຢືດໝັ້ນຫຼັກໝັ້ນສະເໝີຕົ້ນສະເໝີປາຍແມ່ນແກ້ໄຂທຸກການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ຫຸ່ນ​ຍົນ​ມະ​ນຸດ​ໂລກ 2025

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ຫຸ່ນ​ຍົນ​ມະ​ນຸດ​ໂລກ 2025

ບັນດາການເຄື່ອນໄຫວນີ້ກໍ່ໄດ້ຂາຍປີ້ຄືກັນກັບການແຂ່ງຂັນກິລາຂອງມະນຸດດ້ວຍລາຄາແຕ່ 18-80 USD ຕາມແຕ່ລະນັດແຂ່ງຂັນ.

Top