• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ​ຖະ​ແຫຼງ​ບໍ່​ປ່ຽນ​ແປງຫຼັກ​ໝັ້ນ​ກ່ຽວ​ກັບ​ຢູ​ແກຼນ ກ່ອນ​ການ​ພົບ​ປະ​ສຸດຍອດກັບ ອາ​ເມ​ລິ​ກາ

ຖະແຫຼງການນີ້ ຂອງຝ່າຍລັດເຊຍ ໂດຍທ່ານ Alexei Fadeev ຮອງໂຄສົກກະຊວງການຕ່າງປະເທດ ລັດເຊຍ ຢ້ຳຄືນ, ຕາມນັ້ນແລ້ວ ຫຼັກໝັ້ນໂດຍທ່ານ Putin ປະທານາທິບໍດີ ປະກາດກ່ອນນັ້ນ 1 ປີກ່ວາແມ່ນບໍ່ປຽນແປງ.
ທ່ານ Alexei Fadeev ຮອງໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: Reuters)

ກ່ອນການພົບປະສຸດຍອດຄັ້ງທຳອິດ ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump, ຄາດວ່າຈະດຳເນີນໃນວັນທີ 15 ສິງຫາຢູ່ລັດ Alaska (ອາເມລິກາ), ເພື່ອປຶກສາຫາລືກ່ຽວກັບການປະທະກັນຢູ່ຢູແກຼນ, ວັນທີ 13 ສິງຫາ, ຝ່າຍລັດເຊຍ ໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນບໍ່ປ່ຽນແປງກ່ຽວກັບບັນຫານີ້, ໃນນັ້ນ ມີເລື່ອງ ກີແອັບ ຕ້ອງຖອນທຸກແຫຼ່ງກຳລັງອອກຈາກພາກພື້ນຈຸດສຸມ ແລະ ປ່ອຍປະຄວາມຫວັງເຂົ້າເປັນສະມາຊິກ ອົງການອັດລັງຕິກເໜືອ (NATO). ຖະແຫຼງການນີ້ ຂອງຝ່າຍລັດເຊຍ ໂດຍທ່ານ Alexei Fadeev ຮອງໂຄສົກກະຊວງການຕ່າງປະເທດ ລັດເຊຍ ຢ້ຳຄືນ, ຕາມນັ້ນແລ້ວ ຫຼັກໝັ້ນໂດຍທ່ານ Putin  ປະທານາທິບໍດີ ປະກາດກ່ອນນັ້ນ 1 ປີກ່ວາແມ່ນບໍ່ປຽນແປງ.

ໃນຂະນະນັ້ນ, ວົງການເຈົ້າໜ້າທີ່ ອາເມລິກາ ຍັງພວມຕັ້ງໜ້າກະກຽມໃຫ້ແກ່ການພົບປະສຸດຍອດ ຢູ່ Alaska ທີ່ຈະມາເຖິງ. ວັນທີ 13 ສິງຫາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໂອ້ລົມທາງໂທລະສັບກັບບັນດາການນຳເອີລົບ ແລະ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ເພື່ອປຶກສາຫາລືກ່ຽວກັບຫຼັກໝັ້ນລວມ. ກ່າວຄຳເຫັນຫຼັງຈາກນັ້ນ, ທ່ານ Donald Trump ກ່າວເຕືອນວ່າ ລັດເຊຍ ຈະຮັບຜົນຕາມມາທີ່ຮ້າຍແຮງ ຖ້າບໍ່ຍອມຮັບຂໍ້ຕົກລົງຢຸດຍິງຢູ່ຢູແກຼນ.

ກ່ຽວຂ້ອງເຖິງການພົວພັນລະຫວ່າງ ອາເມລິກາ - ລັດເຊຍ, ກະຊວງການເງິນ ອາເມລິກາ ໃນວັນທີ 13 ສິງຫາ ໃຫ້ຮູ້ວ່າ ບັນດາຄຳສັ່ງລົງໂທດ ສຳລັບຂົງເຂດການເງິນ ຂອງ ລັດເຊຍ ໄດ້ໄປໂຍະຍານຈົນຮອດວັນທີ 20 ສິງຫາ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາການແລກປ່ຽນການຄ້າທີ່ກ່ຽວຂ້ອງການພົບປະກັນຢູ່ Alaska ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ຫຸ່ນ​ຍົນ​ມະ​ນຸດ​ໂລກ 2025

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ຫຸ່ນ​ຍົນ​ມະ​ນຸດ​ໂລກ 2025

ບັນດາການເຄື່ອນໄຫວນີ້ກໍ່ໄດ້ຂາຍປີ້ຄືກັນກັບການແຂ່ງຂັນກິລາຂອງມະນຸດດ້ວຍລາຄາແຕ່ 18-80 USD ຕາມແຕ່ລະນັດແຂ່ງຂັນ.

Top