ກອງປະຊຸມນັດສາມັນຂອງລັດຖະບານ ປະຈຳເດືອນ ມັງກອນ ປີ 2025 ດຳເນີນໃນຕອນເຊົ້າວັນທີ 5 ກຸມພາ ຢູ່ ຮ່າໂນ້ຍ ໄດ້ປຶກສາຫາລືຫລາຍເນື້ອໃນສຳຄັນ ແລະ ວາງອອກຫນ້າທີ່ຈຸດສຸມຕ້ອງປະຕິບັດໃນສະພາບການໂລກທີ່ຍັງມີການຜັນແປຫລາຍຢ່າງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຊີ້ນຳ: ດ້ວຍຄາດໝາຍການເຕີບໂຕ GDP ຢ່າງຫນ້ອຍສຸດ 8% ໃນປີ 2025, ບັນດາກະຊວງຂະແຫນງການ, ທ້ອງຖິ່ນ ຕ້ອງວາງບັນດາຄາດໝາຍການເຕີບໂຕໃຫມ່
ຫວຽດນາມ ວາງຄາດໝາຍການເຕີບໂຕ GDP ຢ່າງຫນ້ອຍສຸດແມ່ນຢູ່ໃນລະດັບ 8% ໃນປີ 2025, ສ້າງທ່ວງທ່າ, ກຳລັງຫນູນໃຫ້ແກ່ຊຸມປີຕໍ່ໄປ ຕາມການເຕີບໂຕເປັນສອງຕົວເລກ. ໃນສະພາບການໂລກມີການຜັນແປສັບສົນຄືປະຈຸບັນ ຍາກທີ່ຄາດຄະເນລ່ວງຫນ້າໄດ້, ຫວຽດນາມ ກຳນົດຈະໃກ້ຊິດຕິດແທດກັບສະພາບຕົວຈິງ, ມີບັນດາມາດຕະການແກ້ໄຂຢ່າງທັນການເພື່ອສຳເລັດຄາດໝາຍທີ່ໄດ້ວາງອອກ.
ບໍ່ອາດປະໃຫ້ພາດກາລະໂອກາດ
ກອງປະຊຸມນັດສາມັນຂອງລັດຖະບານ ເດືອນມັງກອນ ໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນ ພວມຜັນແປສັບສົນຍາກທີ່ຄາດຄະເນລ່ວງຫນ້າໄດ້, ສົ່ງຜົນກະທົບໂດຍກົງເຖິງ ຫວຽດນາມ ເປັນຕົ້ນແມ່ນຄວາມອາດສາມາດເກີດສົງຄາມການຄ້າໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:
“ພວກເຮົາຕ້ອງກະກຽມຄືແນວໃດເພ່ືອຮັບມື, ບໍ່ໃຫ້ຖືກຕົກຢູ່ໃນທ່າຮັບ, ບໍ່ຕົກສະເງີ້ ແລະ ພວກເຮົາຕ້ອງຮັກສາທ່ວງທ່າ, ຈັງຫວະ, ກຳລັງແຮງທີ່ພວມມີເພື່ອໃຫ້ພວກເຮົາສືບຕໍ່ພັດທະນາ”.
ຕາມທ່ານນາຍົກລັດຖະມົນຕີແລ້ວ, ຕ້ອງຫັນຕະຫລາດ, ຜະລິດຕະພັນ, ລະບົບການສະຫນອງເປັນຫລາຍຮູບແບບ, ສືບຕໍ່ເປີດກວ້າງໄປຍັງບັນດາຕະຫລາດ, ພາກພື້ນ ຄື: ອິນເດຍ, ຕາເວັນອອກກາງ, ອາເມລິກາໃຕ້, ປາກິດສະຖານ... ແລະ ທ່ານເນັ້ນຫນັກເຖິງຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມານະພະຍາຍາມຜ່ານຜ່າເອົາຊະນະຕົນເອງ “ທັງເວົ້າ, ທັງເຮັດ, ທັງກະກຳ, ທັງໂຄສະນາ”.
“ພວກເຮົາຕ້ອງລົງມືທຳການຜະລິດດຳເນີນທຸລະກິດຢ່າງທັນທີ, ສຳລັດບັນດາຄາດໝາຍຫນ້າທີ່ນັບແຕ່ເດືອນມັງກອນ; ສຳຫລວດກວດຄືນສິ່ງໃດທີ່ຍັງບໍ່ທັນສຳເລັດ, ສິ່ງໃດຕ້ອງປະຕິບັດສຳເລັດໃນເດືອນກຸມພາ, ເດືອນມີນາ. ຕ້ອງກຳແຫນ້ນ ແລະ ຄວບຄຸມໄດ້ສະພາບການນັບແຕ່ຫົວທີ. ບັນດາກະຊວງ, ຂະແຫນງການ, ບັນດາທ່ານລັດຖະມົນຕີ ຕ້ອງຊີ້ນຳນັບແຕ່ຫົວທີ”.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍຖືວ່າ ດ້ວຍຄາດໝາຍການເຕີບໂຕ GDP ຢ່າງຫນ້ອຍສຸດແມ່ນ 8% ໃນປີ 2025, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຕ້ອງມີບັນດາຄາດໝາຍການເຕີບໂຕໃຫມ່, ຍື່ນສະເຫນີທຸກຂັ້ນທີ່ມີສິດອຳນາດອະນຸມັດຜ່ານເພື່ອປະຕິບັດ.
ໃນບັນດາຫນ້າທີ່, ມາດຕະການແກ້ໄຂຕົ້ນຕໍນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ກ່ອນອື່ນໝົດແມ່ນປະຕິບັດບັນດາການສະຫລຸບ, ມະຕິຂອງສູນກາງ, ກົມການເມືອງ, ສະພາແຫ່ງຊາດ, ລັດຖະບານ ຢ່າງຄົບຊຸດ, ຂ້ຽວຂາດ, ມີປະສິດທິຜົນ ເປັນຕົ້ນແມ່ນການສະຫລຸບເລກທີ 123 ຂອງສູນກາງກ່ຽວກັບແຜນຮ່າງເພີ່ມເຕີມແກ່ການພັດທະນາເສດຖະກິດ ສັງຄົມ ປີ 2025 ດ້ວຍຄາດໝາຍການເຕີບໂຕບັນລຸ 8% ຂຶ້ນໄປ.
ຮີບເຮັ່ງຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ
ພາຍຫລັງກອງປະຊຸມຄັ້ງນີ້, ລັດຖະບານຈະມີໃບຍື່ນສະເຫນີສະພາແຫ່ງຊາດທີ່ກອງປະຊຸມວິສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ XV ເຊິ່ງຈະດຳເນີນໃນອາທິດຈະມາເຖິງ ເພື່ອສະເຫນີດັດປັບບາງຄາດໝາຍເສດຖະກິດສຳຄັນ.
ກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ກະກຽມຮ່າງມະຕິສະເພາະຂອງລັດຖະບານ ເພື່ອແນໃສ່ຜັນຂະຫຍາຍຫນ້າທີ່ສຳຄັນນີ້ ໃນນັ້ນ ວາງຄາດໝາຍການເຕີບໂຕຢ່າງລະອຽດໃຫ້ແກ່ແຕ່ລະທ້ອງຖິ່ນ ພ້ອມທັງກຳນົດບາງຄາດໝາຍຫລັກໃຫ້ແກ່ບັນດາກະຊວງ, ຂະແຫນງການຢູ່ສູນກາງ. ບັນດາຄາດໝາຍນີ້ແມ່ນສອດຄ່ອງກັບພຶດຕິກຳຕົວຈິງ, ຮັບປະກັນຄວາມເປັນໄປໄດ້.
ດ້ວຍຄວາມຮຽກຮ້ອງການເຕີບໂຕທີ່ສູງກວ່າ, ຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການກໍ່ຕ້ອງໄດ້ຍົກສູງຢ່າງເໝາະສົມ. ສິ່ງນີ້ຮຽກຮ້ອງໃຫ້ກະຊວງ, ຂະແຫນງການ, ທ້ອງຖິ່ນທັງໝົດ ຕ້ອງຂ້ຽວຂາດໃນການຜັນຂະຫຍາຍປະຕິບັດຢູ່ລະດັບສູງກວ່າ, ຊ້ຳບໍ່ໜຳຕ້ອງສູງທົບສອງເທົ່າເມື່ອທຽບໃສ່ກ່ອນນີ້.
ກ່ຽວກັບບາງມາດຕະການລະອຽດ, ຫວຽດນາມ ຄວນສືບຕໍ່ນຳໃຊ້ແຫລ່ງເງິນລົງທຶນພາກລັດຢ່າງມີປະສິດທິຜົນ, ຮັບປະກັນໃຫ້ບັນດາໂຄງການໄດ້ຮັບການຜັນຂະຫຍາຍຖືກກັບຄວາມຄືບຫນ້າ ແລະ ນຳມາເຊິ່ງມູນຄ່າຂອງພຶດຕິກຳຕົວຈິງ ພິເສດແມ່ນຜັນຂະຫຍາຍບາງໂຄງການສຳຄັນ.
ໃນສະພາບການຜັນຂະຫຍາຍມະຕິເລກທີ 18 ຂອງສູນກາງ, ເລື່ອງສັບຊ້ອນ, ສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ ພວມໄດ້ຮັບການຍູ້ແຮງ. ໃນໄລຍະຈະມາເຖິງ, ລັດ ວິສາຫະກິດ ພິເສດແມ່ນບັນດາວິສາຫະກິດນຳຫນ້າ, ວິສາຫະກິດນຳພາ ຄວນເປັນເຈົ້າການໃນການປະຕິບັດບັນດາໂຄງການທີ່ມີຂອບຂະຫນາດໃຫຍ່. ຫວຽດນາມ ກໍ່ຄວນຜັນຂະຫຍາຍນະໂຍບາຍດຶງດູດບັນດາໂຄງການລົງທຶນໃຫຍ່ໃນຂົງເຂດເຕັກໂນໂລຊີສູງໃນທັນທີ. ຕໍ່ໄປແມ່ນດຶງດູດການລົງທຶນຈາກພາກສ່ວນວິສາຫະກິດ, ພິເສດແມ່ນວິສາຫະກິດພາກເອກະຊົນຢູ່ພາຍໃນປະເທດ.
ສຳລັບຂົງເຂດທະນາຄານ, ເລື່ອງດັດປັບນະໂຍບາຍເງິນຕາ ຈະສືບຕໍ່ປະຕິບັດຢ່າງມີໄຫວພິບ, ເຄັ່ງຂັດ, ເໝາະສົມກັບນະໂຍບາຍການເງິນ, ນະໂຍບາຍການນຳເຂົ້າສົ່ງອອກ, ນະໂຍບາຍການຄ້າ.
ຄາດໝາຍ GDP 8% ໃນປີ 2025 ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການຊຸກຍູ້ການພັດທະນາຂອງພື້ນຖານເສດຖະກິດໃນສະພາບທີ່ຍັງປະສົບກັບສິ່ງທ້າທາຍຫລາຍຢ່າງ. ເລື່ອງລັດຖະບານ ຊີ້ນຳ, ບໍລິຫານຢ່າງຂ້ຽວຂາດ, ຮອບດ້ານ, ມີຈຸດສຸມ, ໃກ້ຊິດຕິດແທດກັບສະພາບຕົວຈິງ ແລະ ຜັນຂະຫຍາຍຢ່າງລຸລ່ວງຈາກສູນກາງລົງຮອດທ້ອງຖິ່ນ ຈະປະກອບສ່ວນສຳຄັນເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດຄາດໝາຍທີ່ໄດ້ວາງອອກຂອງທັງປີ.