• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮັບຄຳເຊີນເຂົ້າຮ່ວມສະພາສັນຕິພາບເຂດ ກາຊາ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ມຸ່ງໄປເຖິງການແກ້ໄຂການປະທະກັນ
ທ່ານເລຂາທິການໃຫຍ່ ໂຕເລິມ (ພາບປະກອບ: TTXVN)

 ວັນທີ 16 ມັງກອນ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ສົ່ງຈົດໝາຍເຖິງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເຊີນທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຫວຽດນາມ ເຂົ້າຮ່ວມສະພາສັນຕິພາບເຂດ ກາຊາ ດ້ວຍຖານະເປັນປະເທດກໍ່ຕັ້ງ, ພ້ອມກັບປະຊາຄົມສາກົນຊຸກຍູ້ມາດຕະການສັນຕິພາບແບບຍືນຍົງໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ຢູ່ເຂດ ກາຊາ.

        ເມື່ອຕອບຈົດໝາຍເຊື້ອເຊີນຂອງທ່ານປະທານາທິບໍດີ Donald Trump, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ມຸ່ງໄປເຖິງການແກ້ໄຂການປະທະກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ເຄົາລົບສິດພື້ນຖານຂອງບັນດາຝ່າຍທີ່ກ່ຽວຂ້ອງ. ທ່ານເລຂາທິການໃຫຍ່ ໂຕເລິມ ຮັບຄຳເຊີນເຂົ້າຮ່ວມສະພາສັນຕິພາບ ແລະ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວຈະເຂົ້າຮ່ວມດ້ວຍຖານະເປັນປະເທດກໍ່ຕັ້ງຂອງສະພາສັນຕິພາບ, ພ້ອມກັບ ອາເມລິກາ ແລະ ປະຊາຄົມສາກົນປະກອບສ່ວນຢ່າງຕັ້ງໜ້າມຸ່ງໄປເຖິງມາດຕະການແກ້ໄຂຢ່າງຍາວນານ, ຮອບດ້ານໃຫ້ແກ່ວິວັດທະນາການສັນຕິພາບພາກພື້ນ ຕາເວັນອອກກາງ, ໃນນັ້ນມີເລື່ອງ ສ້າງລັດ ປາແລັດສະຕິນ ຄົງຕົວດ້ວຍສັນຕິພາບພ້ອມກັບລັດ ອິດສະຣາແອັນ.

        ໃນຈົດໝາຍ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີ ຫວຽດນາມ ແລະ ອາເມລິກາ ສືບຕໍ່ຮ່ວມມືກັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອດດ້ານລະຫວ່າງ 2 ປະເທດໃຫ້ແທດຈິງ, ມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດທີ່ເໝາະສົມກັບຄວາມຕ້ອງການ ແລະ ບຸລິມະສິດຂອງ 2 ຝ່າຍ, ບົນພື້ນຖານເຄົາລົບເຊິ່ງກັນແລະກັນ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ກໍຄືໃນໂລກ.

(ແຫຼ່ງຄັດຈາກ VOV)

ຈິນຕະນາການໃໝ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ຈິນຕະນາການໃໝ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ມະຕິ 9 ສະບັບສວມບົດບາດກຳນົດທິດຈິນຕະນາການ, ສ້າງກຳລັງໜູນບຸກທະລຸ, ນຳ ຫວຽດນາມ ພັດທະນາຢ່າງວ່ອງໄວໃນສັງກາດໃໝ່

Top