• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສ້າງຄວາມປະທັບໃຈອັນດີງາມຢູ່ງານຕະຫຼາດນັດວັດທະນະທຳ - ອາຫານການກິນ ສະຫະປະຊາຊາດ ປີ 2023

ຮ້ານ “ຄົວ ຫວຽດນາມ” ດ້ວຍບັນເຍື່ອງອາຫານ ແລະ ເຄື່ອງດື່ມຂອງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ແຂກຜູ້ເຂົ້າຮ່ວມງານຕະຫຼາດນັດ
  ຮ້ານ “ຄົວ ຫວຽດນາມ” (ພາບ: TTXVN)  
ວັນທີ 06 ມີຖຸນາ, ທີ່ສຳນັກງານສະຫະປະຊາຊາດ, ຢູ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດງານຕະຫຼາດນັດວັດທະນະທຳ - ອາຫານການກິນສາກົນ ສະຫະປະຊາຊາດ (UN International Bazaar) 2023. ເຂົ້າຮ່ວມງານຕະຫຼາດນັດນີ້ມີກວ່າ 100 ຮ້ານທີ່ວາງຂາຍບັນດາຜະລິດຕະພັນສີລະປະຫັດທະກຳ ແລະ ອາຫານພື້ນເມືອງຂອງບັນດາປະເທດສະມາຊິກສະຫະປະຊາຊາດ. ໃນຄັ້ງນີ້, ຫວຽດນາມ ໄດ້ເຂົ້າຮ່ວມດ້ວຍ 2 ຮ້ານ. ຮ້ານວາງຂາຍເຄື່ອງສີລະປະຫັດທະກຳຂອງ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກເພື່ອນມິດສາກົນຫຼາຍຄົນ, ພິເສດແມ່ນບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ, ພາບສີຂັດມັນ, ແພໄໝພື້ນເມືອງ… ພິເສດ, ຮ້ານ “ຄົວ ຫວຽດນາມ” ດ້ວຍບັນເຍື່ອງອາຫານ ແລະ ເຄື່ອງດື່ມຂອງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ແຂກຜູ້ເຂົ້າຮ່ວມງານຕະຫຼາດນັດ ແລະ ໄດ້ຮັບຫຼາຍຄຳຊື່ນຊົມ. ງານຕະຫຼາດນັດນີ້ໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນ, ພ້ອມທັງສ້າງກອງທຶນສະໜັບສະໜູນບັນດາການເຄື່ອນໄຫວ, ໂຄງການມະນຸດສະທຳຂອງສະຫະປະຊາຊາດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top