ຂ່າວສານ ຫວຽດນາມ ສ້າງຄວາມປະທັບໃຈອັນດີງາມຢູ່ງານຕະຫຼາດນັດວັດທະນະທຳ - ອາຫານການກິນ ສະຫະປະຊາຊາດ ປີ 2023 08/06/2023 ຮ້ານ “ຄົວ ຫວຽດນາມ” ດ້ວຍບັນເຍື່ອງອາຫານ ແລະ ເຄື່ອງດື່ມຂອງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ແຂກຜູ້ເຂົ້າຮ່ວມງານຕະຫຼາດນັດ ຮ້ານ “ຄົວ ຫວຽດນາມ” (ພາບ: TTXVN) ວັນທີ 06 ມີຖຸນາ, ທີ່ສຳນັກງານສະຫະປະຊາຊາດ, ຢູ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດງານຕະຫຼາດນັດວັດທະນະທຳ - ອາຫານການກິນສາກົນ ສະຫະປະຊາຊາດ (UN International Bazaar) 2023. ເຂົ້າຮ່ວມງານຕະຫຼາດນັດນີ້ມີກວ່າ 100 ຮ້ານທີ່ວາງຂາຍບັນດາຜະລິດຕະພັນສີລະປະຫັດທະກຳ ແລະ ອາຫານພື້ນເມືອງຂອງບັນດາປະເທດສະມາຊິກສະຫະປະຊາຊາດ. ໃນຄັ້ງນີ້, ຫວຽດນາມ ໄດ້ເຂົ້າຮ່ວມດ້ວຍ 2 ຮ້ານ. ຮ້ານວາງຂາຍເຄື່ອງສີລະປະຫັດທະກຳຂອງ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກເພື່ອນມິດສາກົນຫຼາຍຄົນ, ພິເສດແມ່ນບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ, ພາບສີຂັດມັນ, ແພໄໝພື້ນເມືອງ… ພິເສດ, ຮ້ານ “ຄົວ ຫວຽດນາມ” ດ້ວຍບັນເຍື່ອງອາຫານ ແລະ ເຄື່ອງດື່ມຂອງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ແຂກຜູ້ເຂົ້າຮ່ວມງານຕະຫຼາດນັດ ແລະ ໄດ້ຮັບຫຼາຍຄຳຊື່ນຊົມ. ງານຕະຫຼາດນັດນີ້ໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນ, ພ້ອມທັງສ້າງກອງທຶນສະໜັບສະໜູນບັນດາການເຄື່ອນໄຫວ, ໂຄງການມະນຸດສະທຳຂອງສະຫະປະຊາຊາດ.

ຮ້ານ “ຄົວ ຫວຽດນາມ” ດ້ວຍບັນເຍື່ອງອາຫານ ແລະ ເຄື່ອງດື່ມຂອງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ແຂກຜູ້ເຂົ້າຮ່ວມງານຕະຫຼາດນັດ ຮ້ານ “ຄົວ ຫວຽດນາມ” (ພາບ: TTXVN) ວັນທີ 06 ມີຖຸນາ, ທີ່ສຳນັກງານສະຫະປະຊາຊາດ, ຢູ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດງານຕະຫຼາດນັດວັດທະນະທຳ - ອາຫານການກິນສາກົນ ສະຫະປະຊາຊາດ (UN International Bazaar) 2023. ເຂົ້າຮ່ວມງານຕະຫຼາດນັດນີ້ມີກວ່າ 100 ຮ້ານທີ່ວາງຂາຍບັນດາຜະລິດຕະພັນສີລະປະຫັດທະກຳ ແລະ ອາຫານພື້ນເມືອງຂອງບັນດາປະເທດສະມາຊິກສະຫະປະຊາຊາດ. ໃນຄັ້ງນີ້, ຫວຽດນາມ ໄດ້ເຂົ້າຮ່ວມດ້ວຍ 2 ຮ້ານ. ຮ້ານວາງຂາຍເຄື່ອງສີລະປະຫັດທະກຳຂອງ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກເພື່ອນມິດສາກົນຫຼາຍຄົນ, ພິເສດແມ່ນບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ, ພາບສີຂັດມັນ, ແພໄໝພື້ນເມືອງ… ພິເສດ, ຮ້ານ “ຄົວ ຫວຽດນາມ” ດ້ວຍບັນເຍື່ອງອາຫານ ແລະ ເຄື່ອງດື່ມຂອງ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ແຂກຜູ້ເຂົ້າຮ່ວມງານຕະຫຼາດນັດ ແລະ ໄດ້ຮັບຫຼາຍຄຳຊື່ນຊົມ. ງານຕະຫຼາດນັດນີ້ໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນ, ພ້ອມທັງສ້າງກອງທຶນສະໜັບສະໜູນບັນດາການເຄື່ອນໄຫວ, ໂຄງການມະນຸດສະທຳຂອງສະຫະປະຊາຊາດ.