ຫວຽດນາມ ຖືວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ການເຊື່ອມໂຍງເຂົ້າກັບສາກົນແມ່ນບັນດາກຳລັງໜູນຍຸດທະສາດ ເພື່ອນຳປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.
ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ (ພາບ: TTXVN)
ຫວຽດນາມ ສະໜັບສະໜູນຢ່າງແຮງວິທີສຳພັດເລື່ອງຖືເອົາມະນຸດເປັນໃຈກາງໃນວິວັດການພັດທະນາ ແລະ ນຳໃຊ້ປັນຍາປະດິດ (AI). ນີ້ແມ່ນຄຳຢືນຢັນຂອງທ່ານ ມາຍຟານຢຸງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ທີ່ວາລະປະຊຸມຄົບຄະນະ ກອງປະຊຸມແຮງງານສາກົນຄັ້ງທີ 114 (ILC114) ຂອງອົງການແຮງງານສາກົນ (ILO) ຈັດຂຶ້ນໃນວັນທີ 08 ມິຖຸນາ, ຢູ່ ສະວິດ.
ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ເນັ້ນໜັກວ່າ ຫວຽດນາມ ຖືວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ການເຊື່ອມໂຍງເຂົ້າກັບສາກົນແມ່ນບັນດາກຳລັງໜູນຍຸດທະສາດ ເພື່ອນຳປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານສະເໜີ 3 ບຸລິມະສິດເພື່ອຮັບປະກັນວ່າ AI ຮັບໃຊ້ຈຸດປະສົງວຽກເຮັດງານທຳທີ່ສົມເຫດສົມຜົນ, ລວມມີ: ການລົງທຶນພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ທັກສະດີຈີຕອນ; ຕິດພັນການຫັນເປັນດີຈີຕອນກັບການຮັບປະກັນວຽເຮັດງານທຳທີ່ສົມເຫດສົມຜົນ ແລະ ລະບົບຮັບປະກັນຊີວິດສັງຄົມຢ່າງຮອບດ້ານ; ສ້າງຂອບຄຸ້ມຄອງ AI ໂດຍອີງໃສ່ການໂອ້ລົມສົນທະນາສັງຄົມ, ລັກສະນະກະຈາງແຈ້ງ, ໜ້າທີ່ຄວາມຮັບຜິດຊອບອະພິປາຍ ແລະ ບັນດາມາດຖານການອອກແຮງງານສາກົນ.
ທ່ານຢືນຢັນຄືນໃໝ່ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ILO ແລະບັນດາປະເທດສະມາຊິກ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງ AI ເພື່ອຄວາມກ້າວໜ້າໃນສັງຄົມ ແລະ ຄວາມວັດທະນາຖາວອນລວມ.
(ແຫຼ່ງຄັດຈາກ VOV)