• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ມົງໂກນ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

ຍາມໃດ ຫວຽດນາມ ກໍ່ຖື ມົງໂກນ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ, ປາດຖະໜາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ມົງໂກນ ຈະສືບຕໍ່ພັດທະນາຢ່າງມີປະສິດທິຜົນກວ່າໃນໄລຍະຈະມາເຖິງ
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ Saikhanbatar Gursed (ພາບ: TTXVN)  

ຕອນບ່າຍວັນທີ 06 ທັນວາ, ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ Saikhanbatar Gursed, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖື ມົງໂກນ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ, ປາດຖະໜາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ມົງໂກນ ຈະສືບຕໍ່ພັດທະນາຢ່າງມີປະສິດທິຜົນກວ່າໃນໄລຍະຈະມາເຖິງ; ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກັບ ມົງໂກນ ບົນພື້ນຖານທ່າແຮງເພີ່ມເຕີມໃຫ້ແກ່ກັນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການພົວພັນດ້ານການເມືອງ - ການທູດ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຄົ້ນຄວ້າເປີດສາຍການບິນໂດຍກົງ…

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ທ່ານລັດຖະມົນຕີ Saikhanbatar Gursed ຊຸກຍູ້ການພົວພັນລະຫວ່າງ 2 ກະຊວງປ້ອງກັນປະເທດ; ໂດຍຢືນຢັນວ່າ ລັດຖະບານ 2 ປະເທດຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ ກະຊວງປ້ອງກັນປະເທດ, ກອງທັບຂອງ 2 ປະເທດເພີ່ມທະວີການພົວພັນແລກປ່ຽນ, ຍົກສູງຄວາມເຂົ້າໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ພ້ອມກັນຮ່ວມມືບົນພື້ນຖານສອດຄ່ອງກັບຄວາມຕ້ອງການ, ຄວາມສາມາດຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອນບ່າຍວັນດຽວກັນ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ Saikhanbatar Gursed.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top