• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີບັນດາບາດກ້າວຫັນປ່ຽນຢ່າງຈະແຈ້ງ

ເພື່ອປະຕິບັດບັນດາໜ້າທີ່ມີຂອບຂະໜາດໃຫຍ່ຫຼວງກວ່າ ຄືໄດ້ສະແດງອອກຜ່ານບັນດາເອກະສານວາລະດຳເນີນກອງປະຊຸມໃຫຍ່, ຕ້ອງສຸມກຳລັງແຮງ ແລະ ແຫຼ່ງກຳລັງຂອງປະຊາຊົນທັງໝົດເຂົ້າໃນການຜັນຂະຫຍາຍ 3 ປັດໃຈແກ່ນສານ
  (ທ່ານສາດສະດາຈານ Anatoly Sokolov)  

ເມື່ອຕອບສຳພາດຕໍ່ນັກຂ່າວຂອງ VOV ປະຈຳ ສະຫະພັນ ລັດເຊຍ, ທ່ານສາດສະດາຈານ Anatoly Sokolov, ພະນັກງານຄົ້ນຄວ້າຂັ້ນສູງສະຖາປັນຄົ້ນຄວ້າຝ່າຍຕາເວັນຕົກ, ສະຖາບັນມະຫາບັນດິດວິທະຍາສາດ ລັດເຊຍ,ຢືນຢັນວ່າ ຫວຽດນາມ ມີບັນດາບາດກ້າວຫັນປ່ຽນຢ່າງຈະແຈ້ງ, ທ່ານໃຫ້ຮູ້ວ່າ:

        “ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ບັນດາການກຳນົດທິດ ແລະ ໜ້າທີ່ພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະ 2026  2030 ຈະໄດ້ຮັບການກຳນົດ, ພ້ອມກັນນັ້ນ ວາງອອກບັນດາເປົ້າໝາຍ, ທິດທາງ ແລະ ວິໄສທັດອັນຍາວໄກໃຫ້ແກ່ການພັດທະນາປະເທດຊາດຮອດປີ 2045. ເພື່ອປະຕິບັດບັນດາໜ້າທີ່ມີຂອບຂະໜາດໃຫຍ່ຫຼວງກວ່າ ຄືໄດ້ສະແດງອອກຜ່ານບັນດາເອກະສານວາລະດຳເນີນກອງປະຊຸມໃຫຍ່, ຕ້ອງສຸມກຳລັງແຮງ ແລະ ແຫຼ່ງກຳລັງຂອງປະຊາຊົນທັງໝົດເຂົ້າໃນການຜັນຂະຫຍາຍ 3 ປັດໃຈແກ່ນສານດັ່ງນີ້: ສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈ; ລະບຽບວິໄນ ແລະ ບຸກທະລຸ; ພັດທະນາມະນຸດຖືພູມປັນຍາເປັນພື້ນຖານ”.

        ສ່ວນໃນວັນທີ 18 ມັງກອນ, ໜັງສືພິມຊາວໜຸ່ມລຸກຮື້ຂຶ້ນ, ໜັງສືພິມຂຶ້ນກັບຄະນະຊາວໜຸ່ມກອມມູນິດ ກຸຍບາ ໄດ້ລົງພິມບົດສະແດງຄຳຄິດເຫັນດ້ວຍຫົວຂໍ້ “ພັກໜຶ່ງດຽວ ແລະ ປະເທດສົ່ງແຫຼ່ງບັນດານໃຈ” ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ພ້ອມກັນນັ້ນ ຖື ຫວຽດນາມ ເປັນແບບຢ່າງສົ່ງແຫຼ່ງບັນດານໃຈໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາ. ຜູ້ຂຽນ Maunel Isaac ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ມີຄວາມໝາຍປະຫວັດສາດ ເມື່ອສ້າງຂີດໝາຍບາດກ້າວຫັນປ່ຽນສຳຄັນ, ຈາກບັນດາຜົນງານທີ່ບັນລຸໄດ້ ໄປສູ່ໄລຍະພັດທະນາໃໝ່, ເປັນເວລາກວ່າເຄິ່ງທົດສະວັດພາຍຫຼັງວັນທ້ອນໂຮມປະເທດຊາດເປັນເອກະພາບ.

(ແຫຼ່ງຄັດຈາກ VOV)

ຈິນຕະນາການໃໝ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ຈິນຕະນາການໃໝ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ມະຕິ 9 ສະບັບສວມບົດບາດກຳນົດທິດຈິນຕະນາການ, ສ້າງກຳລັງໜູນບຸກທະລຸ, ນຳ ຫວຽດນາມ ພັດທະນາຢ່າງວ່ອງໄວໃນສັງກາດໃໝ່

Top