ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ມານະພະຍາຍາມຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງ GCM ໃນທົ່ວປະເທດ ກໍຄືຢູ່ພາກພື້ນ.
ທີ່ກອງປະຊຸມ (ພາບ: nhandan.vn)
ແຕ່ວັນທີ 04 – 06 ກຸມພາ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ຄະນະລະຫວ່າງຂະແໜງ ຫວຽດນາມ ໂດຍທ່ານນາງ ຟານທິມິງຢາງ, ຮອງຫົວໜ້າກົມກົງສູນ (ກະຊວງການຕ່າງປະເທດ ຫວຽດນາມ), ໄດ້ນຳໜ້າ, ເຂົ້າຮ່ວມກອງປະຊຸມສຳຫຼວດກວດຄືນສະພາບການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບທີ່ຖືກຕ້ອງຕາມ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 2.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຟານທິມິງຢາງ ເນັ້ນໜັກວ່າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ມານະພະຍາຍາມຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງ GCM ໃນທົ່ວປະເທດ ກໍຄືຢູ່ພາກພື້ນ; ພ້ອມກັນນັ້ນທ່ານນາງກໍ່ໃຫ້ຮູ້ວ່າ, ຫວຽດນາມ ບັນລຸໄດ້ໝາກຜົນພົ້ນເດັ່ນຈຳນວນໜຶ່ງໃນການຜັນຂະຫຍາຍຂໍ້ຕົກລົງ GCM. ຫວຽດນາມ ສະເໜີໃຫ້ເຄືອຂ່າຍອົບພະຍົບຂອງສະຫະປະຊາຊາດ ສືບຕໍ່ໜູນຊ່ວຍບັນດາປະເທດສະມາຊິກຜັນຂະຫຍາຍຂໍ້ຕົກລົງດັ່ງກ່າວໃຫ້ສອດຄ່ອງກັບບຸລິມະສິດຂອງຕົນ, ສ້າງບັນດາຍຸດທະສາດເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ພວມເກີດຂຶ້ນໃນການອົບພະຍົບ ປະຈຸບັນຢ່າງທັນການ.
(ແຫຼ່ງຄັດຈາກ VOV)