ມີຄວາມຫຼົງໄຫຼ ກ່ຽວກັບປະຫວັດສາດການທະຫານ, ໂດຍສະເພາະ ແມ່ນປະຫວັດສາດການທະຫານ ຂອງ ຫວຽດນາມ, ເປັນເວລາ 10 ກວ່າປີ, ທ່ານ ຫງວຽນຮວ່າງກວາງ ໄດ້ຕິດພັນ
ກັບຄ່ານິຍົມກ່ຽວກັບ ການປະກອບຮູບຈຳລອງ ອາວຸດ ຍຸດໂທປະກອນ ດ້ານການທະ ຫານ.
ຮູບຈຳລອງ ການທະຫານ ແຕ່ລະແບບ ມີລາຍລະອຽດ ຫຼາຍຮ້ອຍ ເຖິງພັນ.
ຜູ້ຫຼິ້ນຕ້ອງໃຊ້ເວລາຫຼາຍເດືອນ ເພື່ອເຮັດໃຫ້ສົມບູນແບບ ຮູບຈຳ ລອງໜຶ່ງ ທີ່ຍາກ.
ເພື່ອເຮັດໃຫ້ສຳເລັດຮູບຈຳລອງ, ຕາມທ່ານ ຮວ່າງ, ຕ້ອງປະຕິບັດ ຫຼາຍຂັ້ນຕອນ, ນັບແຕ່ການຕັດ, ການເກັບລາຍລະອຽດ, ປະກອບ ລາຍລະອຽດນ້ອຍໆ ເປັນກຸ່ມກ້ອນ,
ທາສີ, ເຄືອບເງົາ ໃຫ້ເໝາະ ກັບຮູບຈໍາລອງ ແຕ່ລະແບບ.
ປັດຈຸບັນ, ທ່ານຮວ່າງກວາງ ມີ ຮູບຈຳລອງ ອາວຸດຍຸດໂທປະກອນ ດ້ານການທະຫານ ຫວຽດນາມ ກວ່າ 100 ແບບ ຂອງ ຫຼາຍເຫຼົ່າ ທັບ, ເຫຼົ່າຮົບ ທີ່ແຕກຕ່າງກັນ.
|
ຈາກນັ້ນ, ທ່ານ ສືບຕໍ່ປະກອບຮູບຈຳລອງອື່ນໆ ຕາມລຳດັບເຊັ່ນ: ລົດຖັງ T59 ໝາຍເລກ 390, ເຊິ່ງແມ່ນໜຶ່ງ ໃນລົດຖັງ ສອງໜ່ວຍ ທຳອິດ ທີ່ບຸກທໍາລາຍ ປະຕູໂຂງ ທຳນຽບ ໂດກເລີບ ໃນຕອນທ່ຽງ ວັນທີ 30 ເມສາ 1975. ຈາກນັ້ນ ບັນດາຮູບຈຳລອງ ປືນໃຫຍ່, ລົດຫຸ້ມເກາະ, ລົດຂົນສົ່ງ ກໍໄດ້ທ່ານ ປະກອບ ເປັນຈຳນວນ ເພີ່ມ ຂຶ້ນເລື້ອຍໆ. ຮູບຈຳລອງ ການທະຫານແຕ່ລະແບບ ລ້ວນແຕ່ມີ ຄວາມຕິດພັນ ກັບແຕ່ລະເລື່ອງລາວປະຫວັດສາດ ຂອງ ກອງທັບ ຫວຽດນາມ, ເພາະສະນັ້ນ ມັນຈຶ່ງນຳຄວາມຮູ້ສຶກທີ່ໜ້າດຶງດູດໃຈ ມາໃຫ້ທັງຜູ້ປະດິດສ້າງ ແລະ ຜູ້ຊົມຮູບຈຳລອງອີກດ້ວຍ.
13 ປີທີ່ໝັ່ນພຽນ ໃນການສ້າງ ຮູບຈຳລອງ ໄດ້ຊ່ວຍໃຫ້ ທ່ານ ກວາງ ເຕົ້າໂຮມໄດ້ຊຸດສະສົມ ຮູບຈຳລອງ ກ່ຽວກັບ ອາວຸດ ຍຸດ ໂທປະກອນ ດ້ານການທະຫານ ຫວຽດນາມ ທີ່ເປັນເອກະລັກ ກວ່າ 100 ແບບ. ເພື່ອໃຫ້ມີຮູບຈຳລອງ ເປັນຈຳນວນຫຼວງຫຼາຍ ດັ່ງກ່າວ ກ່ຽວກັບຫົວຂໍ້ການທະຫານ ຂອງ ຫວຽດນາມ, ທ່ານ ກວາງ ໄດ້ໃຊ້ ເວລາ ແລະ ທຸ້ມເທກຳລັງກາຍ ແລະ ໃຈ ຢ່າງຫຼວງຫຼາຍໃຫ້ຄ່ານິຍົມ ໃນການຫຼິ້ນນີ້.
ທ່ານ ຮວ່າງກວາງ ໃຫ້ຮູ້ວ່າ: ຮູບຈຳລອງການທະຫານແຕ່ລະຊຸດ ມັກຈະມີລາຍລະອຽດແຕ່ 400 ເຖິງ 500, ບາງຊຸດ ມີລາຍລະອຽດ ເຖິງ 2000, ສະນັ້ນ ວິທີການເຮັດ ຕ້ອງມີວິທະຍາສາດຫຼາຍທີ່ສຸດ ຈຶ່ງ ສຳເລັດໄດ້. ທ່ານ ກວາງ ໄດ້ຈົ່ງ ມູມໜຶ່ງ ພາຍໃນເຮືອນຂອງ ຕົນໄວ້ ເພື່ອການວາງສະແດງ ບັນດາຮູບຈຳລອງ ແລະ ມີທັງມູມ ເຮັດວຽກ ແຍກຕ່າງຫາກເພື່ອເຮັດຮູບຈຳລອງ.
ທ່ານ ກວາງ ບໍ່ພຽງແຕ່ ເປັນຜູ້ຫຼິ້ນຮູບຈຳລອງການທະຫານ ທ່ີເປັນ ເອກະລາດເທົ່ານັ້ນ, ແຕ່ຍັງເປັນຜູ້ເຜີຍແຜ່ ຄ່ານິຍົມ ຫຼິ້ນຮູບຈໍາ ລອງ ການທະຫານ ສູ່ມວນຊົນ ຢ່າງກວ້າງຂວາງອີກດ້ວຍ. ທ່ານ ໄດ້ສ້າງຕັ້ງເວທີປາໄສ ຮູບຈຳລອງການທະຫານ ຫວຽດນາມ, ມີສະ ມາຊິກ 15.000 ຄົນ. ນີ້ແມ່ນສະໜາມການຫຼິ້ນ ສຳລັບ ສະມາ ຊິກ ຜູ້ຮັກມັກຂົງເຂດ ປະດິດສ້າງຮູບຈຳລອງການທະຫານ, ທັງ ແມ່ນ ວິທີການສຶກສາ ກ່ຽວກັບ ປະຫວັດສາດ ໃຫ້ຊາວໜຸ່ມ ປັດຈຸ ບັນ ໄດ້ເຂົ້າໃຈ ກ່ຽວກັບຄວາມຍິ່ງໃຫຍ່ ຂອງ ປະຫວັດສາດ ການທະຫານ ຫວຽດນາມ ຍິ່ງຂຶ້ນ.
ຮູບຈຳລອງລົດຖັງ ເປັນທ່ີສຸດຂອງທ່ານ ຮວ່າງກວາງ ແມ່ນ ຮູບຈຳ ລອງລົດຖັງ T54 ໝາຍເລກ 390.
ຮູບຈຳລອງລົດຖັງນີ້ເປັນຂີດໝາຍ ແຫ່ງເຫດການປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດ ເປັນໜຶ່ງດຽວ.
ຮູບຈຳລອງ ເຮືອບິນ MiG-17 ໝາຍເລກ 2011 ທີ່ໄດ້ກາຍເປັນ ຕໍານານ ຂອງ ກອງທັບອາກາດ ຫວຽດນາມ.
ຮູບຈຳລອງລົດຖັງຂອງກອງທັບ ຫວຽດນາມ ຜ່ານສະໄໝ ຕ່າງໆ ຂອງ ທ່ານ ຮວ່າງກວາງ.
ຮູບຈຳລອງ ເຮືອບິນຝຶກຊ້ອມ Yak-52 ຂອງກອງທັບອາກາດ ຫວຽດນາມ ໃນຊຸດສະສົມ ຂອງ ທ່ານ ຮວ່າງກວາງ.
ຮູບຈຳລອງ ລູກສອນໄຟ ປ້ອງກັນຮັກສາຊາຍຝັ່ງທະເລ ໄດ້ປະກອບ ໂດຍທ່ານ ກວາງ ຜ່ານການຄົ້ນຄວ້າ ຜ່ານສື່, ປື້ມ ແລະ ບັນດາ ຮູບເງົາເອກະສານ.
ຮູບຈຳລອງ ກໍາປັ່ນດຳນໍ້າ ຂອງ ກອງທັບເຮືອ ຫວຽດນາມ.
ຮູບຈຳລອງເຮືອບິນສູ້ຮົບ Su 27 ຂອງກອງທັບອາກາດ ຫວຽດ ນາມ.
ຮູບຈຳລອງລົດຖັງ T 90 ໃນຈຳນວນ ຮູບຈຳລອງ ອາວຸດຍຸດໂທປະ ກອນດ້ານການທະຫານ ຫວຽດນາມ ກວ່າ 100 ແບບ ຂອງທ່ານ ຮວ່າງກວາງ.
ບັນດາຮູບຈຳລອງ ກ່ຽວກັບອາວຸດ ຍຸດໂທປະກອນ ດ້ານການທະ ຫານ ໄດ້ຫວນຄືນ ເຖິງຄວາມຊົງຈຳ ທີ່ສະຫງ່າອົງອາດໃນອະດີດ.
|
ໃນອະນາຄົດອັນໃກ້ນີ້, ທ່ານ ກວາງ ມີຄວາມຫວັງຢາກ ສ້າງບັນດາ ຮູບແບບການທະຫານ ຂຶ້ນສູ່ລະດັບສາກົນ, ນັ້ນແມ່ນ ທ່ານຈະ ລົງ ທຶນ ປະດິດສ້າງ ແຜ່ນຮູບຈຳລອງ ຟື້ນຄືນໃໝ່ ບັນດາບັ້ນຮົບທີ່ ມີ ຊື່ສຽງ ຂອງ ສາກົນເຊັ່ນ: ສົງຄາມໂລກຄັ້ງທີ 2 ຫຼື ຮູບຈຳລອງ ປະຫວັດສາດ ທີ່ໄດ້ກາຍເປັນ ຕໍານານ ຂອງ ມວນມະນຸດ.
13 ປີ ທີ່ໝັ່ນພຽນ ໃນການສ້າງ ຮູບຈຳລອງ ໄດ້ຊ່ວຍໃຫ້ ທ່ານ ກວາງ ເຕົ້າໂຮມ ຊຸດສະສົມໜຶ່ງ ປະກອບດ້ວຍບັນດາ ຮູບຈຳລອງ ອາວຸດຍຸດໂທປະກອນ ດ້ານການທະຫານ ຫວຽດນາມ ທີ່ເປັນ ເອກະລັກ ສະເພາະ ກວ່າ 100 ແບບ. |