• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ປ.ເກົາຫຼີ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ຊ້ອມ​ຮົບ​ຮ່ວມ​ຂອງ ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ​.ເກົາຫຼີ

ຖະແຫຼງການໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ “ສືບຕໍ່ສະແດງກຳລັງແຮງດ້ານການທະຫານ”, ພ້ອມທັງກ່າວເຕືອນຜົນຕາມມາຢ່າງຮ້າຍແຮງຂອງການກະທຳ ເຊິ່ງພຽງຢາງຖືວ່າ ແມ່ນການກະທຳເກາະຜິດນີ້.
ພາບປະກອບ: YONHAP/TTXVN
ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລ້ວ, ວັນທີ 30 ມິຖຸນາ, ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ອອກແຈ້ງການ, ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ, ຍີ່ປຸ່ນ ແລະ ສປປ.ເກົາຫຼີ ດຳເນີນການຊ້ອມຮົບຮ່ວມເປັນຄັ້ງທຳອິດ ທີ່ມີຊື່ວ່າ Freedom Edge. ການຊ້ອມຮົບຮ່ວມໄດ້ແກ່ຍາວເປັນເວລາ 3 ວັນ ໄດ້ດຳເນີນຢູ່ເຂດທະເລສາກົນທາງທິດໃຕ້ ເກາະ Jeju, ທາງພາກໃຕ້ ສ.ເກົາຫຼີ. ຖະແຫຼງການໄດ້ຊີ້ແຈ້ງວ່າ ກ່ອນນັ້ນ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເຄີຍດຳເນີນຫຼາຍການຊ້ອມຮົບຮ່ວມທີ່ມີຂອບຂະໜາດໃຫຍ່, ນ້ອຍດ້ວຍຫຼາຍເຫດຜົນທີ່ແຕກຕ່າງກັນ, ແຕ່ຍັງບໍ່ມີການຊ້ອມຮົບໃດມີຊື່ພິເສດຄືແນວນີ້. ຖະແຫຼງການໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ “ສືບຕໍ່ສະແດງກຳລັງແຮງດ້ານການທະຫານ”, ພ້ອມທັງກ່າວເຕືອນຜົນຕາມມາຢ່າງຮ້າຍແຮງຂອງການກະທຳ ເຊິ່ງພຽງຢາງຖືວ່າ ແມ່ນການກະທຳເກາະຜິດນີ້.

(ແຫຼ່ງຄັດຈາກ VOV)

ງານວາງສະແດງພາບຖ່າຍ, ເອກະສານຂອງ 25 ປະຊະນີຍະສະຖານຢູ່ຄຸກ ຮວາລໍ່

ງານວາງສະແດງພາບຖ່າຍ, ເອກະສານຂອງ 25 ປະຊະນີຍະສະຖານຢູ່ຄຸກ ຮວາລໍ່

ງານວາງສະແດງແມ່ນບ່ອນເກັບຮັກສາຄວາມຊົງຈຳ, ບ່ອນສ້າງຂີດໝາຍບັນດາວິລະກຳ, ບັນດາບາດກ້າວພັດທະນາຂອງຂະບວນການປະຕິວັດ ຫວຽດນາມ.

Top