ເສດຖະກິດເອກະຊົນສວມບົດບາດແກ່ນສານໃນການພັດທະນາຂອງພື້ນຖານເສດຖະກິດ ຫວຽດນາມ, ໂດຍໄດ້ສະແດງຜ່ານບັນດາການປະກອບສ່ວນສຳຄັນເຂົ້າໃນ GDP, ສ້າງວຽກເຮັດງານທຳ, ຊຸກຍູ້ນະວັດຕະກຳ, ຍົກສູງສະມັດຕະພາບການອອກແຮງງານ, ເປີດກວ້າງຕະຫຼາດ, ປະກອບສ່ວນເຂົ້າໃນງົບປະມານແຫ່ງລັດ… ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 2 ຕົວເລກໃນໄລຍະຈະມາເຖິງ, ຫວຽດນາມ ຈະມີຍຸດທະສາດພັດທະນາເສດຖະກິດເອກະຊົນຢ່າງຈະແຈ້ງ, ໃນນັ້ນ ຕ້ອງມີບາດກ້າວບຸກທະລຸກ່ຽວກັບຈິນຕະນາການ, ຄວາມຮັບຮູ້ ແລະ ການເຄື່ອນໄຫວ. ສານດັ່ງກ່າວໂດຍການນຳພັກ, ລັດຖະບານ ໄດ້ຢັ້ງຢືນໃນຊຸມວັນຜ່ານມາ, ອັນໄດ້ສ້າງຄວາມເຊື່ອໝັ້ນ ແລະ ກຳລັງໜູນຢ່າງແຮງໃຫ້ແກ່ບັນດາວິສາຫະກິດ ເອກະຊົນ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນໃນການເຮັດວຽກກັບຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ (ພາບ: chinhphu.vn)
ຂົງເຂດເສດຖະກິດເອກະຊົນ ຫວຽດນາມ ໄດ້ປະກອບສ່ວນກວ່າ 50% GDP, 30% ແຫຼ່ງລາຍຮັບງົບປະມານແຫ່ງລັດ, ດຶງດູດປະມານ 85% ກຳລັງແຮງງານ ແລະ ແມ່ນກຳລັງໜູນເຕີບໂຕຕົ້ນຕໍຂອງພື້ນຖານເສດຖະກິດ. ເຖິງຢ່າງໃດກໍຕາມ, ໃນຕົວຈິງ, ເສດຖະກິດເອກະຊົນຍັງພວມປະສົບກັບສິ່ງກີດຂວາງຫຼາຍຢ່າງ, ເຊັ່ນ: ສະພາບແວດລ້ອມດຳເນີນທຸລະກິດ ຍັງບໍ່ທັນສະເໝີພາບຢ່າງແທ້ຈິງ; ປະສົບກັບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນສິນເຊື່ອ, ທີ່ດິນ… ນີ້ແມ່ນບັນດາປັດໄຈສົ່ງຜົນກະທົບຕໍ່ຄວາມອາດສາມາດປະກອບສ່ວນຂອງຂົງເຂດນີ້ເຂົ້າໃນການພັດທະນາລວມຂອງພື້ນຖານເສດຖະກິດ ຫວຽດນາມ.
ກຳນົດທິດຍຸດທະສາດຢ່າງຈະແຈ້ງ
ພັກ, ລັດ ໄດ້ກຳນົດວ່າ ນີ້ແມ່ນຈຸດເວລາທີ່ບໍ່ອາດຊັກຊ້າກວ່າອີກ, ຫາກຕ້ອງລົບລ້າງບັນດາຮົ້ວກີດຂວາງ, ປຸກລຸກກຳລັງແຮງຂອງພື້ນຖານເສດຖະກິດສຳຄັນນີ້, ປະກອບສ່ວນຕັດສິນໃຈປະຕິບັດສຳເລັດເປົ້າໝາຍຍຸດທະສາດພັດທະນາປະເທດຊາດຮອດປີ 2030 ແລະ 2045. ໃນການເຮັດວຽກກັບຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ໃນວັນທີ 07 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
“ຕ້ອງມີຍຸດທະສາດຈະແຈ້ງແກ່ການພັດທະນາຂອງຂົງເຂດເສດຖະກິດເອກະຊົນ, ສອດຄ່ອງກັບລະດັບພັດທະນາໃນປັດຈຸບັນຂອງພື້ນຖານເສດຖະກິດ, ສອດຄ່ອງກັບພື້ນທີ່ພູມີສາດເສດຖະກິດການເມືອງໃໝ່ຂອງປະເທດຊາດ. ໃນນັ້ນ, ລວມມີການຄິດໄລ່ເຖິງບັນດາການຜັນປ່ຽນພູມີສາດເສດຖະກິດການເມືອງ, ເພື່ອແນໃສ່ຮັບປະກັນໃຫ້ແກ່ເສດຖະກິດເອກະຊົນມີກຳລັງພຽງພໍເພື່ອພັດທະນາ, ມີຄວາມສາມາດຮັບມື, ປະເຊີນໜ້າ ແລະ ມີຄວາມສາມາດແກ້ງແຍ້ງສູງ. ຕ້ອງສຸມໃສ່ການຍົກສູງບາດກ້າວພື້ນຖານກ່ຽວກັບໂຄງລ່າງ, ຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ການພັດທະນາລວມຂອງຂົງເຂດເສດຖະກິດເອກະຊົນ.”
ໄປຄຽງຄູ່ກັບການສົ່ງເສີມບັນດາວິສາຫະກິດມານະພະຍາຍາມກ້າວຂຶ້ນ, ສຸມໃສ່ບັນດາຂະແໜງການຜະລິດ ແລະ ຂຸດຄົ້ນທ່າແຮງຂອງເຕັກໂນໂລຢີສູງໃຫ້ທ່ວງທັນກັບທ່າອ່ຽງແລ້ວ, ທ່ານເລຂາທິການໃຫຍ່ກໍໄດ້ໃຫ້ການຊີ້ນຳໂດຍກົງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດເພື່ອໃຫ້ວິສາຫະກິດເອກະຊົນພັດທະນາແບບຍືນຍົງ, ຍາວນານ. ພ້ອມດຽວກັນນັ້ນ, ກໍ່ສືບຕໍ່ຄົ້ນຄວ້ານະໂຍບາຍບຸກທະລຸ, ກ້າວກະໂດດຂັ້ນເພື່ອສ້າງຕັ້ງ ແລະ ພັດທະນາວິສາຫະກິດທີ່ມີຂອບຂະໜາດໃຫຍ່, ນຳພາ, ນຳໜ້າໃນບາງຂະແໜງການຂົງເຂດແກ່ນສານ ແລະ ສຳຄັນຂອງປະເທດຊາດ.
ສ່ວນລັດຖະບານກໍ່ໄດ້ສ້າງຕັ້ງຄະນະຊີ້ນຳການສ້າງແຜນການພັດທະນາເສດຖະກິດເອກະຊົນ, ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນຫົວໜ້າຄະນະ. ລັດຖະບານກໍພວມສຸມໃສ່ສ້າງມະຕິວ່າດ້ວຍບັນດາກົນໄກນະໂຍບາຍພັດທະນາບຸກທະລຸໃນຂົງເຂດເສດຖະກິດເອກະຊົນ. ທ່ານຮອງລັດຖະມົນຕີກະຊວງການເງິນ ຫງວຽນດຶກຈີ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ສົມທົບກັບບັນດາສະຫະສະມາຄົມຂະແໜງອາຊີບ, ສະຫະສະມາຄົມວິສາຫະກິດເພື່ອຮັບຟັງຄວາມມຸ່ງມາດປາດຖະໜາຂອງວິສາຫະກິດແມ່ນຫຍັງ, ພິເສດແມ່ນວິສາຫະກິດໃຫຍ່. ບົນພື້ນຖານນັ້ນ, ພວກຂ້າພະເຈົ້າໄດ້ສ້າງເນື້ອໃນຂອງມະຕິກໍຄືດຳລັດຂອງລັດຖະບານ, ຮັບປະກັນປະຕິບັດຖືກຕ້ອງຕາມແຜນນະໂຍບາຍຂອງພັກນັ້ນແມ່ນ ບຸກທະລຸ, ໜູນຊ່ວຍ, ສ້າງສາ ເພື່ອໃຫ້ວິສາຫະກິດເອກະຊົນສາມາດພັດທະນາຍາວນານ. ຄວາມຮັບຜິດຊອບຂອງກະຊວງການເງິນແມ່ນ ຕ້ອງມີບັນດາວິສາຫະກິດ, ສະຫະສະມາຄົມ, ບັນດາກະຊວງ, ຂະແໜງການຄິດໄລ່ ແລະ ວາງອອກບັນດານະໂຍບາຍດ້ວຍບຸລິມະສິດທີ່ເໝາະສົມທີ່ສຸດ, ຮັບປະກັນບັນດາຄຳໝັ້ນສັນຍາສາກົນ ແລະ ໂອກາດທີ່ດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດເອກະຊົນຢູ່ ຫວຽດນາມ ພັດທະນາເຕີບໃຫຍ່ເຂັ້ມແຂງ, ບໍ່ພຽງຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງສາມາດບືນຕົວຂຶ້ນອອກສູ່ພາກພື້ນ ແລະ ທົ່ວໂລກອີກດ້ວຍ”.
ກຳລັງໜູນການເຕີບໂຕໃໝ່ຂອງພື້ນຖານເສດຖະກິດ
ປີນີ້, ລັດຖະບານໄດ້ວາງເປົ້າໝາຍເພີ່ມອັດຕາສ່ວນທີ່ຂົງເຂດເສດຖະກິດເອກະຊົນເຂົ້າໃນການເຕີບໂຕ GDP ແມ່ນປະມານ 55%, ການເຕີບໂຕການລົງທຶນເອກະຊົນຂຶ້ນ 2 ຕົວເລກ, ການເຕີບໂຕຂອງຂົງເຂດສິນເຊື່ອບັນລຸປະມານ 16%. ນອກຈາກນັ້ນແລ້ວ, ຕ້ອງມີການສົມທົບລະຫວ່າງວິສາຫະກິດຂະໜາດນ້ອຍ ແລະ ກາງກັບວິສາຫະກິດໃຫຍ່, ວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ (FDI) ເພື່ອໃຫ້ວິສາຫະກິດເອກະຊົນກວ່າ 900.000 ແຫ່ງ ແລະ ປະມານ 5 ລ້ານຄອບຄົວດຳເນີນທຸລະກິດເອກະເທດ ທີ່ພວມເຄື່ອນໄຫວຕ້ອງກາຍເປັນກຳລັງຫຼັກແຫຼ່ງ, ເຕີບໂຕເຂັ້ມແຂງ, ມີກຳລັງຊຶມຊັບວິທະຍາສາດເຕັກໂນໂລຢີ ແລະ ຄວາມກ້າວໜ້າໃໝ່ຢ່າງພຽງພໍ, ກາຍເປັນກຳລັງໜູນການເຕີບໂຕໃໝ່ຂອງພື້ນຖານເສດຖະກິດຢ່າງແທ້ຈິງ. ທ່ານ ດິງຈ້ອງທິ້ງ ນັກຊ່ຽວຊານເສດຖະກິດ ຖືວ່າ:
“ກ່ຽວກັບນະໂຍບາຍ, ພວກເຮົາໄດ້ມີແລ້ວ, ບັນຫາສຳຄັນແມ່ນການຈັດຕັ້ງປະຕິບັດນະໂຍບາຍນັ້ນຢ່າງຄົບຖ້ວນ, ຈາກນັ້ນກໍ່ໃຫ້ການໜູນຊ່ວຍເສດຖະກິດເອກະຊົນເຕີບໂຕພັດທະນາ. ດັ່ງນັ້ນ, ການປະຕິຮູບ, ປັບປຸງກົງຈັກຄຸ້ມຄອງລັດໃຫ້ກະທັດລັດ, ຫຼຸດຜ່ອນບັນດາລະບອບລະບຽບການບໍລິຫານ, ເພີ່ມທະວີປະສິດທິຜົນການຄຸ້ມຄອງລັດ, ຫຼຸດຜ່ອນລາຍຈ່າຍທີ່ບໍ່ເປັນທາງການ ໂດຍສູນກາງ, ສະພາແຫ່ງຊາດ ແລະ ລັດຖະບານ ພວມໄດ້ຜັນຂະຫຍາຍປະຕິບັດ. ດັ່ງນັ້ນ, ຂົງເຂດເສດຖະກິດເອກະຊົນສາມາດປະຕິບັດບັນດາວຽກງານທີ່ກົດໝາຍບໍ່ຫ້າມ ແລະ ປະກອບສ່ວນເຂົ້າໃນການເຕີບໂຕ ແລະ ພັດທະນາເສດຖະກິດໃຫ້ໄດ້ຫຼາຍທີ່ສຸດ”.
ດ້ວຍການກຳນົດທິດຢ່າງແຮງຈາກພັກ ແລະ ການປະຕິບັດຢ່າງຂ້ຽວຂາດຂອງລັດຖະບານ, ຂົງເຂດເສດຖະກິດເອກະຊົນ ຫວຽດນາມ ພວມຢືນຢູ່ຕໍ່ໜ້າການຜັນປ່ຽນທີ່ເຕັມໄປດ້ວຍຄວາມໝັ້ນໝາຍ./.ຶ