• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເພີ່ມ​ທະ​ວີການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອູ​ເບ​ກິດ​ສະ​ຖານ

ວັນທີ 18 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອູເບກິດສະຖານ Bakhtiyor Saidov, ເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17 ມີນາ - 19 ມີນາ.
ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ:TTXVN)

ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມທີ່ຕັ້ງໜ້າຂອງ ອູເບກິດສະຖານ ທີ່ບັນລຸໄດ້, ພ້ອມທັງຮັບຮູ້ລະດັບການເຕີບໂຕທີ່ໜ້າຊື່ນຊົມຂອງວົງເງິນການຄ້າ ຫວຽດນາມ - ອູເບກິດສະຖານ ນັບແຕ່ປີ 2021 ມານີ້, ມູນຄ່າສະເລ່ຍບັນລຸກວ່າ 30% ຕໍ່ປີ. ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນກັບບັນດາປະເທດເພື່ອນມິດທີ່ມີມູນເຊື້ອ, ໃນນັ້ນມີ ອູເບກິດສະຖານ ເປັນສຳຄັນ ແລະ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເສີມຂະຫຍາຍພື້ນຖານການເມືອງ ແລະ ສາຍພົວພັນອັນດີງາມນັບແຕ່ສະໄໝໂຊຫວຽດ, ສ້າງກຳລັງໜູນໃໝ່ແກ່ການເພີ່ມທະວີການຮ່ວມມື, ແທດເໝາະກັບຄວາມຮຽກຮ້ອງຕ້ອງການ, ຄວາມປາດຖະໜາ ແລະ ທ່າແຮງຂອງສອງປະເທດ.    

ສ່ວນທ່ານລັດຖະມົນຕີ Bakhtiyor  Saidov ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືມີມູນເຊື້ອມາແຕ່ດົນນານ ແລະ ສຳຄັນແຖວໜ້າຂອງ ອູເບກິດສະຖານ ໃນພາກພືິ້ນ. ທ່ານລັດຖະມົນຕີປາດຖະໜານຳການພົວພັນສອງຝ່າຍ, ພິເສດໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາເຂົ້າສູ່ລວງເລິກ ແລະ ແທດຈິງ ແລະ ຫວັງວ່າ ຫວຽດນາມ ຈະເປັນຂົວເຊື່ອມຕໍ່ຊ່ວຍ ອູເບກິດສະຖານ ເພີ່ມທະວີການຮ່ວມມືກັບພາກພື້ນຫຼາຍກວ່າອີກ, ໃນນັ້ນ ມີການເປີດກວ້າງການຮ່ວມມືລະຫວ່າງ ອາຊຽນ ກັບພາກພື້ນ ອາຊີກາງ.     

ສອງຝ່າຍກໍຕົກລົງເຫັນດີໂດຍຖືວ່າ ກະຊວງການຕ່າງປະເທດສອງປະເທດ ຕ້ອງຮັກສາກົນໄກແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີສົມທົບກັນເຄື່ອນໄຫວ, ສວມບົດບາດເປັນພາກສ່ວນປະສານງານ, ເປັນຂົວຕໍ່ລະຫວ່າງບັນດາກະຊວງ, ຂະແໜງການຂອງສອງຝ່າຍ ແນໃສ່ສຶກສາຄົ້ນຄວ້າຄວາມສາມາດ ແລະ ຊອກຫາກາລະໂອກາດຮ່ວມມືໃໝ່, ເພື່ອຜົນປະໂຫຍດພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top