• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງ​ເສີມ​ກຸ່ມ​ບໍ​ລິ​ສັດ ພົງ​ຊັບ​ທະ​ວີ ຄົ້ນ​ຄວ້າ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ກັບ ຫວຽດ​ນາມ

ຕອນເຊົ້າວັນທີ 12 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ ກຸນລະພັນ ວົງນະທີ, ຮອງປະທານກຸ່ມບໍລິສັດ ພົງຊັບທະວີ, ໜຶ່ງໃນບັນດານັກລົງທຶນຂອງລາວ ທີ່ນຳໜ້າສົ່ງອອກໄຟຟ້າໄປຍັງ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ແລະ ທ່ານ ກຸນລະພັນ ວົງນະທີ, ຮອງປະທານກຸ່ມບໍລິສັດ ພົງຊັບທະວີ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຕີລາຄາສູງຄຳໝັ້ນສັນຍາຂອງກຸ່ມບໍລິສັດ ສືບຕໍ່ເພີ່ມທະວີການສົ່ງອອກໄຟຟ້າໄປຍັງ ຫວຽດນາມ; ພ້ອມທັງ, ສະເໜີໃຫ້ກຸ່ມບໍລິສັດນີ້ ສືບຕໍ່ຄົ້ນຄວ້າ, ເປີດກວ້າງການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ, ຄື: ກາກບອນເຄດິດ (Carbon Credit), ພື້ນຖານໂຄງລ່າງດ້ານພະລັງງານ. ກຸ່ມບໍລິສັດດັ່ງກ່າວກໍໄດ້ຮັບຄວາມສົ່ງເສີມໃຫ້ເຂົ້າຮ່ວມບັນດາໂຄງການເຊື່ອມຕໍ່ເຄືອຂ່າຍໄຟຟ້າ ອາຊຽນ (ASEAN Power Grid) ແລະ ບັນດາຂໍ້ລິເລີ່ມຮ່ວມມືພາກພື້ນຄື ການຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ.

ສ່ວນທ່ານ ກຸນລະພັນ ວົງນະທີ ຮອງປະທານກຸ່ມບໍລິສັດພົງຊັບທະວີ ໃຫ້ຄຳໝັ້ນສັນຍາ ຈະຜັນຂະຫຍາຍບັນດາໂຄງການຮ່ວມມືພະລັງງານຖືກຕ້ອງຕາມກົດໝາຍຂອງທັງສອງປະເທດ; ເນັ້ນໜັກເຖິງຄວາມຕັດສິນໃຈຫັນບັນດາແຜນການສົ່ງອອກໄຟຟ້າປະມານ 6.000 MW ໄປຍັງ ຫວຽດນາມ ໃຫ້ປະກົດຜົນເປັນຈິງໃນຊຸມປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

ການຕັດສິນໄດ້ຍົກອອກມາພາຍຫຼັງ 2 – 3 ນາທີ ເມື່ອພັກປະຊາຊົນ ໄດ້ຍື່ນຂໍ້ສະເໜີແນະບໍ່ໄວ້ວາງໃຈ ຕາມມາດຕາທີ 151 ຂອງລັດຖະທຳມະນູນ, ໃນຂະນະທີ່ສະມາຊິກລັດຖະສະພາຈຳນວນໜຶ່ງຂອງ ພັກພູມໃຈໄທ ປ່ອນບັດຄ້ານໃນວາລະລົງປະຊາມະຕິປະຕິຮູບ ລັດຖະທຳມະນູນ.

Top