• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ສົ່ງ ຮອຍຍິ້ມ ໃຫ້ນ້ອງ

ແຕ່ລະປີ, ຫວຽດນາມ ມີເດັກນ້ອຍ ປະມານ 3.000 ຄົນ ພິການ ປາກແວ່ງ-ເພດານໂວ່ ມາແຕ່ກຳເນີດ. ແຕ່ດ້ວຍການຮ່ວມມື ຂອງບັນດາການຈັດຕັ້ງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ດໍາເນີນໂຄງການຜ່າຕັດຫຼາຍຄັ້ງ, ນໍາຮອຍຍິ້ມ ແລະ ໂອກາດການເຊື່ອມໂຍງມາສູ່ເດັກນ້ອຍ ຫວຽດນາມຫຼາຍລ້ານຄົນ.


ແຕ່ລະປີ, ຫວຽດນາມ ມີເດັກນ້ອຍ ປະມານ 3.000 ຄົນ ພິການ ປາກແວ່ງ-ເພດານໂວ່ ມາແຕ່ກຳເນີດ (ສາມາດພົບເຫັນ ໃນຈໍາ ນວນ ເດັກນ້ອຍ ແມ່ນ 1/700 ເດັກແດງ).  ສໍາລັບເດັກນ້ອຍ, ນອກ ຈາກຈະສົ່ງຜົນກະທົບ ຕໍ່ສຸຂະພາບ ແລະ ຄວາມຫຍຸ້ງຍາກ ໃນຊີ ວິດປະຈໍາວັນແລ້ວ, ຍັງແມ່ນຄວາມເຈັບປວດ ທາງດ້ານຈິດໃຈ ຍ້ອນ ຖືກຈຳກັດ ໂອກາດ ເຊື່ອມໂຍງເຂົ້າກັບສັງຄົມ. ແນວໃດກໍ່ ຕາມ, ເປັນເວລາກວ່າ 30 ປີຜ່ານມາ, ດ້ວຍການຮ່ວມມື ຂອງ ໂຮງ ໝໍ ທຸກສາຍ ຈາກສູນກາງ ລົງຮອດທ້ອງຖິ່ນ, ກອງທຶນເພື່ອເດັກ ຫວຽດນາມ, ບັນດາການຈັດຕັ້ງສັງຄົມສົງເຄາະ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ດໍາເນີນໂຄງການຜ່າຕັດຫຼາຍຄັ້ງ, ນໍາຮອຍຍິ້ມ ແລະ ໂອກາດ ການເຊື່ອມໂຍງມາສູ່ເດັກນ້ອຍ ຫວຽດນາມ ຫຼາຍລ້ານຄົນ. 

ພວກຂ້າພະເຈົ້າມີໜ້າໃນໂມງກວດພະຍາດເດັກ ຢູ່ພະແນກ ແຂ້ວ, ຄາງ, ໜ້າ ຂອງໂຮງໝໍເດັກສູນກາງ ໃນຊຸມມື້ ຮ່າໂນ້ຍ ກຳລັງປະຕິ ບັດ ການແຍກຫ່າງສັງຄົມ ຕາມຄໍາສັ່ງເລກທີ 16 ຂອງລັດຖະບານ. ໄດ້ເຫັນກັບຕາ ເດັກນ້ອຍ ອາຍຸ ພຽງແຕ່ 2-3 ເດືອນ ຍັງຢູ່ໃນ ອ້ອມ ແຂນ ຂອງ ພໍ່ແມ່ ແຕ່ໂຊກບໍ່ດີ ເນື່ອງຈາກ ຄວາມບົກພ່ອງ ຂອງ ຮິມສົບ ມາແຕ່ກໍາເນີດ ໄດ້ເຮັດໃຫ້ ບັນດາແພດໝໍຢູ່ທີ່ນີ້ ຍິ່ງມີ ຄວາມຕັ້ງໃຈຫຼາຍຂຶ້ນ ກັບວຽກງານ ຂອງຕົນ.

ປທ. ທ່ານ ໝໍສະເພາະຂະແໜງ 2 ໂດ໋ວັນເກີ໊ນ - ຫົວໜ້າ ພະແນກ ແຂ້ວ ຄາງ ໜ້າໃຫ້ຮູ້ວ່າ ສາເຫດ ຂອງອາການປາກແວ່ງ ແລະ ເພ ດານໂວ່ ໃນເດັກນ້ອຍ ເກີດມາຈາກຫຼາຍປັດໄຈເຊັ່ນ: ຜົນສະທ້ອນ ຂອງ ມົນລະພິດ ສິ່ງແວດລ້ອມ, ແຜງລັງສີ, ແມ່ຖືພາເປັນໄຂ້ ໄດ້ ກິນຢາ ໃນໄລຍະ 3 ເດືອນທໍາອິດ ແລະ ຍ້ອນປັດໄຈພັນທຸກໍາ. ເດັກນ້ອຍ ທີ່ພິການປາກແວ່ງ ແລະ ເພດານໂວ່ ລວມມີ 3 ກໍລະນີ ເຊັ່ນ: ປາກແວ່ງ ເບື້ອງໜຶ່ງ, ປາກແວ່ງ ທັງສອງເບື້ອງ ແລະ ເພດານໂວ່. ອີງຕາມ ມາດຕະຖານເກົ່າ ຂອງ ບາງອົງການຈັດຕັ້ງ ສາກົນ, ໂດຍທົ່ວໄປແລ້ວ ເດັກນ້ອຍ ໄດ້ຮັບການຜ່າຕັດໃນໄລຍະ ອາຍຸ 3-6 ເດືອນ. ແຕ່ວ່າ, ໃນປັດຈຸບັນ, ຢູ່ໂຮງໝໍເດັກສູນກາງ ມັກ ດຳເນີນ ການຜ່າຕັດ ປາກແວ່ງ ໃຫ້ເດັກອາຍຸແຕ່ 1- 3 ເດືອນ, ເພ ດານໂວ່ ແຕ່ອາຍຸ 12-18 ເດືອນ. ກໍລະນີ ປາກແວ່ງ ທັງສອງຂ້າງ ມັກຈະເຮັດໃຫ້ເກີດ ອາການ ເພດານໂວ່ ໄປພ້ອມ, ເດັກນ້ອຍ ຈະຕ້ອງໄດ້ ປະຕິບັດ ຕາມວິທີການປິ່ນປົວ ຕັ້ງແຕ່ເກີດ ຈົນຮອດ ເວລາ ເຕີບໃຫຍ່.

ຕອນບ່າຍມື້ນັ້ນ, ພວກຂ້າພະເຈົ້າ ໄດ້ຕິດຕາມ ທີມຂອງ ທ່ານໝໍ ເກີ໊ນ ເຂົ້າໄປໃນຫ້ອງຜ່າຕັດ. ເຂົາເຈົ້າໄດ້ທຳການຜ່າຕັດ ປາກແວ່ງ ທັງສອງເບື້ອງ ໃຫ້ຫຼານນ້ອຍ ຫງວຽນມິງກວນ ອາຍຸ 3 ເດືອນ. ນາງ ເງິນ, ແມ່ຂອງຫຼານ ກວນ ອູ້ມລູກ ຕາມທ່ານໝໍ ໄປຫາຫ້ອງຜ່າຕັດ ດ້ວຍຄວາມເປັນຫ່ວງ ທີ່ສະແດງອອກມາ ຢູ່ເທິງໃບໜ້າ. ການຜ່າຕັດ ເປັນເວລາເກືອບ 2 ຊົ່ວໂມງ ກໍແມ່ນ ເວລາ ທີ່ຜູ້ ເປັນແມ່ ເຕັມໄປດ້ວຍຄວາມຫ່ວງໄຍ ເມື່ອນາງ ໄດ້ວາງຄວາມຫວັງ ທັງໝົດໄວ້ ຢູ່ທາງຫຼັງປະຕູ ຫ້ອງຜ່າຕັດວ່າ ບັນດາ ທ່ານໝໍ ຈະຊ່ວຍ ລູກຂອງນາງ ໃຫ້ມີໃບໜ້າ ສົມບູນຍິ່ງຂຶ້ນ.

 


ການຜ່າຕັດປາກແວ່ງ ເພດານໂວ່ ໃຫ້ແກ່ເດັກນ້ອຍ ຢູ່ ໂຮງໝໍ ຫວຽດນາມ - ກູບາ ໃນເດືອນ ກໍລະກົດ 2011, ໂດຍ ໂຄງການຜ່າຕັດ
ປາກແວ່ງ, ເພດານໂວ່ Operation Smile ເປັນຜູ້ປະຕິບັດ. ພາບ: ກົງດາດ/VNP



ທ່ານໝໍ ໂດ໊ວັນເກີ໊ນ, ຫົວໜ້າພະແນກແຂ້ວ ຄາງ ໜ້າ ໂຮງ ໝໍເດັກສູນກາງ ຢ້ຽມຢາມ ແລະ ກວດກາ ໃຫ້ຄົນເຈັບເດັກ ທີ່ ມີອາການປາກແວ່ງ, ເພດານໂວ່. ພາບ: ກົງດາດ/VNP

ການກວດ ກ່ອນການຜ່າຕັດປາກແວ່ງ, ເພດານໂວ່ ສຳລັບ ເດັກ ຢູ່ໂຮງໝໍ ຫວຽດນາມ - ກູບາ ໃນເດືອນ ກໍລະກົດ 2011. ພາບ: ກົງດາດ/VNP

ຄົນເຈັບເດັກ ທີ່ປາກແວ່ງ ເພດານໂວ່ ໄດ້ຖືກນຳເຂົ້າ ຫ້ອງ ຜ່າຕັດ ຢູ່ໂຮງໝໍເດັກສູນກາງ.  ພາບ: ກົງດາດ/VNP

ທ່ານໝໍໍ ດຳເນີນການວາງຢາສະຫຼົບ ໃຫ້ແກ່ຄົນເຈັບ ເດັກ ກ່ອນການຜ່າຕັດ. ພາບ: ກົງດາດ/VNP
  

ຂັ້ນຕອນການດັດແກ້ສົບ ສໍາລັບຄົນເຈັບເດັກ. ພາບ: ກົງດາດ/VNP
 

ຂັ້ນຕອນຫຍິບຮອບປາດໃຫ້ຄົນເຈັບຖືກ
ປາກແວ່ງ ເພດານໂວ່ . ພາບ: ກົງກາດ
/VNP


ກວ່າ 2 ຊົ່ວໂມງຜ່ານໄປ, ຫຼານ ກວນ ໄດ້ຖືກນຳອອກຈາກ ຫ້ອງຜ່າ ຕັດ ດ້ວຍຜົນສຳເລັດທີ່ດີ. ຄວາມກັງວົນ ໄດ້ກາຍມາເປັນ ຄວາມ ສຸກ ເມື່ອຜູ້ເປັນແມ່ໄດ້ກອດລູກໄວ້ໃນອ້ອມແຂນ. ທ້າວນ້ອຍ ອາຍຸ 3 ເດືອນ ຍັງນອນຫຼັບ ຢູ່ໃນອ້ອມແຂນຂອງແມ່ ໃນຂະນະ ທີ່ທ່ານ ໝໍ ແນະນຳວິທີເບິ່ງແຍງຫຼານນ້ອຍ ຫຼັງການຜ່າຕັດ. ສາຍຕາ ຂອງ ນາງ ເງິນ ເຕັມໄປດ້ວຍນໍ້າຕາ ຄືກັບວ່າ ນາງ ສາມາດເຫັນໄດ້ ຄວາມຫວັງບາງຢ່າງ ກ່ຽວກັບ ຊີວິດໃນອະນາຄົດຂອງລູກ, ເຖິງວ່າ ຢູ່ຕໍ່ໜ້າ ຍັງແມ່ນຂະບວນການຟື້ນຟູ ແລະ ຝຶກແອບ ຫຼັງການຜ່າຕັດ ເປັນໄລຍະຍາວ.

ຫຼັງຈາກສຳເລັດການຜ່າຕັດ, ທ່ານໝໍ ເກີ໊ນໃຫ້ຮູ້ວ່າ ເດັກນ້ອຍ ສ່ວນ ຫຼາຍ ທີ່ມີຄວາມຜິດປົກກະຕິມາແຕ່ເກີດ ຢູ່ປາກ ແລະ ຄໍ ແມ່ນມີ ສະພາບ ຄອບຄົວທີ່ຫຍຸ້ງຍາກ. ໃນຊຸມປີມໍ່ໆ ນີ້ ມີຫຼາຍໂຄງການ ຜ່າຕັດປາກແວ່ງ ໂດຍບໍ່ເສຍຄ່າ ເຊິ່ງເປັນໂອກາດ ສົ່ງຮອຍຍິ້ມ ທີ່ສົດໃສໃຫ້ແກ່ເດັກນ້ອຍ ຫວຽດນາມ ຫຼາຍຄົນ. ໂຄງການ ໃຫ້ບຸລິ ມະສິດແກ່ຄອບຄົວ ທີ່ມີສະພາບຫຍຸ້ງຍາກ ແລະ ຊ່ວຍເຫຼືອ ສ່ວນ ໜຶ່ງຄ່າໃຊ້ຈ່າຍ ໃນການເດີນທາງ ແລະ ກິນຢູ່ໃຫ້ກັບຄອບຄົວ ຂອງ ຄົນເຈັບ. ປັດຈຸບັນ, ພະແນກ ແຂ້ວ, ຄາງ, ໜ້າ ຂອງ ໂຮງໝໍເດັກ ສູນກາງ ດ້ວຍການອຸປະຖຳ ຈາກມູນນິທິ NCF ຂອງ ໄຕ້ຫວັນ ແລະ ອົງການ Smile Train ມີທຶນຊ່ວຍເຫຼືອໃຫ້ເດັກ ໃນເວລາ ເຂົາເຈົ້າ ມາຜ່າຕັດປາກແວ່ງ ແລະ ເພດານໂວ່ ດ້ວຍຈຳນວນ ເງິນ 2,2 ລ້ານດົ່ງ/ຫຼານ. ແຕ່ເດືອນ ຕຸລາ 2019 ເຖິງ ເດືອນ ກັນຍາ 2021, ທາງພະແນກ ໄດ້ສະໜັບສະໜູນລາຍຈ່າຍ ການຜ່າຕັດ ໃຫ້ຫຼານນ້ອຍທີ່ປາກແວ່ງ ແລະ ເພດານ ໂວ່ ກວ່າ 700 ຫຼານ.

 

ດ້ວຍຈຳນວນເດັກນ້ອຍ ປະມານ 3.000 ຄົນ ທີ່ມີຄວາມບົກພ່ອງດ້ານຮ່າງກາຍ ໃນແຕ່ລະປີ, ຄາດວ່າ ປັດຈຸ ບັນ ຍັງມີເດັກນ້ອຍປະມານ 10.000 ຄົນ ທີ່ບໍ່ມີເງື່ອນໄຂ ເຂົ້າເຖິງ ການບໍລິການ ດ້ານສາທາລະນະສຸກ ຂອງ ອົງການ. ດ້ວຍເຫດນັ້ນ, ໃນແຕ່ລະປີ Operation Smile ກໍານົດເປົ້າໝາຍກວດ ແລະ ປິ່ນ ປົວໃຫ້ຄົນເຈັບເດັກ ປະມານ 2.000 ຄົນ, ສະເລ່ຍແລ້ວ ແມ່ນມີ ການຜ່າຕັດ ຫຼາຍສິບຄັ້ງ ໃນທົ່ວປະເທດ.
ທ່ານ ຫງວຽນຫວຽດເຟືອງ - ຫົວໜ້າຜູ້ຕາງໜ້າ ອົງການ Operation Smile ຫວຽດນາມ .

ຕາມປົກກະຕິ, ເດັກນ້ອຍທີ່ ປາກແວ່ງ, ເພດານໂວ່ ມັກຈະມີ ພະ ຍາດອັກເສບ ຫູ ດັງ ຄໍ ຫຼື ແຂ້ວ, ຫຼັງການຜ່າຕັດ ຍັງຕ້ອງໄດ້ຮັບ ການປິ່ນປົວ ດ້ວຍການເວົ້າ. ດ້ວຍເຫດນັ້ນ, ນອກຈາກ ການຊ່ວຍ ເຫຼືອ ດ້ານການເງິນ, ມູນນິທິ NCF ແລະ ອົງການ Smile Train ຍັງ ໃຫ້ການຊ່ວຍເຫຼືອໂຮງໝໍເດັກສູນກາງ ໃນການຝຶກອົກຮົບ ໃຫ້ທ່ານ ໝໍສະເພາະຂະແໜງການຜ່າຕັດ, ເຂົ້າຮ່ວມການປິ່ນປົວ ດ້ວຍການ ເວົ້າ, ການປິ່ນປົວກ່ຽວກັບແຂ້ວ. ການປິ່ນປົວ ດ້ວຍການເວົ້າ ແມ່ນ ພາກສ່ວນໜຶ່ງ ທີ່ສຳຄັນ, ສົ່ງຜົນກະທົບຕໍ່ກັບການຮຽນ ແລະ ການ ເຮັດວຽກຂອງເດັກນ້ອຍ ໃນອະນາຄົດ, ເພາະສະນັ້ນ ປັດຈຸບັນ ພະແນກ ແຂ້ວ ຄາງ ໜ້າ ກຳລັງປະສານງານ ກັບສູນສຽງ ແລະ ການປິ່ນປົວດ້ວຍການເວົ້າ ເພື່ອຊ່ວຍເດັກນ້ອຍເຝິກອອກສຽງ.

ທ່ານໝໍ ແທັງ ຜູ້ເຮັດວຽກຢູ່ສູນສຽງ ແລະ ປິ່ນປົວ ດ້ວຍການເວົ້າ ຂອງ ໂຮງໝໍເດັກສູນກາງໃຫ້ຮູ້ວ່າ ການປິ່ນປົວ ຕ້ອງປະຕິບັດ ຖືກ ຕາມຂັ້ນຕອນ ຈ່ຶ່ງຊ່ວຍໃຫ້ເດັກ ຜັນສຽງໄດ້ ຢ່າງຖືກຕ້ອງ ຕາມໄວ ອາຍຸ ເຂົ້າໄປໂຮງຮຽນ. ໃນໄລຍະທຳອິດ ຕ້ອງກະຕຸ້ນ ກະແສອາ ກາດ ຈາກຄໍຂອງເດັກ ເວລາເວົ້າໃຫ້ກະຈາຍ ອອກມາທາງປາກ. ຈາກນັ້ນ ກະຕຸ້ນໃຫ້ເດັກ ຮັບຟັງຄືນໃໝ່ ບັນດາຄໍາສັບ, ສຽງ, ປະ ໂຫຍກ ທີ່ເດັກເວົ້າຜິດ. ເມື່ອເດັກ ຮັບຟັງ ແລະ ຮຽນຮູ້ໄດ້ ບັນດາ ຄຳສັບນັ້ນ ຢ່າງຈະແຈ້ງແລ້ວ ຈະເຖິງເວລາ ໃຊ້ວິທີການ ແນະນຳ ການອອກສຽງ ແລະ ພັດທະນາເປັນສຳນວນ ຫຼື ປະໂຫຍກສັ້ນໆ. ແລະ ຂັ້ນຕອນ ສຸດທ້າຍ ແມ່ນເດັກນ້ອຍ ເວົ້າລົມກັບຄົນອື່ນ. ທ່ານໝໍ ແທັງ ໃຫ້ຮູ້ຕື່ມອີກວ່າ: "ປັດຈຸບັນ, ໂຮງໝໍເດັກສູນກາງ ນຳໃຊ້ ເຄື່ອງກວດຫຼອດລົມແບບຍືດຫຍຸ່ນ ທີ່ໄດ້້ຮັບອຸປະຖຳ ຈາກມູນນິທິ NCF ເພື່ອກວດກາ ໃນລະຫວ່າງການປິ່ນປົວ ດ້ວຍການເວົ້າ".

ປັດຈຸບັນ, ໂຄງການຜ່າຕັດປາກແວ່ງ, ເພດານໂວ່ ໃຫ້ແກ່ເດັກນ້ອຍ ບໍ່ພຽງແຕ່ໄດ້ປະຕິບັດ ຢູ່ໂຮງໝໍເດັກສູນກາງ ເທົ່ານັ້ນ, ແຕ່ຍັງມີ ໂຮງໝໍຂັ້ນສູນກາງອື່ນໆ ອີກຈໍານວນໜຶ່ງ ເຊັ່ນ: ໂຮງໝໍແຂ້ວ, ຄາງ, ໜ້າ ສູນກາງ, ໂຮງໝໍ ຫວຽດນາມ-ກູບາ, ໂຮງໝໍສູນກາງ ກອງທັບ 108... ເຖິງໂຮງໝໍຂັ້ນແຂວງ ແລະ ນະຄອນ ໃນທົ່ວປະເທດ... ຄຽງຄູ່ກັບໂຮງໝໍ ແມ່ນການຊ່ວຍເຫຼືອ ດ້ານການເງິນ ແລະ ຝຶກອົບຮົມ ດ້ານເຕັກນິກການແພດ ຈາກຫຼາຍອົງການຈັດຕັ້ງ ສັງ ຄົມເຊັ່ນ: Operation Smile ຫວຽດນາມ, ຄະນະຜູ້ອາສາສະໝັກ ໂຄງການມູນນິທິ ຫວຽດນາມ, ກອງທຶນ NCF ຂອງ ໄຕ້ຫວັນ, Smile Train, ESSO, ກອງທຶນ ປົກປ້ອງເດັກ ຫວຽດນາມ... ພ້ອມ ດ້ວຍ ການຮ່ວມມືຂອງ ວິສາຫະກິດ ຫວຽດນາມ ອີກຈຳນວນໜຶ່ງ.

 


ຄົນເຈັບເດັກ ຢູ່ໃນຫ້ອງຫຼັງການຜ່າຕັດ. ພາບ: ກົງດາດ/VNP


ຫຼັງການຜ່າຕັດ, ຄົນເຈັບ ໄດ້ຮັກສາຕົວ ຢູ່ໃນໂຮງໝໍ ເພື່ອ ຕິດຕາມອາການ ຈົນເຖິງເວລາເສັ້ນດ້າຍຖືກຕັດອອກ. ພາບ: ກົງດາດ/VNP

ທ່ານໝໍຢ້ຽມຢາມ ແລະ ກວດກາ ເປັນປະຈຳ ໃຫ້ແກ່ ບັນດາ ຫຼານນ້ອຍ ຫຼັງການຜ່າຕັດ. ພາບ: ກົງດາດ/VNP
 



ວຽກງານປິ່ນປົວດ້ວຍການເວົ້າ ສຳລັບເດັກ ປາກ ແວ່ງ -ເພດານໂວ່ ຫຼັງການຜ່າຕັດ ຢູ່ສູນສຽງ ແລະ ການປິ່ນ ປົວ ດ້ວຍການເວົ້າ ຂອງໂຮງໝໍໍເດັກສູນກາງ. ພາບ: ກົງດາດ/VNP


 ຊີວິດຢູ່ເຮືອນຂອງຫຼານນ້ອຍ Zhang Gia Bao. ນີ້ ແມ່ນເດັກຊາຍ ທີ່ໄດ້ຮັບການປິ່ນປົວ ຢູ່ໂຮງໝໍ ຕັ້ງແຕ່ອາຍຸໄດ້ 2 ເດືອນ, ປັດຈຸບັນຫຼານ ມີອາຍຸ 4 ປີແລ້ວ. ພາບ: ກົງດາດ/VNP


ເປັນອົງກອນ ທີ່ບໍ່ຫວັງຜົນກໍາໄລທໍາອິດ ທີ່ມີໜ້າຢູ່ ຫວຽດນາມ ໃນ ຂົງເຂດ ຮັກສາສຸຂະພາບ, ອົງການ Operation Smile ຫວຽດນາມ ໄດ້ເລີ່ມດໍາເນີນ ການກວດ ແລະ ຜ່າຕັດ ໃຫ້ເດັກນ້ອຍ ເມື່ອເກີດ ມາຖືກ ປາກແວ່ງ, ເພດານໂວ່ ແລະ ມີຄວາມບົກພ່ອງ ກ່ຽວກັບ ໂຄງ ໜ້າ ແຕ່ປີ 1989 ເປັນຕົ້ນມາ ໂດຍການລິເລີ່ມຂອງ ທ່ານ John Connor ອະດີດນັກຮົບເກົ່າ ແລະ ອາສາສະໝັກ ສ ອາເມລິກາ 38 ຄົນ. ໃນຕະຫຼອດ ໄລຍະດຳເນີນງານ ເປັນເວລາ ກວ່າ 30 ປີ, Operation Smile ຫວຽດນາມ ໄດ້ຊ່ວຍກວດ ແລະ ປິ່ນປົວໃຫ້ແກ່ເດັກນ້ອຍ ກວ່າ 62.000 ຄົນ ໃນທຸກແຂວງ ແລະ ນະຄອນຂອງ ຫວຽດນາມ.

ທ່ານ ຫງວຽນຫວຽດເຟືອງ - ຫົວໜ້າຜູ້ຕາງໜ້າ ອົງການ Operation Smile ຫວຽດນາມ ໃຫ້ຮູ້ວ່າ ຈຳນວນເດັກນ້ອຍ ປະມານ 3.000 ຄົນ ທີ່ມີຄວາມບົກພ່ອງດ້ານຮ່າງກາຍ ໃນແຕ່ລະປີ, ຄາດວ່າ ປັດຈຸ ບັນ ຍັງມີເດັກນ້ອຍປະມານ 10.000 ຄົນ ທີ່ບໍ່ມີເງື່ອນໄຂ ເຂົ້າເຖິງ ການບໍລິການ ດ້ານສາທາລະນະສຸກ ຂອງ ອົງການ. ດ້ວຍເຫດນັ້ນ, ໃນແຕ່ລະປີ Operation Smile ກໍານົດເປົ້າໝາຍກວດ ແລະ ປິ່ນ ປົວໃຫ້ຄົນເຈັບເດັກ ປະມານ 2.000 ຄົນ, ສະເລ່ຍແລ້ວ ແມ່ນມີ ການຜ່າຕັດ ຫຼາຍສິບຄັ້ງ ໃນທົ່ວປະເທດ.

ອີງຕາມການແນະນໍາຂອງ Operation Smile ຫວຽດນາມ, ພວກ ຂ້າພະເຈົ້າ ໄດ້ມີການໂອ້ລົມກັບ ທ່ານ ໂງຊວນລອງ (ອາຍຸ 26 ປີ) ຜູ້ເຄີຍໄດ້ເຂົ້າຮ່ວມໂຄງການຜ່າຕັດປາກແວ່ງ, ເພດານໂວ່ ໂດຍ ບໍ່ເສຍຄ່າ ໂດຍໂຮງໝໍໍ A ຖ໋າຍງວຽນ ເປັນຜູ້ຈັດຂຶ້ນ ພ້ອມກັບ ການ ປະກອບສ່ວນ ຂອງ ອົງການ Operation Smile ຫວຽດນາມ ແລະ ບໍລິສັດ Samsung ເມື່ອ ໂງຊວນລອງ ຫາກໍອາຍຸ 10 ປີ.

ທ່ານ ໂງຊວນລອງ ກ່າວວ່າ: “ຕອນຍັງເປັນນ້ອຍ, ຂ້າພະເຈົ້າມັກ ຖືກໝູ່ເຍາະເຍີ້ຍ ແລະ ຕັ້ງຊື່ຫຼິ້ນ. ສິ່ງດັ່ງກ່າວ ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກວ່າ ທຸກຄົນຕ່າງຫຼີກໜ້າ, ຕີຕົວເອງຕໍ່າ ແລະ ບໍ່ກ້າໃນການສື່ ສານ. ຫຼັງຈາກໄດ້ເຂົ້າຮ່ວມໂຄງການຜ່າຕັດ ປາກແວ່ງ, ເພດານ ໂວ່ ໂດຍບໍ່ເສຍຄ່າ, ຂ້າພະເຈົ້າຮູ້ສຶກ ໝັ້ນໃຈຕົນເອງຫຼາຍຂຶ້ນ ໃນ ການສື່ສານ ແລະ ເຮັດວຽກ”. ດ້ວຍຮອຍຍິ້ມ ຫຼັງຈາກການຜ່າຕັດ 16 ປີ ພ້ອມກັບ ຄວາມພະຍາຍາມ ຂອງຕົນເອງ, ໂງຊວນລອງ ໄດ້ ຮຽນຈົບ ມະຫາວິທະຍາໄລ ສະເພາະຂະແໜງການ ເອເລັກໂຕຣ ນິກ ແລະ ໄດ້ເຮັດວຽກຢູ່ບໍລິສັດ Samsung ເປັນເວລາ 6 ປີແລ້ວ.

 
ບົດ: ເງິນຮ່າ - ພາບ: ກົງດາດ - ແປໂດຍ: ບິກລຽນ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top