• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົມ​ທົບ​ລະ​ຫວ່າງ​ບົດ​ຮຽນ ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ເພື່ອ​ພັດ​ທະ​ນາ​ກະ​ສິ​ກຳ

ຕອນເຊົ້າວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເຫດການ “ການເດີນທາງເລີ່ມຕົ້ນທຸລະກິດ ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ວັນບຸນວຽກເຮັດງານທຳຢູ່ VNUA - 2022” ໂດຍສະຖາບັນກະສິກຳ ຫວຽດນາມຈັດຂຶ້ນຢູ່ຮ່າໂນ້ຍ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການພັດທະນາກະສິກຳ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດ ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ກະສິກຳໄດ້, ພວມ ແລະ ຍາມໃດກໍ່ແມ່ນເສົາຄ້ຳສຳຄັນຂອງພື້ນຖານເສດຖະກິດ, ປະກອບສ່ວນເຂົ້າໃນການຮັກສາຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ. ທ່ານນາຍົກລັດຖະມົນຕີ ຖືວ່າ ສຳລັບປະເທດ 1  “ໂດຍຖືການຜະລິດກະສິກຳເປັນກົກເຄົ້າ” ຄື ຫວຽດນາມ, ການເລີ່ມຕົ້ນທຸລະກິດກະສິກຳ ຕ້ອງອີງໃສ່ 3 ເສົາຄ້ຳນັ້ນແມ່ນ: ບຳລຸງສ້າງຍົກສູງກຳລັງຄວາມສາມາດເລີ່ມຕົ້ນທຸລະກິດ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ໜູນຊ່ວຍທຶນກຸ້ຢືມ ແລະ ນິຕິກຳໃຫ້ແກ່ຊາວໜຸ່ມ ແລະ ຜູ້ຢາກເລີ່ມຕົ້ນທຸລະກິດ. ນີ້ແມ່ນຂັ້ນຕອນບຸກທະລຸກໃຫ້ແກ່ການພັດທະນາກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກກັບພະນັກງານຫຼັກແຫຼ່ງ, ນັກຊ່ຽວຊານ, ນັກວິທະຍາສາດ ຂອງສະຖາບັນກະສິກຳ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top