• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນສາກົນສະແດງຄວາມສົນໃຈເປັນພິເສດຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ

ໃນຊຸມມື້ຜ່ານມາ, ຫາງສຽງສື່ມວນຊົນ, ບັນດານັກຄົ້ນຄວ້າ ແລະ ພັກຝ່າຍການເມືອງຫຼາຍປະເທດມີຄວາມສົນໃຈເປັນພິເສດເຖິງ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ກອງປະຊຸມໃຫຍ່ຄັ້ງທີ XIV).
(ທ່ານສາດສະດາຈານ Chitanmani Mahapatra)

 ບັນດາໜັງສືພິມໃຫຍ່ຂອງ ອິນເດຍ ຄື: Times of India, Hindustan Times, The Hindu, The Indian Express, The Quint… ລ້ວນແຕ່ໃຫ້ຂ່າວ, ບົດກ່ຽວກັບເຫດການນີ້; ພ້ອມກັນນັ້ນ ກໍ່ຍົກອອກບັນດາຂໍ້ສັງເກດ, ການຕີລາຄາຢ່າງຕັ້ງໜ້າກ່ຽວກັບຜົນງານການພັດທະນາຂອງ ຫວຽດນາມ ໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນຳພາຂອງພັກກອມມູນິດ. ທ່ານສາດສະດາຈານ Chitanmani Mahapatra, ນັກຄົ້ນຄວ້າຢູູ່ສະຖາບັນ ມະຫາສະໝຸດອິນເດຍ - ປາຊີຟິກ Kalinga, ອິນເດຍ, ໃຫ້ຂໍ້ສັງເກດວ່າ:

        “ປະຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດມີລາຍຮັບປານກາງ, ໂດຍບືນຕົວຂຶ້ນຈາກປະເທດທຸກຍາກ. ສິ່ງດັ່ງກ່າວກໍ່ແມ່ນຜົນງານຢ່າງໃຫຍ່ຫຼວງແລ້ວ. ປະຈຸບັນ, ຫວຽດນາມ ພວມວາງເປົ້າໝາຍກາຍເປັນປະເທດມີລາຍຮັບສູງໃນປີ 2045. ດ້ວຍການພັດທະນາຂອງພື້ນຖານເສດຖະກິດ ຫວຽດນາມ, ຂ້າພະເຈົ້າເຊື່ອໝັ້ນວ່າ ເປົ້າໝາຍດັ່ງກ່າວແມ່ນສາມາດປະຕິບັດໄດ້. ເປັນປະເທດໜຶ່ງທີ່ມີຄວາມເຂັ້ມແຂງຢ່າງແທດຈິງເມື່ອພື້ນຖານເສດຖະກິດຢູ່ພາຍໃນ, ຕະຫຼາດພາຍໃນປະເທດໝັ້ນຄົງເຂັ້ມແຂງ”.

  ໜັງສືພິມ Sada Al-Khbar ຂອງ ອີຢິບ (ພາບ: TTXVN)  

ໃນວັນທີ 20 ມັງກອນ, ບັນດາໜັງສືພິມຂອງ ອີຢິບ ລວມມີ: Liga Hispano, Algomhoria Alyoum ແລະ  Sada Al-Khbar ໄດ້ລົງບັນດາບົດຂຽນທີ່ພົ້ນເດັ່ນກ່ຽວກັບບົດບາດຂອງພັກກອມມູນິດ ຫວຽດນາມ ໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຕາມບັນດາບົດຂຽນແລ້ວ, ໃນໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ພາຍໃຕ້ການນຳພາຂອງພັກ, “ເປັນເຈົ້າຕົນເອງທາງຍຸດທະສາດ” ຂອງ ຫວຽດນາມ ໄດ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ຊ່ວຍໃຫ້ປະເທດເປັນເຈົ້າການເຊື່ອມໂຍງເພື່ອພັດທະນາ, ພ້ອມກັນນັ້ນກໍ່ຮັກສາຄຸນນະທາດ, ສີສັນ ແລະ ຜົນປະໂຫຍດແກ່ນສານຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

(ສຳນັກຂ່າວສານ Kyodo ໃຫ້ຂ່າວກ່ຽວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ)

ໃນວັນດຽວກັນ, ສື່ມວນຊົນ ຍີ່ປຸ່ນ ກໍ່ພ້ອມກັນໃຫ້ຂ່າວກ່ຽວກັບພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມໝາຍດ້ານການເມືອງຂອງເຫດການ ແລະ ບັນດາເປົ້າໝາຍເສດຖະກິດໃນໄລຍະ 5 ປີຈະມາເຖິງ. ບົດຂຽນຂອງສຳນັກຂ່າວສານ Kyodo ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຖືເປັນສຳຄັນການວາງອອກບັນດາເປົ້າໝາຍພັດທະນາເສດຖະກິດ ແລະ ປະຕິບັດນະໂຍບາຍການທູດຢ່າງຮອບດ້ານ. ສ່ວນໜັງສືພິມ Nikkei ຖືວ່າ 5 ປີຈະມາເຖິງແມ່ນມີຄວາມສຳຄັນທີ່ສຸດສຳລັບ ຫວຽດນາມ ໃນວິວັດທະນາການເຂົ້າຮ່ວມຖັນແຖວບັນດາປະເທດພັດທະນາໃນອະນາຄົດ.

        ແລະກໍ່ໃນວັນທີ 20 ມັງກອນ, ບັນດາອົງການສື່ມວນຊົນ ແລະ ສື່ສານຂອງ ກຳປູເຈຍ ກໍ່ໄດ້ລົງຫຼາຍບົດຂຽນທີ່ມີຫົວຂໍ້ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ໜັງສືພິມ Kampuchea Thmey Daily ມີບົດຂຽນດ້ວຍຫົວຂໍ້ວ່າ “ການນຳຂັ້ນສູງ ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ລະດັບເຕີບໂຕເສດຖະກິດກວ່າ 10% ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍທົ່ວໂລກ”. ບົດຂຽນໄດ້ຄັດຄຳກ່າວປາໄສຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ຫັນກົງຈັກລັດໃຫ້ກະທັດລັດ, ປະຕິຮູບລະບົບບໍລິຫານ, ເປີດກວ້າງການຄ້າສາກົນ ແລະ ປັບປຸງກຳລັງພາຍໃນ ເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ, ຜົນປະໂຫຍດແຫ່ງຊາດ - ຂອງຊາດ.

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການປຶກສາຫາລືເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານວາລະປຶກສາຫາລື.

Top