• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານອວຍພອນ ຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ

ບາງຕອນໃນສານຂຽນວ່າ:

ສະຫາຍ ໂຕເລີມ ທີ່ເຄົາລົບຮັກ, 

ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ສະໄໝທີ XIV, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດ ແລະ ຄວາມຊົມເຊີຍຢ່າງສະນິດສະນົມທີ່ສຸດມາຍັງສະຫາຍ. ການທີ່ສະຫາຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຕື່ມອີກໜຶ່ງສະໄໝນັ້ນ ແມ່ນສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ການຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ການອຸທິດເຫື່ອແຮງ ແລະ ສະຕິປັນຍາອັນສະຫຼາດສ່ອງໃສ, ຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນອັນອຸດົມສົມບູນ ຂອງສະຫາຍ ໃນການຊີ້ນຳ-ນຳພາ ຕະຫຼອດໄລຍະຜ່ານມາ. 

ພວກເຮົາ ຂໍຢືນຢັນວ່າ ຈະຮ່ວມກັບ ສະຫາຍ ແລະ ຄະນະນຳຊຸດໃໝ່ ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ປົກປັກຮັກສາ, ຖະໜອມຫອມຮັກ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຫັນເປັນຍຸດທະສາດຮ່ວມກັນ ລະຫວ່າງ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ. 

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດຢ່າງໃຫຍ່ຫຼວງ ໃນໜ້າທີ່ອັນສູງສົ່ງຂອງສະຫາຍ.

 ຂ້າພະເຈົ້າ ມີຄວາມປາດຖະໜາຢ່າງຍິ່ງທີ່ຈະໄດ້ພົບກັບ ສະຫາຍ ຢູ່ທີ່ ຫວຽດນາມ ໃນໄວໆນີ້ ເພື່ອພວກເຮົາຈະໄດ້ສືບຕໍ່ແລກປ່ຽນ, ປຶກສາຫາລື ແລະ ວາງທິດທາງການຈັດຕັ້ງປະຕິບັດການຫັນເປັນຍຸດທະສາດຮ່ວມກັນ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ ເພື່ອພ້ອມກັນກ້າວເຂົ້າສູ່ສັກກະລາດແຫ່ງການພັດທະນາໃໝ່ຢ່າງໜັກແໜ້ນ.

VNA/VNP

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top