• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຮັບຟັງໃບສະເໜີ ແລະ ບົດລາຍງານຜົນແຫ່ງການກວດກາຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ

ໃນເນື້ອໃນປະຕິບັດປະຊາທິປະໄຕຂອງອົງການ, ຫົວໜ່ວຍ, ຮ່າງກົດໝາຍມີບາງຈຸດໃໝ່
  ທີ່ກອງປະຊຸມສະໄໝສາມັນເທື່ອທີ 3 (ພາບ: TTXVN)  

 ໂດຍສືບຕໍ່ລາຍການເຮັດວຽກທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ຕອນເຊົ້າວັນທີ 27 ພຶດສະພາ, ສະພາແຫ່ງຊາດ ໄດ້ຮັບຟັງໃບສະເໜີ ແລະ ບົດລາຍງານຜົນແຫ່ງການກວດກາຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ, ທ່ານນາງ ຟ້າມທິແທງຈ່າ, ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ໃຫ້ຮູ້ວ່າ, ໃນເນື້ອໃນປະຕິບັດປະຊາທິປະໄຕຂອງອົງການ, ຫົວໜ່ວຍ, ຮ່າງກົດໝາຍມີບາງຈຸດໃໝ່ຄື: ເພີ່ມເຕີມບັນດາຮູບການຮັບເອົາຄຳເຫັນຜ່ານລະບົບຂໍ້ມູນຂ່າວສານພາຍໃນ; ເພີ່ມເຕີມຮູບແບບຕິດຕາມກວດກາຜ່ານການລົງຄະແນນສຽງໄວ້ວາງໃຈ, ປ່ອນບັດລົງຄະແນນສຽງໄວ້ວາງໃຈສຳລັບຕຳແໜ່ງການນຳ, ນັກຄຸ້ມຄອງໃນອົງການ, ຫົວໜ່ວຍຕາມຂໍ້ກຳນົດຂອງອົງການທີ່ມີສິດອຳນາດ.

ສຳລັບການປະຕິບັດປະຊາທິປະໄຕຢູ່ວິສາຫະກິດ, ຈຸດໃໝ່ແມ່ນ ຮ່າງກົດໝາຍໄດ້ເພີ່ມເຕີມເນື້ອໃນຜູ້ອອກແຮງງານມີສິດຕັດສິນໃຈຈ່າຍເງິນກອງທຶນສັງຄົມ, ກອງທຶນກຸສົນຢູ່ວິສາຫະກິດ; ກຳນົດຕາມທິດໂດຍມີການແບ່ງແຍກດ້ານເນື້ອໃນ, ຮູບການ, ຂັ້ນຕອນ, ລະບຽບການຜູ້ອອກແຮງງານກວດກາ ແລະ ຜູ້ອອກແຮງານຕິດຕາມກວດກາ.

ແລະກໍ່ໃນວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກົດໝາຍວ່າດ້ວຍແຂ່ງຂັນຍ້ອງຍໍ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top