• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ສະພາສັນຕິພາບ” ໃຫ້ຄຳໝັ້ນສັນຍາປະກອບເງິນຈຳນວນ 5 ຕື້ USD ເພື່ອສ້າງເຂດ ກາຊາ ຄືນໃໝ່

ບັນດາຄຳໝັ້ນສັນຍາຈະໄດ້ປະກາດເປັນທາງການ ເມື່ອສະພານີ້ຈັດກອງປະຊຸມເປັນຄັ້ງທຳອິດຢູ່ ວໍຊິງຕັນ ໃນວັນທີ 19 ກຸມພາ ຈະມາເຖິງ.
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ບັນດາສະມາຊິກຂອງ “ສະພາສັນຕິພາບ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນນັ້ນ ໄດ້ໃຫ້ຄຳໝັ້ນສັນຍາປະກອບເງິນຈຳນວນ 5 ຕື້ USD ເພື່ອສ້າງເຂດ ກາຊາ ຄືນໃໝ່, ພ້ອມກັນນັ້ນ ກໍ່ກະກຽມການຜັນຂະຫຍາຍບຸກຄະລາກອນນັບພັນຄົນເຂົ້າຮ່ວມການຮັກສາສະຖຽນລະພາບ ແລະ ຮັກສາຄວາມໝັ້ນຄົງສາກົນຢູ່ເຂດດິນແດນແຫ່ງນີ້.

ເມື່ອຂຽນລົງໃນສື່ສັງຄົມໃນວັນທີ 15 ກຸມພາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ບັນດາຄຳໝັ້ນສັນຍາຈະໄດ້ປະກາດເປັນທາງການ ເມື່ອສະພານີ້ຈັດກອງປະຊຸມເປັນຄັ້ງທຳອິດຢູ່ ວໍຊິງຕັນ ໃນວັນທີ 19 ກຸມພາ ຈະມາເຖິງ. ບັນດາປະເທດສະມາຊິກກໍ່ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນບຸກຄະລາກອນໃຫ້ແກ່ກຳລັງຮັກສາຄວາມສະຖຽນລະພາບສາກົນ ແລະ ກຳລັງຕຳຫຼວດທ້ອງຖິ່ນ ເພື່ອແນໃສ່ຮັກສາຄວາມໝັ້ນຄົງ ແລະ ສັນຕິພາບຢູ່ ກາຊາ. ທ່ານກໍ່ຖະແຫຼງວ່າ ຂະບວນການອິດສະລາມ ຮາມາດສ ຕ້ອງປົດອາວຸດຢ່າງສິ້ນເຊິ່ງ ແລະ ໃນທັນທີ, ຖືນີ້ແມ່ນເງື່ອນໄຂສຳຄັນເພື່ອຮັບປະກັນຄວາມສະຖຽນລະພາບຢ່າງຍາວນານ.

(ແຫຼ່ງຄັດຈາກ VOV)

ໂຄງການ ຂໍ້ລິເລີ່ມຊອກຫາຊາວ ຫວຽດນາມ ທີ່ຫາຍສາບສູນໃນປາງສົງຄາມ ຜັນຂະຫຍານແຕ່ປີ 2026

ໂຄງການ “ຂໍ້ລິເລີ່ມຊອກຫາຊາວ ຫວຽດນາມ ທີ່ຫາຍສາບສູນໃນປາງສົງຄາມ” ຜັນຂະຫຍານແຕ່ປີ 2026

ໂຄງການ “ຂໍ້ລິເລີ່ມຊອກຫາຊາວ ຫວຽດນາມ ທີ່ຫາຍສາບສູນໃນປາງສົງຄາມ” (Vietnam Wartime Accounting Initiative - VWAI) ໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການແຕ່ປີ 2026. ນີ້ແມ່ນຂໍ້ລິເລີ່ມໂດຍລັດຖະບານ ອາເມລິກາ ລິເລີ່ມ ແລະ ອຸປະຖຳ.

Top