ສະຖາປັດຕະຍະກໍາ ທີ່ເປັນເອກະລັກ ຂອງ ທາດບ່າ Ponagar

ຄົ້ນພົບ

ສະຖາປັດຕະຍະກໍາ ທີ່ເປັນເອກະລັກ ຂອງ ທາດບ່າ Ponagar

ເປັນສະຖານທີ່ ທ່ອງທ່ຽວ ທີ່ມີຊື່ສຽງ ຂອງ ນະຄອນ ຍາຈາງ, ທາດບ່າ Ponagar (ທາດ Ponagar

ເປັນສະຖານທີ່ ທ່ອງທ່ຽວ ທີ່ມີຊື່ສຽງ ຂອງ ນະຄອນ ຍາຈາງ, ທາດບ່າ Ponagar (ທາດ Ponagar) ຕັ້ງຢູ່ເທິງຈອມພູ ທີ່ສວຍງາມຕິດ ກັບແມ່ນ້ຳ ກ໋າຍ. ດ້ວຍສະຖາປັດຕະຍະກຳ ທີ່ເປັນເອກະລັກ ແລະ ຄວາມງາມທີ່ເກົ່າແກ່, ລຶກລັບ ເຮັດໃຫ້ ທາດ Ponagarກາຍເປັນທີ່ດຶງດູດນັກທ່ອງທ່ຽວ ຢູ່ສະເໝີ.

ທາດ ບ່າ Ponagar (ທາດ Ponagar) ຕັ້ງຢູ່ເທິງຈອມພູ ທີ່ສວຍງາມ ຕິດກັບແມ່ນ້ຳ ກ໋າຍ.

ທາດ Ponagar ມີອີກຊື່ໜຶ່ງວ່າ Yang Po Inu Nagar ຫຼື Yang Po Ana Gar (Inu, Ana ໃນພາສາ ຈຳ, ເອເດ, ຢາຣາຍ ບູຮານມີຄວາມໝາຍວ່າ ແມ່). ທາດ ຖືກສ້າງຂຶ້ນ ໃນລະຫວ່າງສະຕະວັດທີ VIII ເຖິງທ້າຍ ສະຕະວັດທີ XIII. ນີ້ແມ່ນໄລຍະ ທີ່ສາສະໜາ ຮິນດູ (ສາສະໜາ ອິນເດຍ)  ກໍາລັງ ຢູ່ໃນໄລຍະຂະຫຍາຍຕົວຮຸ່ງເຮືອງ ໃນອານາຈັກ ຈຳປາ ບູຮານ.

 

ທາດ Ponagar ​ມີ​ຮູບ​ຊົງ ຂອງ ຫໍວິຫານໜຶ່ງ ທີ່ເຕັມໄປດ້ວຍ ສີສັນສະຖາປັດຕະຍະກຳ ຂອງ ອານາຈັກ ຈໍາ ບູຮານ. ກຸ່ມທາດທັງໝົດປະກອບມີ 3 ຊັ້ນ. ຊັ້ນ​ປະຕູໂຂງ ປັດຈຸບັນ ​ແມ່ນ​ບໍ່​ມີ​​ແລ້ວ, ມີ​ພຽງ​ແຕ່​ເສົາ​ຫຼັກ​ ແລະ ​ຂັ້ນ​ໄດ​ຫີນ ​ທີ່​ນຳ​ໄປຂຶ້ນ​ສູ່​ຊັ້ນ​ກາງ (ເອີ້ນ​ວ່າ Mandapa). Mandapa. ໃນ​ພາ​ສາ ຈຳ ໝາຍ​ຄວາມ​ວ່າ ເຮືອນ ຕັ້ງສະມາທິ, ເປັນບ່ອນໃຫ້ນັກທ່ອງທ່ຽວ ເມື່ອມາສະແຫວງບຸນ ຢຸດພັກ ແລະ ກະກຽມ​ເຄື່ອງ​ບູຊາ​ ເພື່ອ​ຖະຫວາຍ ຕໍ່ນາງເທວະດາ Ponagar.
 

ຢູ່ຊັ້ນເທິງສຸດ, ທາດສູງ 23 ແມັດ ຈະປາກົດຕົວ ຢູ່ຕໍ່ໜ້າ ທ່ານ, ໃຫຍ່ໂຕ ແລະ ສະຫງ່າງາມ. ທາດ ຖືກສ້າງດ້ວຍດິນຈີ່, ຕິດແຈບກັນ, ແຕ່ບໍ່ນຳໃຊ້ ວັດສະດຸຕິດຈອດໃດໆ. ພາຍໃນທາດ ເປັນປ່ອງໂລ່ງ ເຖິງຈອມທາດ, ປະຕູທາດ ຫັນໄປທາງທິດຕາເວັນອອກ. ດ້ານນອກຂອງທາດມີຫຼາຍຫິ້ງ, ເສົາ. ສ່ວນຈອມເສົາ ມັກຈະຖືກຕົບແຕ່ງ ດ້ວຍດິນຈີ່ຮູບໂຄ້ງ. ນອກຈາກນັ້ນ, ໂຕທາດ ຍັງມີຮູບປັ້ນ ແລະ ພາບຄວັດສະຫຼັກ ນູນ ດ້ວຍດິນເຜົາ ດ້ວຍຈຳນວນຫຼາຍ, ໃນນັ້ນມີຮູບ ເທບທິດາ, ສັດຊະນິດຕ່າງໆ ເຊັ່ນກວາງ, ຫ່ານທອງ, ສິງໂຕ ແລະ ພິເສດຍິ່ງກວ່ານັ້ນ ແມ່ນມີຮູບປັ້ນເທບທິດາ Ponagar ແລະ Tenexa.

ທາດຫຼັກ (ເອີ້ນອີກຊື່ໜຶ່ງວ່າ ຫໍ ບ່າ, ສັກກາລະບູຊາ ເທບທິດາ Ponagar, ທາດ ກາງ (ຫໍ ອົງ), ທາດຕາເວັນອອກ (ຫໍ ໂກ), ທາດຕາ ເວັນຕົກ (ຫໍ ເກົ້າ). ຢູ່ທີ່ນີ້, ໂດດເດັ່ນທີ່ສຸດແມ່ນທາດ Ponagar ລວມ ມີ 4 ຊັ້ນ ຊຶ່ງເປັນສັນຍາລັກໃຫ້ແກ່ຄວາມງາມ, ສິລະປະ ແລະ ຄວາມ ຄິດສ້າງສັນ, ຢູ່ພາຍໃນ ມີຮູບປັ້ນ ເທບທິດາ ສູງ 2,6 ແມັດ, ແກະ ສະ ຫຼັກດ້ວຍຫີນ ກຼານິດສີດຳ, ນັ່ງຢູ່ເທິງຖານຫີນ ຮູບຖ້ານດອກບົວ ຢ່າງເຄ່ັງຂຶມ, ຫຼັງອີງໃສ່ແຜ່ນຫີນໃຫຍ່ເປັນຮູບໃບໂພ. ນີ້​ແມ່ນ​ຜົນງານ ປະ ດິດແຕ່ງອັນລ້ຳຄ່າ ກ່ຽວກັບການແກະສະຫຼັກ ຈຳ​ປາ, ເປັນ​ການປະສົມປະສານ​ຢ່າງ​ກົມ​ກຽວ​ກັນ ​ລະ​ຫວ່າງ​ເຕັກ​ນິກ​ຮູບ​ປັ້ນ ​ຮູບ​ແບບ​ມົນ ​ແລະ ການຄວັດສະຫຼັກນູນ. 

 

 ໄປທາງທິດໃຕ້ປະມານ 20 ແມັດ ແມ່ນທາດນ້ອຍ, ສູງປະມານ 12 ແມັດ, ສັກກາລະບູຊາ ພະ Shiva - ໜຶ່ງໃນ ເທບພະເຈົ້າສາມອົງສູງສຸດຂອງສາສະໜາ ອິນເດຍ.  ຖັດຈາກນັ້ນແມ່ນທາດນ້ອຍກວ່າ, ພາຍໃນທາດ ສັກກະລະບູຊາ ພະເຈົ້າ Ganesa, ລຳຕົວເປັນຄົນ ຫົວເປັນຊ້າງ ຊຶ່ງເປັນ ລູກຊາຍ ຂອງ ພະ Shiva. ທາດທັງ 3 ຫຼັງນີ້ ລ້ວນແຕ່ ມີສະຖາປັດຕະຍະກຳ ທີ່ມີລັກສະນະຈຳເພາະ ຂອງຊາວ ຈຳປາ ບູຮານ, ດຶງດູດນັກທ່ອງທ່ຽວ ຈາກທົ່ວໂລກ ໃຫ້ມາຢ້ຽມຊົມ ແລະ ຊື່ນຊົມ.

 

ທາດ Ponagar ​ແມ່ນ ​ຜົນງານ​ທີ່​ເປັນ​ຕົວແທນ​ທີ່​ສຸດ ​ກ່ຽວກັບ​ການ​ກໍ່ສ້າງ​ສະຖາປັດຕະຍະ​ກຳ ຫໍທາດ, ສິລະ​ປະແກະສະຫຼັກ, ສີລາຈາລຶກ ​ແລະ​ ສາສະໜາ, ຄວາມ​ເຊື່ອ​ຖື, ​ເປັນ​ພະຍານ​ຢ່າງ​ຈະ​ແຈ້ງ ​ເຖິງ​ອິດ​ທິພົນ​ອັນ​ໃຫຍ່​ຫຼວງ ​ຂອງ​ສາສະໜາ ​ຮິນ​ດູ ​ກັບ​ຊາວ​ເຜົ່າ​ ຈຳ ​ແລະ ຕໍ່ມາແມ່ນ ຊາວ​ ຫວຽດ.


ບົດ ແລະ ພາບ: ທົງຫາຍ - ແປໂດຍ: ບິກລຽນ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top