ສວນສັດ ທີ່ເປັນເອກະລັກ ຂອງ ທະເລຊາຍ ນິງຖ້ວນ

ທ່ອງທ່ຽວ

ສວນສັດ ທີ່ເປັນເອກະລັກ ຂອງ ທະເລຊາຍ ນິງຖ້ວນ

ຢູ່​​ກາງເຂດ​ແຫ້ງ​ແລ້ງ, ປຽບຄື ທະ​ເລ​ຊາຍ​ຍ່ອຍ ຂອງ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ພາກ​ໃຕ້, ນິງ​ຖ້ວນ ​ມີ​ສວນ​ສັດ​ແຫ່ງໜຶ່ງ ປະກອບມີ​ສັດຫຼາຍປະເພດ ທີ່ເປັນ ເອກະລັກສະເພາະ ມາຈາກທ່ົວທຸກມູມໂລກ ທີ່ມີ​ຊື່​ວ່າ Tien Tien Fram & Zoo. ນີ້​ແມ່ນ​ສະຖານ​ທີ່​ໃໝ່​ ແຫ່ງ​ການ​ຢ້ຽມຢາມ ​ແລະ ຄົ້ນ​ພົບ, ປະກອບສ່ວນເຂົ້າໃນ​ບັນດາ​ແຜນທີ່​ທ່ອງ​ທ່ຽວ​ ທີ່​ມີ​ຄວາມ​ຫຼາກ​ຫຼາຍ ​ແລະ ​ເປັນ​ທີ່​ດຶງ​ດູດ​ຂອງ​ທ້ອງ​ຖິ່ນ.

ຢູ່​​ກາງເຂດ​ແຫ້ງ​ແລ້ງ, ປຽບຄື ທະ​ເລ​ຊາຍ​ຍ່ອຍ ຂອງ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ພາກ​ໃຕ້, ນິງ​ຖ້ວນ ​ມີ​ສວນ​ສັດ​ແຫ່ງໜຶ່ງ ປະກອບມີ​ສັດຫຼາຍປະເພດ ທີ່ເປັນ ເອກະລັກສະເພາະ ມາຈາກທ່ົວທຸກມູມໂລກ ທີ່ມີ​ຊື່​ວ່າ Tien Tien Fram & Zoo. ນີ້​ແມ່ນ​ສະຖານ​ທີ່​ໃໝ່​ ແຫ່ງ​ການ​ຢ້ຽມຢາມ ​ແລະ ຄົ້ນ​ພົບ, ປະກອບສ່ວນເຂົ້າໃນ​ບັນດາ​ແຜນທີ່​ທ່ອງ​ທ່ຽວ​ ທີ່​ມີ​ຄວາມ​ຫຼາກ​ຫຼາຍ ​ແລະ ​ເປັນ​ທີ່​ດຶງ​ດູດ​ຂອງ​ທ້ອງ​ຖິ່ນ.

ນິງຖ້ວນ ​ແມ່ນ​ດິນ​ທີ່​ມີ​ແສງ​ແດດ, ສະ​ນັ້ນ ສວນ​ສັດ Tien Tien Farm & Zoo ໄດ້​ຕິດ​ຕັ້ງ​ລະບົບ​ໄຟຟ້າ​ແສງຕາ​ເວັນ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ສວນ​ສັດ. ພາບ: ກົງດາດ/VNP

ສວນສັດ Tien Tien Fram & Zoo ຕັ້ງຢູ່ໃນຟາມ ກະເສດປອດສານພິດ ຕຽນຕ໋ຽນ ຢູ່ຕາແສງ ອານຫາຍ, ເມືອງ ນິງເຟືອງ ມີເນື້ອທີ່ປະມານ 5 ເຮັກຕາ ເຕັມໄປດ້ວຍຕົ້ນໄມ້ສີຂຽວ ທີ່ພວມລ້ຽງນົກ ແລະ ສັດແປກ ປະຫຼາດ ຫຼາຍຊະນິດ ທີ່ໄດ້ນຳເຂົ້າຈາກຕ່າງປະ ເທດ. ສັດ ຈຳນວນດັ່ງກ່າວ ສ່ວນຫຼາຍມີການຂະຫຍາຍຕົວ ແລະ ການພັດທະນາ ເຂົ້າກັບພູມປະເທດ ໂນນຊາຍ ແລະ ສະພາບອາກາດ ທີ່ມີແສງແດດຮ້ອນ ຕະຫຼອດປີ ຢູ່ທ້ອງຖິ່ນ.

ສວນສັດ Tien Tien Fram & Zoo ແບ່ງອອກເປັນ 2 ເຂດ ລ້ຽງສັດພື້ນຖານ, ລວມທັງເຂດລ້ຽງສັດ ຊັ້ນຍອດ ແລະ ເຂດຂົນສັດທີ່ໜ້າສົນໃຈ. ຢູ່ເຂດລ້ຽງສັດຊັ້ນຍອດ, ມີສັດຈໍານວນຫຼາຍທີ່ມີຕົ້ນກຳເນີດຈາກ ອົດສະຕຣາລີ ແລະ ອາຟຣິກກາ ແລະ ບາງປະເທດໃນ ອາຊີ, ເຊັ່ນ: ຈິງໂຈ້, ໜູ ຕະເພົາ, ເຫງັນ, ໝີແມວ, ອູດ, ມ້າແຄະ, ເຕົ່າ, ລະມັ່ງ, ອີກົວນາ ອາເມລິກາໃຕ້, ກະຕ່າຍ ນິວຊີແລນ, ແກະ ອົດສະ ຕຣາລີ... ​ໃນ​ຂະນະ​ທີ່​ຢູ່​ເຂດສັດ ມີຂົນທີ່ໜ້າສົນໃຈ ແມ່ນ​ບ້ານ​ຂອງ​ສັດ​ປີກ ​ທີ່​ມີ​ສີສັນ​ຕ່າງ​ກັນ​ຄື: ຫົງ ດຳ, ຫ່ານ ຂາວ, ຫ່ານ ສິງໂຕ, ໄກ່​ດຳ​ ​ອິນ​ໂດ​ເນ​ເຊຍ, ນົກ​ຍຸງ​ ສີຟ້າ​ ອິນ​ເດຍ, ນົກ​ຍຸງ​ ຫ້າ​ສີນອກ​ນັ້ນ, ຍັງ ມີ​ສັດ​ຫຼາຍ​ຊະນິດ​ທີ່ມີຊື່ສຽງຂອງທ້ອງ​ຖິ່ນ ກໍ່ຄື ຂອງ ​ຫວຽດນາມ ​ໄດ້​ລ້ຽງ​ຢູ່​ສວນ​ສັດແຫ່ງນີ້ ເຊັ່ນ: ແກະ, ແບ້, ໄກ່​ ດົງ​ຕ໋າວ... ນຳ​ມາ​ຊຶ່ງຄວາມ​ຫຼາກ​ຫຼາຍ​​ຮູບ​ແບບ ​ແລະ ສິ່ງທີ່ມີຊີວິດຊີວາ ໃຫ້ແກ່ ສວນ​ສັດ Tien Tien Farm & Zoo.



ຈຳນວນ​ນັກ​ທ່ອງ​ທ່ຽວ ທີ່​ມາ​ຢ້ຽມຢາມ ສວນ​ສັດ Tien Tien Farm & Zoo ສ່ວນຫຼາຍຈະແມ່ນ​ກຸ່ມ​ເດັກນ້ອຍ, ນັກຮຽນ, ນັກ​ສຶກສາ ​ແລະ ກຸ່ມ​ຄອບຄົວ​ທ່ອງ​ທ່ຽວ. ຢູ່​ທີ່​ນີ້, ສັດ​ລ້ຽງ​ສ່ວນ​ຫຼາຍ​ແມ່ນປະ ເພດ ສັດກິນຫຍ້າ ໄດ້​ຮັບ​ການ​ລ້ຽງ ​ແລະ ດູ​ແລ​ ເປັນຢ່າງດີ ​ແລະ ຕາມວິທະຍາສາດ, ດັ່ງ​ນັ້ນ​ ເມື່ອ​ມາ​ຮອດ​ສວນ​ສັດ​ແຫ່ງ​ນີ້, ​ເດັກນ້ອຍ​ ຈະ​ໄດ້​ເຫັນກັບຕາ ​ແລະ ຄົ້ນ​ພົບ​ສັດ​ ຫຼາຍປະເພດທີ່ເປັນມິດ, ໄດ້ຮັບຟັັງການແນະນຳ ຢ່າງລະອຽນຈາກຜູ້ນຳທ່ຽວ ແລະ ​ສຳ​ຜັດ​ກັບຄວາມຮູ້ສຶກຂອງການດູແລ, ເອົາໃຈສັດ ແລະ ຖ່າຍຮູບກັບ ສັດປະ ເພດ ຕ່າງໆ ທີ່ເດັກນ້ອຍມັກ. ສວນສັດ ຍັງຖືກປົກຄຸມ ດ້ວຍແຜງແສງອາທິດ, ເຊິ່ງທັງຊ່ວຍໃນການໃຫ້ຮົ່ມ, ທັງສ້າງແຫຼ່ງພະລັງງານທົດແທນ - ເຊິ່ງເປັນຈຸດເດັ່ນ ຂອງ ສະຖານທີ່ນີ້.


ນອກ​ຈາກ​ໄປ​ຢ້ຽມ​ຢາມ​ສວນ​ສັດ​ແລ້ວ, ນັກ​ທ່ອງ​ທ່ຽວ ​ຍັງ​ໄດ້​ສຳ​ຜັດ​ກັບ​ກິດ​ຈະ​ກຳ​ອື່ນໆ​ ເຊັ່ນ: ຢ້ຽມ​ຢາມ​ນິ​ຄົມ​ປອດ​ສານພິດ, ສຳ​ຜັດ​ການ​ປູກ​ຝັງ, ຊົມ​ໝາກ​ໄມ້​ສົດ​ ທີ່​ປູກ​ຢູ່​ຟາມ, ນີ້​ແມ່ນ​ຮູບ​ແບບການທ່ອງ​ທ່ຽວ ​ສົມທົບ ກັບການຜະລິດກະສິກຳ ປອດ​ສານພິດ ແລະ ພະ​ລັງ​ງານ​ທົດ​ແທນ ​ທີ່​ Tien Tien Farm & Zoo ໄດ້ຕັ້ງເປົ້າໄວ້. 

ນອກຈາກນັ້ນ, Tien Tien Farm & Zoo ຍັງຢູ່ໃກ້ກັບສະ ຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ ອີກຫຼາຍແຫ່ງຂອງແຂວງ ນິງຖ້ວນ ເຊັ່ນ: ດອນຊາຍ ນາມເກື່ອງ, ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ, ສວນອະງຸ່ນ ບາມ້ອຍ, ເຂດທ່ອງທ່ຽວທຳມະຊາດ Sen Charaih ແລະ ອື່ນໆ.

 ບົດ: VNP/ເຊິນເຫງ້ຍ - ພາບ: ກົງດາດ - ແປໂດຍ: ຢືຟຽນ

ອຸມົງ ວິ້ງໂມກ - ໂລກທ່ີລຶກລັບພາຍໃຕ້ ສົງຄາມ

ອຸມົງ ວິ້ງໂມກ - ໂລກທ່ີລຶກລັບພາຍໃຕ້ ສົງຄາມ

ອຸມົງ ວິ້ງໂມກ ແລະ ລະບົບ ໝູ່ບ້ານ ຫວິ໊ງລິງ ແມ່ນໂຄງສ້າງ ທາງທະຫານ ທ່ີຍິ່ງໃຫຍ່ ຖືກຂຸດລົງໄປໃຕ້ພື້ນດິນ ຍາວຫຼາຍ ສິບ ກິໂລແມັດ ຖືກສ້າງຂຶ້ນໃນສະໄໝສົງຄາມຕໍ່ ສູ້ກູ້ຊາດ ຕ້ານ ຈັກກະພັດ ອາເມລິກາ, ເປັນບ່ອນ ທີ່ທະຫານ ແລະ ປະຊາຊົນ ຊາວ ຫວິ໊ງລິງ ໄດ້ຢຶດໝັ້ນ ໃນການຕໍ່ສູ້ ປົກປັກຮັກສາ ບ້ານເກີດເມືອງນອນ ແລະ ຮັກສາເສັ້ນທາງ ເຊື່ອມຕໍ່ ການຄົມມະນາຄົມ ອອກສູ່ ແນວໜ້າ. 

Top