• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັດ ອະຣຸນ ຣາຊະວະຣາຣາມ: ສັນຍາລັກດ້ານສະຖາປັດຕະຍາກຳ ແລະ ທ່ອງທ່ຽວຂອງ ໄທ

ວັດ ອະຣຸນ ໄດ້ຮັບການຊ້ອມແປງ ແລະ ເປີດກວ້າງ, ດ້ວຍກິດຈະກຳ ປຣາງ ໃຫຍ່ໄດ້ກໍ່ສ້າງສຳເລັດ, ກາຍເປັນສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະທີ່ພວກເຮົາໄດ້ເຫັນໃນວັນນີ້.

ເມື່ອເວົ້າເຖິງປະເທດ ໄທແນ່ນອນວ່າ ທ່ານຈະຄິດເຖິງບັນດາກິດຈະກຳທີ່ເປັເອກກະລັກສະເພາະທີ່ເຂັ້ມຂຸ້ນໄປດ້ວຍສີສັນທາງດ້ານພຸດທະສາສະໜາ. ໃນມື້ນີ້ເຊີນທ່ານໄປຢ້ຽມຢາມໜຶ່ງໃນບັນດາສັນຍາລັກພົ້ນເດັ່ນທີ່ສຸດຂອງເທດ ວັດຄຳ: ວັດ ອະຣຸນ ຣາຊະວະຣາຣາມ - ຫຼື ຍັງເອີ້ນວ່າ ວັດອະລຸນ. ວັດແຫ່ງນີ້ບໍ່ພຽງແຕ່ແມ່ນການອອກແບບສະຖາປັດຕະຍາກຳທີ່ພົ້ນເດັ່ນເທົ່ານັ້ນຫາກຍັງແມ່ນສູນເຫຼື້ອມໃສເຊື່ອຖືດຶງດູດແຂກທ່ອງທ່ຽວ ແລະ ພຸດທະສາສະໜິກກະຊົນໃນທົ່ວໂລກນັບລ້ານເທື່ອຄົນອີກດ້ວຍ.

ໂດຍຕັ້ງຢູ່ແຄມແມ່ນ້ຳ ເຈົ້າພະຍາ ງາມດັ່ງໃນຝັນ, ວັດ ອະຣຸນ ມີປະຫວັດສາດມາແຕ່ດົນນານ, ໂດຍເລີ່ມຈາກສະໄໝເຈົ້າຊີວິດ ອະຍຸດທະຍາ ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ. ບັນດາພະຍານຫຼັກຖານປະຫວັດສາດ, ຄື: ແຜນທີ່ເກົ່າຂອງບັນດາພໍ່ຄ້າຊາວຂາຍ ຝລັ່ງ, ໄດ້ຊີ້ໃຫ້ເຫັນວັດແຫ່ງນີ້ໄດ້ມີມາກ່ອນນີ້ນັບຮ້ອຍປີແລ້ວ.

ພາຍໃຕ້ການຊ່ວຍອຸປະຖຳຂອງບັນດາເຈົ້າຊີວິດ, ພິເສດແມ່ນເຈົ້າຊີວິດ ຣາມາ 2 ແລະ ຣາມາ 3, ວັດ ອະຣຸນ ໄດ້ຮັບການຊ້ອມແປງ ແລະ ເປີດກວ້າງ, ດ້ວຍກິດຈະກຳ ປຣາງ ໃຫຍ່ໄດ້ກໍ່ສ້າງສຳເລັດ, ກາຍເປັນສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະທີ່ພວກເຮົາໄດ້ເຫັນໃນວັນນີ້. ທາດ ປຣາງ ບໍ່ພຽງແຕ່ແມ່ນກິດຈະກຳທາງດ້ານສາສະໜາເທົ່ານັ້ນ, ຫາກຍັງແມ່ນສັນຍາລັກດ້ານວັດທະນະທຳ, ຕິດພັນກັບສີສັນຂອງ ໄທ ຈາກສະໄໝເຈົ້າຊີວິດ ອະຍຸດທະຍາ ມາຮອດປະຈຸບັນ.

ປະຈຸບັນ, ວັດ ອະຣຸນ ບໍ່ພຽງແຕ່ແມ່ນສະຖານທີ່ໄປນະມັດສະການສຳຄັນເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ທ່ອງທ່ຽວແຖວໜ້າຂອງ ໄທ ອີກດ້ວຍ. ແຂກທ່ອງທ່ຽວສາມາດເບິ່ງອອກໄດ້ຮູບພາບຂອງຍອດ ປຣາງ ວັດ ອະຣຸນ ໃນທຸກສືື່ສິ່ງພິມໂຄສະນາການທ່ອງທ່ຽວຂອງ ໄທ.

 “ວັດແຫ່ງນີ້ຂອງ ໄທ ແມ່ນມີຊື່ສຽງທີ່ສຸດຢູ່ ມຽນມາ. ຂ້າພະເຈົ້າເຫັນວ່າ ການອອກແບບວັດແຫ່ງນີ້ມີຈຸດທີ່ເປັນເອກະລັກສະເພາະທີ່ສຸດ. ທຸກສິ່ງຢູ່ທີ່ນີ້ແມ່ນສວຍງາມ. ຂ້າພະເຈົ້າມັກທີ່ສຸດແມ່ນອຸຸໂບສົດຮູບປັ້ນເທວະດາຜູ້ປົກປ້ອງທຳ ແລະ ມັກນັ່ງໃນເຮືອຢູ່ແມ່ນ້ຳ ເຈົ້າພະຍາ ເພື່ອເຂົ້າໄປຢ້ຽມຢາມວັດ”.

“ຂ້າພະເຈົ້າດຳລົງຊີວິດຢູ່ ສິງກະໂປໃກ້ກັບ ໄທ. ຢູ່ທີ່ນີ້ມີວັດຫຼາຍແຫ່ງທີ່ ສິງກະໂປ ບໍ່ມີ. ທຸກຄົນລ້ວນແຕ່ເວົ້າວ່າ ເຄື່ອງຂອງ ໄທ ຢູ່ນີ້ງາມຫຼາຍ. ຂ້າພະເຈົ້າໄດ້ຊົມ Tiktok ແລະ ເຫັນວ່າແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ຕ້ອງໄປຢ້ຽມຢາມເມື່ອໄປ ໄທ. ວັດງາມທີ່ສຸດ ແລະ ທິວທັດທຳມະຊາດກໍ່ສວຍງາມ”.

ໜຶ່ງໃນບັນດາປັດໄຈທີ່ເຮັດໃຫ້ ວັດ ອະຣຸນ ກາຍເປັນສະຖານທີ່ດຶງດູດຄວາມສົນໃຈຍິ່ງກວ່າເວລາໃດໝົດ ແມ່ນຍ້ອນຜົນສະທ້ອນຈາກບັນດາຮູບເງົາທີ່ມີຊື່ສຽງຂອງ ໄທ, ພິເສດແມ່ນຮູບເງົາທີ່ມີຊື່ວ່າ "ບຸບເພສັນນິວາດ". ຮູບເງົາເລື່ອງນີ້ໄດ້ສ້າງກະແສນຸ່ງຊຸດອາພອນປະເພນີຂອງ ໄທ ເພື່ອຖ່າຍຮູບຢູ່ວັດ.

“ນີ້ແມ່ນເທື່ອທີ 2 ທີ່ນ້ອງໄປຢ້ຽມຢາມ ໄທ ແລະ ແມ່ນຄັ້ງທຳອິດທີ່ມາແຫ່ງນີ້ເພື່ອເຊົ່າເຄື່ອງນຸ່ງເພື່ອຖ່າຍຮູບ. ລາຄາເຊົ່າເຄື່ອງນຸ່ງແມ່ນແຕ່ 150  200 ບາດແຕ່ງໜ້າກໍ່ເພີ່ມເງິນ. ຜູ້ຄົນມາຖ່າຍຮູບຢູ່ແຫ່ງນີ້ຫຼາຍທີ່ສຸດ”.

“ຂ້າພະເຈົ້າໄດ້ມາວັດແຫ່ງນີ້ 2-ເທື່ອແລ້ວ. ແຕ່ລະເທື່ອມາແຫ່ງນີ້ກໍ່ໄປກັບກຸ່ມເພື່ອທີ່ແຕກຕ່າງກັນ. ບັນດາເພື່ອນຂອງຂ້າພະເຈົ້າມາແຫ່ງນີ້ລ້ວນແຕ່ແມ່ນຄັ້ງທຳອິດ, ສະນັ້ນຂ້າພະເຈົ້າໄດ້ພາໄປ. ພວກຂ້າພະເຈົ້າມາແຫ່ງນີ້ເພື່ອຖ່າຍຮູບ. ຂ້າພະເຈົ້າຮູ້ສຶກສະບາຍເມື່ອນຸ່ງຊຸດເສື້ອ ໄທ. ສະຖາປັດຕະຍະກຳຢູ່ແຫ່ງນີ້ແມ່ນສວຍງາມທີ່ສຸດບັນດາຮູບປັ້ນລ້ວນແຕ່ເປັນເອກະລັກສະເພາະ”.

ວັດ ອະຣຸນ ຣາຊະວະຣາຣາມ ບໍ່ພຽງແຕ່ແມ່ນກິດຈະກຳສະຖາປັດຕະຍາກຳທີ່ສວຍງາມເທົ່ານັ້ນ, ຫາກຍັງເປັນສັນຍາລັກດ້ານວັດທະນະທຳ ແລະ ປະຫວັດສາດທີ່ມີຊີວິດຊີວາຂອງ ໄທ ອີກດ້ວຍ. ມາທ່ອງທ່ຽວຢູ່ແຫ່ງນີ້, ແຂກທ່ອງທ່ຽວສາມາດໄດ້ຮັບຊົມຄວາມງາມເກົ່າແກ່, ກໍຄືມີໂອກາດເຊື່ອມຕົວເຂົ້າກັບບັນຍາກາດເຫຼື້ອມໃສເຊື່ອຖືທີ່ສະຫງົບງຽບ, ມີຄວາມຮູ້ສຶກຢ່າງເລິກເຊິ່ງຕໍ່ຄວາມງາມທາງດ້ານວັດທະນະທຳພຸດສະສາສະໜາຂອງປະເທດນີ້.

(ວັດ ອະຣຸນ ມີປະຫວັດສາດມາແຕ່ດົນນານ)

(ແຫຼ່ງຄັດຈາກ VOV)

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ 2 ປະເທດສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

Top