• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັດ ຫວຽດນາມ ຢູ່ປະເທດ ລາວ - ສະຖານທີ່ເກັບຮັກສາສີສັນວັດທະນະທຳດ້ານຈິດວິນຍານຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ເຖິງວ່າໄປໃສ, ຢູ່ໃສກໍ່ຕາມ, ແຕ່ປະຊາຊົນເຊື້ອຊາດ ຫວຽດນາມ ຍາມໃດກໍ່ອວ່າຍໜ້າເມືອຫາກົກເຄົ້າເຫງົາກໍ, ຍາມໃດກໍ່ອະນຸລັກຮັກສາຄຸນຄ່າທີ່ເປັນມູນເຊື້ອອັນລ້ຳຄ່າຂອງຊາດ, ການເຂົ້າວັດເພື່ອຂໍຄວາມສະຫງົບສຸກ, ຄວາມໂຊກດີແມ່ນຕົວຢ່າງໜຶ່ງ.

ເຖິງວ່າໄປໃສ, ຢູ່ໃສກໍ່ຕາມ, ແຕ່ປະຊາຊົນເຊື້ອຊາດ ຫວຽດນາມ ຍາມໃດກໍ່ອວາຍໜ້າເມືອຫາກົກເຄົ້າເຫງົາກໍ, ຍາມໃດກໍ່ອະນຸລັກຮັກສາຄຸນຄ່າທີ່ເປັນມູນເຊື້ອອັນລ້ຳຄ່າຂອງຊາດ, ການເຂົ້າວັດເພື່ອຂໍຄວາມສະຫງົບສຸກ, ຄວາມໂຊກດີແມ່ນຕົວຢ່າງໜຶ່ງ.

ຍ້ອນເຫດນັ້ນ, ຢູ່ປະເທດໃດໃນໂລກທີ່ມີປະຊາຊົນຊາວ ຫວຽດນາມ, ຊາວເຊື້ອຊາດ ຫວຽດ ຢູ່ອາໄສເປັນຈຳນວນຫຼາຍ ກໍ່ລ້ວນແຕ່ມີວັດ ຂອງຄົນ ຫວຽດ ເພື່ອໃຫ້ພໍ່ແມ່ປະຊາຊົນເຕົ້າໂຮມກັນດຳເນີນຊີວິດທາງສາສະໜາ. ມາຮອດປະຈຸບັນ, ຢູ່ປະເທດ ລາວ ມີວັດທັງໝົດ 13 ແຫ່ງ, ເຊິ່ງແມ່ນບັນດາສະຖານທີ່ຝາກຝັງຈິດວິນຍານ ແລະ ກໍ່ແມ່ນບ່ອນດຳເນີນຊີວິດວັດທະນະທຳວົງຄະນະຍາດຂອງຊາວ ຫວຽດນາມ ຢູ່ປະເທດລ້ານຊ້າງ.

ປ້າ ຕວຽດແອັງ ແລະ ປ້າ ຫງວຽນທິລວານ ແມ່ນຊາວ ຫວຽດນາມ ລຸ້ນທີສອງ ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ເຂດດິນແດນລາວ. ເຖິງວ່າໄດ້ດຳລົງຊີວິດ, ຖືກຜົນສະທ້ອນຈາກຮີດຄອງປະເພນີ, ວັດທະນະທຳຫຼາຍຢ່າງຂອງປະເທດລ້ານຊ້າງກໍ່ຕາມ, ແຕ່ເລື່ອງເຂົ້າວັດໃນວັນທີ 1 ແລະ ວັນເພັງໄລ່ຕາມຈັນທະປະຕິທິນແຕ່ລະເດືອນ ຍັງໄດ້ຮັບການຮັກສາປະຕິບັດຄືລຸ້ນພໍ່ລຸ້ນແມ່. ເມື່ອມີອາຍຸຫຼາຍແລ້ວ, ເຂົາເຈົ້າຍິ່ງຕ້ອງການມີເວລາ ແລະ ພື້ນທີ່ເພື່ອສ້າງຄວາມສະຫງົບໃນໃຈ, ເພື່ອຫວນຄືນກ່ຽວກັບຊີວິດການເປັນຢູ່ຂອງຕົນ, ເຂົ້າວັດເພື່ອຂໍຄວາມສຸກ, ກາຍລະກາຍໃຈ, ຄວາມໂຊກດີ ຄວາມສະຫງົບໃຫ້ຕົນເອງ ແລະ ຄອບຄົວ:

“ເມື່ອມີເວລາຫວ່າງຂ້າພະເຈົ້າຈະເຂົ້າວັດ ຫຼື ຄອບຄົວມີວຽກມີງານຫຍັງກໍ່ເຂົ້າວັດ. ຍ້ອນວ່າ ປະຈຸບັນ, ກໍ່ມີອາຍຸຫຼາຍແລ້ວ, ວັນທີ 1, ວັນເພັງແຕ່ລະເດືອນກໍ່ເຂົ້າວັດເພື່ອຂໍຄວາມສະຫງົບທາງຈິດໃຈ”.

“ເຮົາຄິດວ່າ ເຮົາເຮັດແຕ່ສິ່ງທີ່ດີ ຈິດໃຈຂອງເຮົາກໍ່ຈະສະຫງົບ, ເມື່ອມີເວລາຫວ່າງ, ງານຕ່າງໆຢູ່ວັດເຮົາໄດ້ມາຊ່ວຍວຽກ ຫຼື ໄປເຮັດວຽກງານການກຸສົນເຮົາຈະໄປນຳບັນດາຄູບາອາຈານ, ຈິດໃຈເຮົາກໍ່ສະບາຍກ່ວາ”.

   

ສາສະນິກກະຊົນເຂົ້າຮ່ວມພິທີສວດມົນຢູ່ວັດ ເຟິດຕິກ

ເມື່ອເວົ້າເຖິງບັນດາສະຖານທີ່ດຳເນີນຊີວິດສາສະໜາທີ່ສະຫງວນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ນັ້ນ, ສະຖານທີ່ອັນດັບຕົ້ນໆແມ່ນວັດ ເຟີດຕິກ - ເຊິ່ງເປັນໜຶ່ງໃນຈຳນວນວັດ 3 ແຫ່ງຂອງຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ. ນີ້ບໍ່ພຽງແຕ່ແມ່ນສະຖານທີ່ດຳເນີນຊີວິດວັດທະນະທຳດ້ານຈິດວິນຍານ ທີ່ລຶ້ງເຄີຍຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ປະເທດລ້ານຊ້າງເທົ່ານັ້ນ, ຫາກນີ້ຍັງແມ່ນບ່ອນເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນ, ພ້ອມກັນອ່ວາຍໜ້າເມືອຫາບ້ານເກີດເມືອງນອນອີກດ້ວຍ. ຍິ່ງກ່ວານັ້ນ, ວັດແຫ່ງນີ້ຍັງແມ່ນສະຖານທີ່ອະນຸລັກຮັກສາສີສັນ ແລະ ໂຄສະນາເຜີຍແຜ່ວັດທະນະທຳຂອງປະຊາຊົນ ຫວຽດນາມ ເຖິງປະເທດຕ່າງໆໃນພາກພື້ນ ແລະ ໃນທົ່ວໂລກ. ພະອາຈານ ທິກມິງກວາງ, ກຳມະການສະພາບໍລິຫານພຸດທະສາສະໜາ ຫວຽດນາມ ປະຈຳ ສປປ ລາວ, ເຈົ້າອະທິການວັດເຟີດຕິກ ໃຫ້ຮູ້ວ່າ:

“ປະຊາຄົມຊາວ ຫວຽດນາມ ດຳເນີນຊີວິດສາສະໜາຢູ່ ວັດເຟີດຕິກ, ນະຄອນຫຼວງ ວຽງຈັນ, ຖືນີ້ແມ່ນບ່ອນອີງດ້ານພຸດທະສາສະໜາ, ກໍ່ຄືສະແດງໃຫ້ເຫັນວັດທະນະທຳທີ່ເປັນມູນເຊື້ອຂອງຊາວ ຫວຽດນາມ ຢູ່ ລາວ. ພໍ່ແມ່ປະຊາຊົນດຳເນີນຊີວິດຢູ່ວັດ ເຟີດຕິກ ແມ່ນເພື່ອຂໍຄວາມສະຫງົບສຸກ, ສວດມົນພາວະນາ ແລະ ດຳເນີນຊີວິດເພື່ອຮ່ຳຮຽນຫຼັກພະທຳຄຳສັ່ງສອນພຸດທະສາສະໜາ, ຮັບເອົາຄຳສັ່ງສອນຂອງພະພຸດທະເຈົ້າ ເພື່ອນຳໃຊ້ເຂົ້າໃນວີຊິດປະຈຸບັນຂອງຕົນ ແລະ ເມື່ອຮູ້ເຖິງບັນດາຄຳສັ່ງສອນນັ້ນ, ພຸດທະສາສະນິກກະຊົນຈະຮູ້ສຶກໄດ້ຄວາມຜາສຸກ, ຫລຸດສິ່ງທີ່ຜິດໃນຊີວິດປະຈຳວັນລົງ.

ຕາມທ່ານ ປອ ນາງ ເລທິລຽນ, ຫົວໜ້າສະຖາບັນຄົ້ນຄ້ວານະໂຍບາຍສາສະໜາ, ຄະນະສາສະໜາລັດຖະບານແລ້ວ, ລາວແມ່ນປະເທດມີຄວາມໃກ້ຊິດສະໜິດສະໜົມກັບ ຫວຽດນາມ, ດັ່ງນັ້ນ, ຄະນະສາສະໜາລັດຖະບານກໍ່ຄືກະຊວງພາຍໃນມີຄວາມເອົາໃຈໃສ່ເປັນພິເສດເຖິງວຽກງານສາສະໜາຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ລາວ ແລະ ໄດ້ຈັດສົ່ງພະນັກງານໄປລາວ ເພື່ອຈັດບັນດາຊຸດຝຶກອົບຮົມແນໃສ່ຊ່ວຍໃຫ້ຊາວ ຫວຽດນາມ ອາໄສຢູ່ລາວ ໄດ້ສຳຜັດກັບຈຸດຄ້າຍຄືກັນດ້ານສາສະໜາລະຫວ່າງ ຫວຽດນາມ ແລະ ລາວ ຫຼາຍກ່ວາອີກ:

“ຫວຽດນາມ ແລະ ລາວ ໄດ້ລົງນາມບັນດາໂຄງການ, ໃນນັ້ນມີເນື້ອໃນຮັບປະກັນການດຳເນີນຊີວິດສາສະໜາໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ຢູ່ລາວ. ພວກຂ້າພະເຈົ້າກໍ່ໄດ້ເຮັດວຽກກັບບັນດາອົງການຈັດຕັ້ງສາສະໜາເຊິ່ງມີສາສະນິກກະຊົນຂອງພວກເຮົາຢູ່ ສປປ ລາວ ເປັນປະຈຳ ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນຊາວ ຫວຽດນາມ, ພໍ່ແມ່ປະຊາຊົນ ຊາວ ຫວຽດນາມ ຢູ່ລາວ ໃນການເຄື່ອນໄຫວທາງສາສະໜາ”.

ການດຳເນີນຊີວິດທາງສາສະໜາແມ່ນພາກສ່ວນທີ່ບໍ່ອາດຂາດໄດ້ໃນການດຳລົງຊີວິດຂອງ ຊາວ ຫວຽດນາມ ເວົ້າລວມ, ສຳລັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນເວົ້າສະເພາະ. ບັນດາການເຄື່ອນໄຫວນີ້ໄດ້ປະກອບສ່ວນຊ່ວຍໃຫ້ພໍ່ແມ່ປະຊາຊົນທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນມີຄວາມໃກ້ຊິດຕິດພັນກ່ວາ ແລະ ພ້ອມກັນອວ່າຍໜ້າເມືອຫາບ້ານເກີດເມືອງນອນທີ່ແສນເຄົາລົບຮັກ, ຊ່ວຍໃຫ້ຈິດໃຈຂອງມະນຸດຄິດເຖິງບັນດາສິ່ງທີ່ດີງາມ, ເປັນກຸສົນ, ບັນດາສິ່ງທີ່ຕັ້ງໜ້າໃນການດຳລົງຊີວິດ./.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top