• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ລຳໂພງ Maybelle - ການປະສານສົມທົບລະຫວ່າງດິນເຜົາພື້ນ ເມືອງ ແລະ hi-end

ດ້ວຍຄວາມມຸ່ງຫວັງຢາກປະກອບສ່ວນພັດທະນາໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ, ນັກວິສາຫະກິດ ຫງວຽນເຖ໋ແອງ ເລີ່ມສ້າງຕົວດ້ວຍການຜະລິດ ລຳໂພງ ຈາກດິນເຜົາ.
1 ປີກ່ອນ, ທ້າວ ຫງວຽນເຖ໋ແອງ -ຜູ້ສ້າງຕັ້ງກຸ່ມເລີ່ມສ້າງຕົວ Maybelle ໄດ້ຮັບຜົນສຳເລັດໃນການຜະລິດ ລຳໂພງ ຈາກດິນເຜົາ. ເຖິງວ່າ ລຳໂພງ ດິນເຜົາ ມີຂາຍຢູ່ຕ່າງປະເທດແຕ່ດົນແລ້ວ, ແຕ່ນີ້ແມ່ນ ລຳໂພງ ດິນເຜົາ ໜ່ວຍທຳອິດທີ່ໄດ້ຮັບການຜະລິດຢູ່ ຫວຽດນາມ.

ການຕີລາຄາເທິງບັນດາເວັບໄຊກ່ຽວກັບສຽງ ສ່ວນຫຼາຍໄດ້ໃຫ້ຄຳຍ້ອງຍໍສັນລະເສີນໃຫ້ແກ່ ລຳໂພງ ປະເພດນີ້, ພິເສດແມ່ນການປະສານສົມທົບລະຫວ່າງດິນເຜົາພື້ນເມືອງຂອງ ຫວຽດນາມ ແລະ ເຕັກໂນໂລຊີ ທີ່ທັນສະໄໝ. 


ນັກວິສາຫະກິດ ຫງວຽນເຖ໋ແອງ -ຜູ້ອຳນວຍການບໍລິສັດ Maybelle ຫວຽດນາມ ຈຳກັດ
ພວມປະຕິບັດຂັ້ນຕອນແຕ້ມ
ລາຍດອກ, ລວດລາຍໃຫ້ແກ່ ລຳໂພງ. ພາບ: ເຕິດເຊີນ



ລຳໂພງ Maybelle ໄດ້ຮັບການວາດພາບດ້ວຍມື,
ຫຼັງຈາກນັ້ນ ຈະໄດ້ນັກແຕ້ມກໍ່ສ້າງເປັນຮູບພາບ 3 ມິຕິ. ພາບ: ເຕິດເຊີນ



ຂັ້ນຕອນໜຶ່ງໃນການຜະລິດ ລຳໂພງ Maybelle. ພາບ: ເຕິດເຊີນ


ຂັ້ນຕອນ ຄວັດຕົວໜັງສື ໃຫ້ແກ່ ລຳໂພງ Maybelle ຕາມຄວາມ
ຕ້ອງການຂອງລູກຄ້າ. ພາບ: ເຕິດເຊີນ



ຜະລິດແຜ່ນວົງຈອນຂອງ ລຳໂພງ Maybelle. ພາບ: ເຕິດເຊີນ


ຫຼັງຈາກທີ່ເຜົາເປັນຜະລິດຕະພັນສຳເລັດຮູບແລ້ວ, ເປືອກນອກ ຂອງ ລຳໂພງ ສືບຕໍ່ໄດ້ແຕ້ມລວດລາຍປະດັບປະດາ
ແລ້ວເອົາໄປເຜົາອີກ ເທື່ອໜຶ່ງ ເພື່ອໃຫ້ມັນບໍ່ຕົກສີ. ພາບ: ເຕິດເຊີນ



ທຸກໆ ຂັ້ນຕອນການຜະລິດ ລຳໂພງ Maybelle ໄດ້ເຮັດດ້ວຍມື. ພາບ: ເຕິດເຊີນ


ຂັ້ນຕອນການປະກອບ ລຳໂພງ ຕ້ອງການຄວາມລະອຽດລະອໍສູງ ຍ້ອນຂັ້ນຕອນນີ້
ຈະຕັດສິນເຖິງຄຸນນະພາບນຳ້ສຽງຂອງລຳໂພງ. ພາບ: ເຕິດເຊີນ



ຊຸດລຳໂພງ lampeakers.  ພາບ: ເຕິດເຊີນ

ລຳໂພງ Maybelle ມີຜະລິດຕະພັນ ລຳໂພງ fullrange ເໝາະສົມກັບດົນຕີ ໂຣແມນຕິກ, bolero, pop... ຄຸນນະພາບ ນຳ້ສຽງເໝາະສົມກັບບຸກຄົນ, ເປັນຕົ້ນແມ່ນປະເພດລູກຄ້າຖື ສິລະປະກຳທຽບເທ່ົາກັບຄຸນນະພາບນຳ້ສຽງ.
 
ນັກວິສາຫະກິດ ຫງວຽນເຖ໋ແອງ ເນັ້ນໜັກກ່ຽວກັບຄວາມນຶກຄິດເລີ່ມສ້າງຕົວຂອງຕົນວ່າ: “ທ່າອ່ຽງນຳໃຊ້ບັນດາຜະລິດຕະພັນຕັ້ງໂຕະ, ນ້ອຍ, ກະທັດຮັດ ຢູ່ໃນໂລກພວມເພີ່ມສູງຂຶ້ນ ໃນຊຸມປີຜ່ານມາ, ສິ່ງດັ່ງກ່າວເຮັດໃຫ້ຂ້າພະເຈົ້າຕັດສິນໃຈ ຜະລິດລຳໂພງ ດິນເຜົາ ຂະໜາດນ້ອຍ ດ້ວຍລາຄາທີ່ເໝາະສົມ”.
 
Maybelle ບໍ່ພຽງແຕ່ແມ່ນຜະລິດຕະພັນ ລຳໂພງ ທີ່ນຳໃຊ້ໄຟຟ້າເທົ່ານັ້ນ, ຫາກຍັງແມ່ນຜະລິດຕະພັນທີ່ປະສານສົມທົບລະຫວ່າງນຳ້ສຽງ ແລະ ສິລະປະກຳອີກດ້ວຍ. ເປືອກນອກຂອງລຳໂພງ ໄດ້ຜະລິດ ແລະ ອອກແບບດ້ວຍມື, ຈາກບັນດານາຍຊ່າງ ບາດຈ່າງເພື່ອຮັບປະກັນຕໍ່ຄວາມທົນທານ ແລະ ຄັກແນ່.
 
Maybelle ໄດ້ສວຍໃຊ້ບັນດາຈຸດດີຂອງດິນເຜົາພື້ນເມືອງຄື: ຮູບຊົງ, ສີສັນ, ວັດຖຸທາດທີ່ທົນທານ ແລະ ໃຫ້ຄຸນນະພາບນຳ້ສຽງດີ... ເພື່ອຜະລິດອອກລຳໂພງຫຼາຍປະເພດທີ່ມີລັກສະນະ ພິເສດ. 


ຜະລິດຕະພັນລຳໂພງ Cannon ໃນຫ້ອງຮັບແຂກ. ພາບ: ເອກະສານ


ໄດ້ເຮັດດ້ວຍດິນເຜົາ, ໄມ້, ຜ້າແພ, ລຳໂພງ lampeaker ເປັນການປະສານສົມທົບລະຫວ່າງ
ລຳໂພງ ແລະ ໂຄມໄຟ. ພາບ: ເອກະສານ



SOLO ເປັນປະເພດຜະລິດຕະພັນ ທຳອິດຂອງ Maybelle. ພາບ: ເຕິດເຊີນ


ຜະລິດຕະພັນລຳໂພງ Cannon. ພາບ: ເຕິດເຊີນ


ລຳໂພງຊະນິດໜຶ່ງທີ່ນຳໃຊ້ໃຫ້ແກ່ໂທລະສັບມືຖື ຂອງ Maybelle. ພາບ: ເອກະສານ


ເຂດວາງສະແດງຜະລິດຕະພັນລຳໂພງ Maybelle ທີ່ເຮືອກເລກ
ທີ 98-ຖະໜົນ ໂຕງອກເວີນ, ຮ່າໂນ້ຍ. ພາບ: ເຕິດເຊີນ

ອາດສາມາດເວົ້າໄດ້ວ່າ ແຕ່ລະຜະລິດຕະພັນຂອງ Maybelleແມ່ນບົດປະພັນສິລະປະໜຶ່ງ. ນອກຈາກການຕອບສະໜອງໃຫ້ແກ່ຄວາມຕ້ອງການຟັງເພງ, Maybelle ຍັງເປັນເຄື່ອງປະດັບ ປະດາໃນຄອບຄົວ ແລະ ຢູ່ຫ້ອງການອີກດ້ວຍ.
  
ປະຈຸບັນ, Maybelle ມີ 2 ປະເພດຜະລິດຕະພັນຕົ້ນຕໍ່ ພ້ອມກັບລຳໂພງ ແລະ ເຄື່ອງຂະຫຍາຍສຽງ Bluetooth 13 ຊະນິດແຕກຕ່າງກັນ ທີ່ມີລາຄາແຕ່ 320.000-5.690.000 ດົ່ງ. ການປະສານສົມທົບລະຫວ່າງວັດທະນະທຳຂອງຕາເວັນອອກ-ຕາເວັນຕົກ, ມູນເຊື້ອ ແລະ ທັນສະໄໝ, ພ້ອມກັບຈິດໃຈ ເລີ່ມສ້າງຕົວຢ່າງແຮງກ້າ ຊ່ວຍ ຫງວຽນເຖ໋ແອງ ກໍ່ສ້າງເຄື່ອງໝາຍການຄ້າຂອງເຄື່ອງກະຈາຍສຽງ ຖືຍີ່ຫໍ້ ຫວຽດນາມ ປະເພດນີ້ ໄດ້.


Maybelle ເປັນຕົວຢ່າງໃຫ້ແກ່ຄວາມຮັກເມົາມົວ, ປະດິດສ້າງໃນຂົງເຂດເລີ່ມສ້າງຕົວ ທີ່ພວມຟົດຟື້ນຢູ່ ຫວຽດນາມ. ໂຄງການຜະລິດລຳໂພງດິນເຜົາ Maybelle ກໍ່ເປັນໂຄງການເລີ່ມສ້າງຕົວດ້ວຍເຄື່ອງກະຈາຍສຽງແຫ່ງທຳອິດຢູ່ ຫວຽດນາມ. ຜ່ານຮູບການລະດົມທຶນຈາກປະຊາຄົມ (crowfunding-PV) ທີ່ໄດ້ປະຕິບັດ ໂດຍ Fundstart, Maybelle ດຶງດູດໄດ້ 116,639 ລ້ານດົ່ງ, ເກີນເປົ້າໝາຍທີ່ວາງອອກໃນຂັ້ນຕົ້ນ 112 ລ້ານດົ່ງ. 


ບົດ: ທຸກຮ່ຽນ - ພາບ: ເຕິດເຊີນ ແລະ ເອກະສານ

Mr.Muop -ເລື່ອງລາວ ຂອງ ໃຍໝາກບວບ ທີ່ກ້າວສູ່ລະດັບສາກົນ

Mr.Muop -ເລື່ອງລາວ ຂອງ ໃຍໝາກບວບ ທີ່ກ້າວສູ່ລະດັບສາກົນ

ໃນສະພາບການທີ່ໂລກ ກຳລັງຊອກຫາວິທີແກ້ໄຂ ບັນຫາດ້ານຄວາມຍືນຍົງ ຕໍ່ສິ່ງແວດລ້ອມ, ຍີ່ຫໍ້ ຫວຽດນາມ ຍີ່ຫໍ້ໜຶ່ງໄດ້ປ່ຽນ ຜະລິດຕະພັນກະສິກຳ ທີ່ຄິດວ່າ ເປັນສິ່ງເສດເຫຼືອໃຫ້ກາຍເປັນຜະ ລິດຕະພັນ ທີ່ມີມູນຄ່າ. ເລື່ອງລາວ ຂອງ Mr. Muop ບໍ່ພຽງແຕ່ສະ ທ້ອນໃຫ້ເຫັນເຖິງຈິດໃຈ ຂອງ ການເລີ່ມຕົ້ນທຸລະກິດສີຂຽວເທົ່ານັ້ນ, ແຕ່ຍັງສະແດງເຖິງການເຕີບໂຕ ຂອງ ເສດຖະກິດເອກະຊົນ, ເຊິ່ງເປັນກຳລັງ ທີ່ຖືກກຳນົດວ່າ ເປັນ “ກຳລັງຂັບເຄື່ອນທີ່ສຳຄັນທີ່ສຸດ” ຂອງ ເສດຖະກິດ ຫວຽດນາມ.

Top