• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ - ຕະຫຼາດລົງທຶນຕ່າງປະເທດຫຼາຍທີ່ສຸດຂອງ ຫວຽດນາມ

ປະຈຸບັນ, ຫວຽດນາມ ພວມຢືນອັນດັບທີ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນມີເງິນລົງທຶນຢູ່ ລາວ.

ປະຈຸບັນ, ຫວຽດນາມ ພວມຢືນອັນດັບທີ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນມີເງິນລົງທຶນຢູ່ ລາວ.

    

ບໍລິສັດ Star telecom ດ້ວຍເຄື່ອງໝາຍການຄ້າ Unitel

ປະຈຸບັນ, ຫວຽດນາມ ພວມຢືນອັນດັບທີ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນມີເງິນລົງທຶນຢູ່ ລາວ. ມີຫຼາຍໂຄງການເຄື່ອນໄຫວເປັນປົກກະຕິ, ບັນລຸປະສິດທະຜົນ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ມອບເຂົ້າງົບປະມານ, ສ້າງວຽກເຮັດງານທຳ, ບຳລຸງສ້າງ ແລະ ຍົກສູງສີມືອາຊີບໃຫ້ແກ່ຜູ້ອອກແຮງງານ, ປັບປຸງພື້ນຖານໂຄງລ່າງຢູ່ບາງທ້ອງຖິ່ນ… ເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງລັດຖະບານ ລາວ.

        ໂດຍເລີ່ມເຄື່ອນໄຫວຢ່າງເປັນທາງການແຕ່ເດືອນ ກັນຍາ ປີ 2009, ດ້ວຍເງິນລົງທຶນຈຳນວນ 29 ລ້ານ USD, ບໍລິສັດ Star telecom ດ້ວຍເຄື່ອງໝາຍການຄ້າ Unitel ແມ່ນໜຶ່ງໃນບັນດາໂຄງການລົງທຶນຕ່າງປະເທດຕາມຮູບແບບຮ່ວມສຳພັນບັນລຸຜົນສຳເລັດທີ່ສຸດຂອງກຸ່ມບໍລິສັດອຸດສາຫະກຳໂທລະຄົມມະນາຄົມກອງທັບ ຫວຽດນາມ. ພາຍຫຼັງເຄື່ອນໄຫວເປັນເວລາ 12 ປີ, Unitel ແມ່ນເຄືອຂ່າຍໃຫຍ່ທີ່ສຸດຢູ່ລາວ ດ້ວຍຜູ້ນຳໃຊ້ 3,3 ລ້ານຄົນ, ກວມເອົາ 57% ອັດຕາສ່ວນຕະຫຼາດ,  ປະກອບສ່ວນນຳ ລາວ ກາຍເປັນໜຶ່ງໃນບັນດາປະເທດທີ່ມີສັນຍານປົກຄຸມ ແລະ ລະດັບຄວາມໄວ 4G ດີທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ສະໜອງອິນເຕີເນັດຄວາມໄວສູງເຖິງປະຊາຊົນ ລາວ ທຸກຄົນ.

        ກໍ່ຄ້າຍຄືກັບບໍລິສັດ Star telecom, ບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນ ໄດ້ສ້າງຕັ້ງຂຶ້ນບົນພື້ນຖານການຮ່ວມມື, ປະກອບທຶນລະຫວ່າງທະນາຄານພັດທະນາ ລາວ ແລະ ບໍລິສັດໃຫຍ່ປະກັນໄພໄປສະນີ ຫວຽດນາມ. ໃນຕະຫຼອດ 12 ປີຜ່ານມາ, ບໍລິສັດພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຈຸດຢືນໃນສັງຄົມດ້ວຍກວ່າ 200 ສາຂາຢູ່ຫຼາຍແຫ່ງໃນທົ່ວປະເທດ ລາວ. ຕາມການສະຖິຕິຂອງສະມາຄົມປະກັນໄພ ແລ້ວ, ບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນ ແມ່ນໜຶ່ງໃນບັນດາບໍລິສັດປະກັນໄພແຖວໜ້າຂອງ ລາວ ທີ່ມີລະດັບເຕີບໂຕສະເລ່ຍສູງທີ່ສຸດຢູ່ຕະຫຼາດ (ແຕ່ 40%-50%). ນອກຈາກບັນດາການເຄື່ອນໄຫວດຳເນີນທຸລະກິດ ແລະ ສັງຄົມ, ບໍລິສັດຍັງມີການປະກອບສ່ວນຫຼາຍຢ່າງເຂົ້າໃນໂຄງການພັດທະນາວົງຄະນະຍາດ ລາວ, ປະກອບສ່ວນຮັກສາພາບພົດຂອງການພົວພັນຮ່ວມມື ຫວຽດນາມ - ລາວ. ທ່ານ ໂດ້ດັງແຄງ, ຜູ້ອຳນວຍການໃຫຍ່ບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າພວມດຳເນີນທຸລະກິດຖືກຕາມກົດໝາຍ, ມີການເຕີບໂຕດີທີ່ສຸດ ໂດຍສະເພາະແມ່ນລາຍຮັບປະຈຳປີ ແລະ ປະກອບເຂົ້າງົບປະມານຢ່າງຄົບຖ້ວນ, ປະກອບເຂົ້າ GDP ຂອງປະເທດ ລາວ. ແຕ່ລະປີ, ພວກຂ້າພະເຈົ້າມີການເຄື່ອນໄຫວຫຼາຍຢ່າງເພື່ອປະກອບສ່ວນໃຫ້ແກ່ສັງຄົມ ດ້ວຍລາຍການກຸສົນ, ແບ່ງປັນກັບປະຊາຄົມ”.

ຕາມການສະຖິຕິແລ້ວ, ຍາມໃດ ລາວ ກໍ່ຢືນອັນດັບທີ 1 ໃນຈຳນວນ 78 ປະເທດ, ເຂດແຄ້ວນທີ່ ຫວຽດນາມ ໄດ້ລົງທຶນຢູ່ຕ່າງປະເທດ, ດ້ວຍ 209 ໂຄງການ ມີຈຳນວນທຶນຈົດທະບຽນ 5,1 ຕື້ USD. ມາຮອດປະຈຸບັນ, ບັນດາໂຄງການລົງທຶນຂອງ ຫວຽດນາມ ມີຢູ່ທຸກເຂດພາກຂອງ ລາວ, ໃນຫຼາຍຂົງເຂດຄື: ການເງິນທະນາຄານ, ໂທລະຄົມມະນາຄົມ, ການບໍລິການ, ປ່າໄມ້… ພາຍຫຼັງທີ່ຫຼາຍໂຄງການຂອງວິສາຫະກິດ ຫວຽດນາມ ຢູ່ ລາວ ເລີ່ມເຄື່ອນໄຫວນັ້ນ ບໍ່ພຽງແຕ່ສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນເທົ່ານັ້ນ ຫາກຍັງຊ່ວຍໃຫ້ພໍ່ແມ່ປະຊາຊົນປ່ຽນແປງຈິນຕະນາການໃນການຜະລິດ ແລະ ຄວາມລື້ງເຄີຍໃນການດຳລົງຊີວິດປະຈຳວັນອີກດ້ວຍ. 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top