• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ລາຍການອາຫານ ປີ້ງ ປາຄໍ່ ຫໍ່ເກືອ

ຈະບໍ່ສາມາດວາດນຶກໄດ້ວ່າ ຖ້າຫາກຂາດເກືອ ໃນການ ປຸງແຕ່ງອາຫານ ການກິນດື່ມ ຈະເປັນແນວໃດ ຍ້ອນ ເກືອ ບໍ່ພຽງແຕ່ຊ່ວຍໃຫ້ອາຫານເພີ່ມລົດຊາດ ເທົ່ານັ້ນ ຫາກຍັງຊ່ວຍຮັກສາຄວາມສົດ ຂອງ ມັນ ອີກດ້ວຍ. ຈຸດ ເດັ່ນ ຂອງ ເຄື່ອງປຸງນີ້ ໄດ້ສະ ແດງອອກມາຢ່າງເຫັນ ໄດ້ ຊັດ ໃນລາຍການອາຫານ ປີ້ງປາຄໍ່ ຫໍ່ເກືອ ຫຼື ເອີ້ນວ່າ “ປາ ກາຍເປັນຫີນ”. 
ລາຍການອາຫານ ທີ່ເອີ້ນວ່າ “ປາກາຍເປັນຫີນ” ອັນ ເນື່ອງຈາກວ່າ ມີເກືອຊັ້ນໜຶ່ງ ປົກຫຸ້ມທົ່ວໂຕປາ, ສ່ວນ ປະ ກອບຂອງໄຂ່ຂາວ ແລະ ແປ້ງຈະຊ່ວຍໃຫ້ ບັນດາ ເມັດ ເກືອຕິດເຂົ້າກັນ.

ປາ ທີ່ຖືກນຳໃຊ້ໃນລາຍການອາຫານນີ້ແມ່ນປາຄໍ່, ມີນໍ້າ ໜັກປະມານກວ່າ 1 ກິໂລ. ປາໄດ້ຜ່ານການ ປຸງແຕ່ງ ຂັ້ນ ຕົ້ນ, ເອົາໄສ້ ແລະ ເງີບອອກ (ບໍ່ຜ່າທ້ອງປາ ເພື່ອບໍ່ໃຫ້ ເສຍລົດຂອງເນື້ອປາ). ໃຊ້ຫົວສີໄຄ, ໃບໝາກນາວ, ລ້າງ ໃຫ້ສະອາດ ແລະ ຕີຖົມ ແລ້ວຍັດໃສ່ ລຳຕົວປາ ຕາມລວງ ຍາວ. ຫຼັງຈາກນັ້ນ ຫໍ່ປາດ້ວຍເກືອ ແລະ ເຈ້ຍເງິນ ຊັ້ນໜ່ຶງ.


ເມື່ອປິ້ງປາຢູ່ເທິງເຕົາຖ່ານ, ຊັ້ນເກືອຈະຄ່ອຍໆເພີ່ມຄວາມ ຮ້ອນ ແລະ ຊຶມເຂົ້າເນື້ອປາ ຫາກບໍ່ເຮັດໃຫ້ ເນື້ອປາບົກ ແຫ້ງ. ເມື່ອປາ ສຸກຈະມີກິ່ນຫອມ ຂອງ ຫົວສີໄຄ, ໃບໝາກ ນາວ, ສ່ວນເນື້ອປາ ກໍແໜ້ນ ແລະ ມີລົດຊາດ ເຂັ້ມຂົ້ນດີ. ເມື່ອຮັບປະທານ ລາຍການ ອາຫານນີ້ ຈະເອົາ ສ່ວນໜຶ່ງ ຊີ້້້ນປາ ແລະ ຜັກຫອມ ຊະນິດຕ່າງໆ ຫໍ່ເຂົ້າໃນ ແຜ່ນ ຢໍ່ ແລ້ວຈຳ້ກັບ ນຳ້ແຈ່ວ ລົດສົ້ມຫວານ. 


ເຄື່ອງປະກອບ ຂອງລາຍການອາຫານ ປີ້ງປາຄໍ່ຫໍ່ເກືອ ຫຼື “ປາກາຍເປັນຫີນ” ລວມມີ ປາຄໍ, ຫົວສີໄຄ ແລະ ເກືອ.


ປາ ຫຼັງຈາກຜ່ານການປຸງແຕ່ງຂັ້ນຕົ້ນຈະໄດ້ເອືອບຫົວສີ ໄຄ, ໃບໝາກນາວ ແລະ ຫໍ່ດ້ວຍຊັ້ນເກືອ ແລະ ເຈ້ຍເງິນ.


ລາຍການອາຫານ ປາ “ກາຍເປັນຫີນ” ສຳເລັດຮູບ.

ລົດແຊບ ຂອງ ປາ ເຈືອປົນກັບລົດເຄັມ ຈັກໜ່ອຍ ຂອງ ເກືອ ພ້ອມກັບ ເຄື່ອງປະກອບທົ່ວໄປ ແລະ ວິທີການ ປຸງ ແຕ່ກໍງ່າຍ ໄດ້ເຮັດໃຫ້ລາຍການອາຫານ ປີ້ງ ປາຄໍ່ ຫໍ່ເກືອ ຫຼື “ປາກາຍເປັນຫີນ” ກາຍເປັນລາຍການ ອາຫານ ເລືອກ ເຟັ້ນ ແຖວໜ້າ ຂອງ ຊາວ ຫວຽດນາມ ຫຼາຍຄົນ.
ບົດ ແລະ ພາບ: ເຈິ່ນແທງຢາງ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ອາຫານການກິນ ຫວຽດນາມ ມີການປ່ຽນແປງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ, ທັງຮັກສາມູນເຊື້ອ ທີ່ມີມາ ແລະ ຮັບເອົາສິ່ງຍອດຍິ່ງ ຂອງອາຫານທົ່ວໂລກ. ໃນທ່າອຽງດັ່ງກ່າວ, ອາຫານ ທີ່ເປັນເອກະລັກໜຶ່ງ ໄດ້ຄ່ອຍໆ ພົ້ນເດັ່ນ ຢູ່ໃນຮ້ານອາຫານຊັ້ນສູງ, ນັ້ນຄື “ເຂົ້າກ້ອງ ຫໍ່ດ້ວຍໃບບົວ ໃສ້ ກະດູກຂ້າງງົວຕົ້ມ”. ລາຍການອາຫານນີ້ ບໍ່ພຽງແຕ່ ເປັນການປະສົມປະສານ ຂອງ ວັດຖຸປະກອບ ທີ່ສົດໃໝ່ເທົ່ານັ້ນ, ແຕ່ຍັງເປັນເລື່ອງລາວ ກ່ຽວກັບຄວາມຄິດສ້າງສັນ, ເມື່ອຄວາມເປັນເອກະລັກ ຂອງ ອາຫານເມືອງ ເຫວ້ ພົບກັບເຕັກນິກການປຸງແຕ່ງທີ່ທັນສະໄໝ ຂອງ ຊາວຕາເວັນຕົກ.

Top